Posts

Showing posts from January, 2018

ແກວ່ງແຂນ ນອກຈາກຫຼຸດພຸງແລ້ວ ຍັງຊ່ວຍປົວພະຍາດໄດ້ຫຼາຍຢ່າງ

Image
ຫຼາຍຄົນຄົງສົງໄສ “ພຽງແຕ່ຢືນແກວ່ງແຂນຊື່ໆ ຈະໄດ້ຜົນລັບທີ່ດີເລີດແກ່ຮ່າງກາຍໄດ້ຈັ່ງໃດ?” ຄຳຖາມນີ້ເປັນຄຳຖາມທີ່ດີຫຼາຍແລະຕອບຢູ່ນີ້ເລີຍວ່າ ບໍ່ພຽງແຕ່ພຸງຍຸບລົງເທົ່ານັ້ນ ແຕ່ການແກວ່າງແຂນຍັງມີປະໂຫຍດຫຼວງຫຼາຍ ຢາກຮູ້ວ່າຄືຫຍັງ ແລະວິທີການແກວ່ງແຂນທີ່ຖືກຕ້ອງເຮັດຈັ່ງໃດແລະມັນໄດ້ຫຍັງແດ່ ມາອ່ານນຳກັນເລີຍ. 1. ຊ່ວຍໃຫ້ເລືອດລົມໄຫຼວຽນໄດ້ສະດວກ ແພດຈີນບູຮານເຊື່ອວ່າ ສິ່ງທີ່ເປັນບັນຫາສຸຂະພາບພາຍໃນຮ່າງກາຍເກີດມາຈາກ “ເລືອດລົມ” ເປັນຫຼັກ ເພາະຖ້າຫາກເລືອດລົມພາຍໃນຮ່າງກາຍຂອງເຮົາຜິດປົກກະຕິ ພະຍາດຕ່າງໆ ຫຼວງຫຼາຍກໍຈະຫຸ້ມລຸມເຂົ້າມາ ແຕ່ “ການແກວ່າງແຂນ” ນີ້ລະທີ່ຈະຊ່ວຍໃຫ້ເລືອດລົມພາຍໃນຮ່າງກາຍໄຫຼວຽນໄດ້ສະດວກດີຂຶ້ນ ແລະບໍ່ຕິດຂັດງ່າຍໆ ເຊິ່ງແນ່ນອນວ່າຈະຊ່ວຍປ່ຽນສະພາບອະໄວຍະວະທີ່ຜິດປົກກະຕິໃຫ້ກັບມາເປັນແຂງແຮງອີກຢ່າງແນ່ນອນ. 2. ລະບົບນໍ້າເຫຼືອງເຮັດວຽກໄດ້ດີຂຶ້ນ ບໍລິເວນຂີ້ແຮ້ ຄື ຈຸດຊຸມນຸມຂອງຕ່ອມນໍ້າເຫຼືອງ ການກະຕຸ້ນໃຫ້ນໍ້າເຫຼືອງໄຫຼວຽນດີຂຶ້ນດ້ວຍການແກວ່ງແຂນ ພ້ອມໆໄປກັບການຫາຍໃຈເລິກໆ ຈະຊ່ວຍໃຫ້ຕ່ອມນໍ້າເຫຼືອງໄດ້ເຄື່ອນໄຫວ ແລະເຮັດໃຫ້ນໍ້າເຫຼືອງໄຫຼວຽນໄປທົ່ວຮ່າງກາຍໄດ້ດີຍິ່ງຂຶ້ນ ເມື່ອລະບົບນໍ້າເຫຼືອງເຮັດວຽກໄດ້ດີ ມ້າມ ຕ່ອມທອນຊິນ ຕ່ອມໂທມັສ ທໍ່ນໍ້າເຫຼືອງ ເຊິ່ງເປັນລະບົບທີ່ຮ່າງກາຍສ...

ລູກຄ້າໂວຍ ຖືກສູນຕັດສັນຍານເບີໂທງາມ

Image
ສຳນັກຂ່າວລາວໂພດ ໄດ້ຮັບຂໍ້ຄວາມຈາກຜູ້ໃຊ້ໂທລະສັບທ່ານໜຶ່ງ ທີ່ບໍ່ປະສົງອອກນາມ ໄດ້ລາຍງານວ່າເບີໂທເລກງາມຂອງຕົນຖືກສູນໂທລະສັບ ຢູນິເທວ ຕັດ ເພື່ອເອົາເບີຄືນ ຍ້ອນບໍ່ໃຊ້ເບີດັ່ງກ່າວຕິດຕໍ່ກັນດົນ. ລູກຄ້າຄົນດັ່ງກ່າວເລົ່າວ່າ ຕົນເອງໄດ້ຊື້ເບີງາມດັ່ງກ່າວ ເມືື່ອ 2 ປີກ່ອນ ດ້ວຍເງິນ 2,000,000 ກີບ ໂດຍໄດ້ມີການລົງທະບຽນຄັກແນ່ ແຕ່ຕໍ່ມາຕົນເອງບໍ່ມີໂອກາດໄດ້ໃຊ້ເບີດັ່ງກ່າວ ແຕ່ວ່າໄດ້ຕື່ມເງິນໄວ້ເປັນໄລຍະໆ ແລະຕໍ່ມາປະມານ 4-6 ເດືອນ ຕົນເອງພັດບໍ່ໄດ້ຕື່ມເງິນໄວ້ອີກ ເມື່ອມາລອງໂທເຂົ້າຈຶ່ງໄດ້ຮູ້ວ່າ ເບີດັ່ງກ່າວນັ້ນບໍ່ໄດ້ມີໃນລະບົບແລ້ວ (ຖືກຕັດແລ້ວ). ເມື່ອເປັນເຊັ່ນນັ້ນ ຈຶ່ງໄດ້ເຂົ້າໄປຫາສູນ ເພື່ອຂໍເປີດນໍາໃຊ້ຄືນ ໂດຍນຳເອົາຫຼັກຖານຄື ບັດປະຈຳຕົວ ແລະ ເບີໂທອອກຫຼ້າສຸດ ເຂົ້າແຈ້ງສູນ ແຕ່ວ່າຖືກເຈົ້າໜ້າທີ່ສູນບອກວ່າ ເບີດັ່ງກ່າວນັ້ນຖືກທາງສູນຕັດສັນຍານແທ້ ເນື່ອງຈາກເຈົ້າຂອງເບີບໍ່ໄດ້ໃຊ້ເປັນເວລາດົນຕິດຕໍ່ກັນ, ຖ້າຢາກໄດ້ອີກກໍສາມາດຊື້ຄືນໄດ້ ເພາະຕອນນີ້ເບີດັ່ງກ່າວຍັງຢູ່ໃນສູນ ບໍ່ທັນໄດ້ຂາຍອອກນອກເທື່ອ (ຍັງບໍ່ມີຄົນອື່ນໃຊ້ເທື່ອ) ແຕ່ວ່າລາຄາຊື້ຄືນ ແມ່ນ 4,000,000 ກີບ (ຕາມລາຄາປັດຈຸບັນ). ລູກຄ້າຄົນດັ່ງກ່າວຕັ້ງຄຳຖາມວ່າ: 1. ໃນເມື່ອເບີດັ່ງກ່າວນັ້ນຖືກລົງທະບຽນແລະນຳໃຊ້ໂດຍບຸກຄົນໃດໜຶ່ງ...

ທະນາຄານໃນຮ່ອງກົງນຳສະເຫນີເຕັກໂນໂລຊີໃຫມ່ ບໍ່ຈື່ລະຫັດບັດເອທີເອັມກໍສາມາດຖອນເງີນຢູ່ຕູ້ເອທີເອັມໄດ້ ໂດຍນຳໃຊ້ລະບົບກວດເສັ້ນເລືອດເທີງນີ້ວມື.

Image
ທະນາຄານ ແບັງ ອອັບ ໄຊນ່າ ຮ່ອງກົງ ຫລື BOCH ເປີດໃຊ້ເຕັກໂນໂລຊີໃຫມ່ເພື່ອການກົດເງີນທີ່ຕູ້ກົດເງີນສົດ ຫລື ເອທີເອັມ ທົ່ວຮ່ອງກົງ. ເຕັກໂນໂລຊີຕົວນີ້ຈະຊ່ວຍໃຫ້ລູກຄ້າທະນາຄານທີ່ລືມລະຫັດບັດເອທີເອັມສາມາດກົດເງີນຈາກຕູ້ໄດ້ ພຽງແຕ່ວາງນີ້ວມືໃສ່ບ່ອນອຸປະກອນກວດຈັບເສັ້ນເລືອດເທີງນີ້ວມືໃຕ້ຜິວຫນັງ ຊື່ງທາງທະນາຄານຫວັງວ່າຈະໃຂ້ທົດແທນຂະບວນການໃສ່ລະຫັດບັດເອທີເອັມ ເພາະມີຄວາມຖືກຕ້ອງ ແລະ ຊັດເຈນກວ່າລະບົບເຊັນເຊີລາຍນີ້ວມື. ຕອນນີ້ເຕັກໂນໂລຊີນີ້ຖືກຕິດຕັ້ງໃນຕູ້ເອທີເອັມທົ່ວຮ່ອງກົງຫລາຍກວ່າ 150 ເຄື່ອງ, ມີຜູ້ສົນໃຈລົງທະບຽນໃຊ້ແລ້ວປະມານ 10,000 ຄົນ ໂດຍທີ່ທາງທະນາຄານຈະຄ່ອຍໆພັດທະນາ ແລະ ຂະຫຍາຍຕູ້ເອທີເອັມອອກໄປອີກປະມານ 400 ຕູ້. ສ່ວນກະແສຕອບຮັບແມ່ນມີທັງການຮັບແະກັນໃນລະບົບໃຫມ່ຂອງທະນາຄານທີ່ເບີ່ງຄືຈະປອດໄພຫລາຍກວ່າການໃສ່ລະຫັດເອທີເອັມ ແຕ່ສຳລັບບາງຈຳນວນແມ່ນຍັງບໍ່ຫມັ້ນໃຈກັບເຕັກໂນໂລຊີດັ່ງກ່າວວ່າເປັນລະບົບທີ່ສົມບຸນແລ້ວຫລືຍັງ ເພາະຄິດວ່າໃຫ້ຄົນອື່ນ ຫລື ທະນາຄານ ຮູ້ຂໍ້ມູນສ່ວນຕົວຫນ້ອຍສຸດຈະເປັນການດີກວ່າ, ຂະນະທີ່ເຈົ້າຫນ້າທີ່ລະດັບສູງຂອງທະນາຄານ BOCH ລະບຸວ່າ ລະບົບນີ້ແມ່ນຈົດຈຳຮູບປະພັນຂອງທຸກຄົນ ແລະ ບໍ່ສົ່ງຜົນກະທົບຈາກພາວະແວດລ້ອມ ຫລື ປັດໄຈພາຍນອກ ເຊັ່ນ ຜິວມັນ ຫລື ຜິວມ...

ນໍ້າປະປາແຈ້ງ ຈະຕັດນໍ້າບາງເຂດຊົ່ວຄາວ

Image
ແຈ້ງການ ຢຸດການບໍລິການ ແລະ ສະໜອງນຳ້ຊົ່ວຄາວ ເພື່ອຕັດທໍ່ເກົ່າຂາງ 500ມມ ສຳໃສ່ທໍ່ຂາງໃໝ່ 400ມມ ທີ່ບ້ານ ໂພຄຳ ເມືອງໄຊທານີ ໃນວັນເສົາ 03 ກຸມພາ 18 ເວລາ 09:00-16:00 ໂດຍໃນຊ່ວງໄລຍະດັ່ງກ່າວອາດເຮັດໃຫ້ແຮງດັນນໍ້າຫຼຸດລົງ, ນໍ້າອອກຄ່ອຍ ແລະບາງເຂດນໍ້າບໍ່ອອກ ໂດຍສະເພາະແມ່ນບ້ານໂພນຄຳ, ນາລ້ອມ, ໂຄກສະອາດ, ສະພັງຄະນົງ, ນາໄຫ, ນາໂນ, ດຸງ, ໂຊກໃຫຍ່, ໂຊກນ້ອຍ, ນາບຽນ ແລະ ຊຳເຄ້ ເມືອງໄຊທານີ, ນະຄອນຫຼວງວຽງຈັນ ຂໍໃຫ້ບັນດາທ່ານທີ່ຢູ່ໃນຂອບເຂດດັ່ງກ່າວ ຈົ່ງຫ້າງຫາກະກຽມພາຊະນະໂຕ່ງນໍ້າໄວ້ໃນຊ່ວງໄລຍະເວລາດັ່ງກ່າວ ແລະຂໍອະໄພໃນຄວາມບໍ່ສະດວກມານະທີ່ນີ້ດ້ວຍ. ສອບຖາມຂໍ້ມູນເພີ້ມຕື່ມ ສາຍດ່ວນ☎️1169 ຕະຫຼອດ24ຊົ່ວໂມງ

ຫວຽດນາມແບນກຸ່ມລີ້ໄພໃນສະຫະລັດ “ກຸ່ມກໍ່ການຮ້າຍ”

Image
ສຳນັກຂ່າວເອພີ ແລະ ເອເອຟພີລາຍງານຈາກນະຄອນຫຼວງຮ່າໂນ່ຍ ປະເທດຫວຽດນາມ ເມື່ອວັນທີ 31 ມັງກອນ 2018 ວ່າ ການປະກາດຂອງລັດຖະບານຫວຽດນາມໃນນະຄອນຫຼວງຮ່າໂນຍ ມີຂຶ້ນເມື່ອ 1 ເດືອນ ຫຼັງຈາກສະມາຊິກ 15 ຄົນໃນຫວຽດນາມຂອງກຸ່ມລີ້ໄພໃນສະຫະລັດ ຖືກສານຕັດສິນໃຫ້ມີຄວາມຜິດຈາກການປະຕິບັດການລົ້ມເຫລວໃນຄວາມພະຍາຍາມໂຈຕີດ້ວຍລະເບີດ ທີ່ສະໜາມບິນນານາຊາດເຕິນເຊິນເຫມິດ ໃນເມືອງໂຮຈີມິນ ທາງພາກໃຕ້ ເຊິ່ງເປັນສະໜາມບິນທີ່ໃຫຍ່ທີ່ສຸດຂອງປະເທດ ເມື່ອເດືອນ ເມສາ 2017 ລັດຖະບານຄອມມູນິດຫວຽດນາມເຊື່ອມໂຍງປະຕິບັດການດັ່ງກ່າວກັບກຸ່ມຊາວຫວຽດນາມໃນລັດແຄລິຟໍເນຍ ສະຫະລັດອາເມລິກາ ທີ່ກໍ່ຕັ້ງລັດຖະບານພັດຖິ່ນໃນນາມ ລັດຖະບານກາງຊົ່ວຄາວຂອງຫວຽດນາມ ຫຼື ພີຊີຈີວີ (Provisional Central Government of Vietnam) ເມື່ອປີ 1992 ແລະ ມີຄວາມກ່ຽວພັນກັບອະດີດລັດຖະບານຫວຽດນາມໃຕ້ທີ່ສະຫະລັດໜູນຫຼັງ ແລະ ບໍ່ຊະນະສົງຄາມ ເມື່ອທ້າຍເດືອນ ທັນວາ 2017 ສານໃນເມືອງໂຮຈີມິນມີຄຳພິພາກສາລົງໂທດຈຳຄຸກສະມາຊິກ 15 ຄົນຂອງ ພີຊີຈີວີ ສູງສຸດ 16 ປີ ຈາກຄວາມຜິດຖານກໍ່ການຮ້າຍ ແລະ ຕຳຫຼວດຍັງໄດ້ອອກໝາຍຈັບກຸມທ້າວ ດ໋າວ ມິນ ກວນ ຊາວຫວຽດນາມທີ່ແປງສັນຊາດເປັນສະຫະລັດ ແລະ ປະກາດຕົວເປັນນາຍົກລັດຖະມົນຕີຂອງພີຊີຈີວີ ແລະ ນາງ ລີຊາ ຝ່າມ ສະມາຊິກຂອງກຸ່ມ ຕາມຂໍ...

ແຈ້ງເຕືອນ ອາກາດຫນາວ ອຸ່ນຫະພູມລົງເພິງ 3-5 ອົງສາ

Image
ມວນອາກາດຫນາວເຢັນຈາກປະເທດຈີນຈະມີກຳແຮງເພີ່ມຂຶ້ນແຜ່ລົງຢູ່ທຸກພາກທົ່ວປະເທດລາວໃນໄລຍະເວລາ 31/01/2018-06/02/2016.  ໂດຍສະເພາະເຂດພາກເຫນືອຫນາວເຖິງ 3-5 ອົງສາ ແລະຈະມີຝົນຕົກກະຈາຍ

ແຈ້ງການ ມວນອາກາດຫນາວ ໃນ ອຸ່ນຫະພູມລົງເຖິງ 3-5 ອົງສາ ໃນວັນທີ 31/01-06/02/2018

Image
ມວນອາກາດຫນາວເຢັນຈາກປະເທດຈີນຈະມີກຳແຮງເພີ່ມຂຶ້ນແຜ່ລົງຢູ່ທຸກພາກທົ່ວປະເທດລາວໃນໄລຍະເວລາ 31/01/2018-06/02/2016. 

ປ້ອງກັນຜົມຫຼົ່ນດ້ວຍ ສູດສາມປະສານ

Image
ໃຜຜົມລົ່ນງ່າຍ ລອງເຮັດເບິ່ງວິທີມັກສູດນີ້ໃຊ້ດີ ຜົນລົ່ນເປັນບັນຫາໃຫຍ່ລະດັບຊາດບໍ່ວ່າສໍາລັບທ່ານຍິງ ແລະ ທ່ານຊາຍ ໃຜໆທີ່ເຈີກັບບັນຫານີ້ລ້ວນແຕ່ມີບັນຫາຈະຕ້ອງມີຄວາມທຸກອົກທຸກໃຈເປັນຢ່າງຍິ່ງບໍ່ວ່າຊິຢ້ານຜົມບາງ ແລະ ເຮັດໃຫ້ຜົມຂາດຄວາມແຂງແຮງ ມື້ນີ້ທາງ ປະກາດ ເຮົາໄດ້ມີວິທີແກ້ໄຂບັນຫາຜົມຫຼົ່ນງ່າຍໆມາຝາກທ່ານ ຮັບຮອງວ່າໄດ້ຜົນແນ່ນອນ ລອງມາເບິ່ງກັນເລີຍ. ສ່ວນປະສົມ. ຂີງ 2 ເຫງົ້າ: ຊ່ວຍຂ້າເຊື້ອລາ, ກໍາຈັດຂີ້ຄັນແຄ ແລະ ລົດອາການອັກເສບ ຫົວຫອມ 1 ຫົວ: ຂ້າເຊື້ອ ແລະ ຕ້ານເຊື້ອລາ ນໍ້າໝາກພ້າວ 1 ບ່ວງ: ຊ່ວຍເພີ່ມຄວາມຊຸ່ມຊື່ນ ວິທີເຮັດ ຫັ່ນຂີງ ແລະ ຫົວຫອມເປັນຕອນນ້ອຍໆ ແລ້ວປັ່ນລວມກັນເຕີ່ມນໍ້າໝາກພ້າວ, ປັ່ນໃຫ້ເຂົ້າກັນເປັນເນື້ອດຽວກັນ ຫຼັງຈາກນັ້ນນໍາມາມັກໃສ່ຫົວໃຫ້ທົ່ວ ຖິ້ມໄວ້ 20-30 ນາທີ ແລ້ວລາງອອກດ້ວຍຢາສະຜົມ ເຮັດ 2-3 ເທື່ອ ຕໍ່ອາທິດ ໄດ້ອ່ານເຄັດລັບດີໆແລ້ວ ຢ່າລືມພາກັນເຮັດເລີຍເດີ ເພື່ອຜົມສຸຂະພາບເສັ້ນຜົມທີ່ດີຂອງທ່ານ ຂອບໃຈທີມາ: page khpsana ໂຄສະນາ

ປະກົດ​ການ​​ຈັນ​ທະຄາດ​ເຕັມ​ດວງ ຫຼື ກົບກິນເດືອນ ​ທີ່​ຈະ​ເກີດ​ໃນ​ວັນທີ​ 31 ມັງກອນ​ 2018

Image
ປະກົດ​ການ​​ຈັນ​ທະຄາດ​ເຕັມ​ດວງ ຫຼື ກົບກິນເດືອນ ​ທີ່​ຈະ​ເກີດ​ໃນ​ວັນທີ​ 31 ມັງກອນ​ 2018 ນີ້​ ຂ້ອນ​ຂ້າງ​ພິເສດ​ກວ່າ​ຄັ້ງ​ອື່ນໆ​ ເນື່ອງ​ຈາກ​ເປັນ​ປະກົດ​ການ​​ຈັນທະຄາດ​ທີ່​ເກີດ​ໃນ​ຊ່ວງ​ດວງ​ຈັນ​ໂຄຈອນ​ຢູ່​ໃກ້​ໂລກ​. ຊ່ວງ​ເຄິ່ງ​ກາງ​ຄາດ​ເຕັມ​ດວງ​ ມີໄລຍະ​ຫ່າງ​ຈາກ​ໂລກ​ພຽງ​ 360,191 ກິ​ໂລ​ແມັດ​ ເຊິ່ງໃກ້​ກວ່າ​ໄລຍະ​ຫ່າງ​ສະເລ່ຍ​ລະຫວ່າງ​ໂລກ​ເຖິງ​ດວງ​ຈັນ​ (ປະ​ມານ​ 384,400 ກິ​ໂລ​ແມັດ​) ເຮັດໃຫ້​ເບິ່ງ​ເຫັນ​ດວງ​ຈັນ​ເຕັມ​ດວງ​ສີ​ແດງ​ອົມສົ້ມມີ​ຂະໜາດ​ປະກົດ​ໃຫຍ່​ກວ່າ​ປົກກະຕິເລັກ​ນ້ອຍ.​ ນອກ​ຈາກ​ນີ້​ ຍັງ​ກົງ​ກັບ​ຄືນເດືອນ​ເພັງ​ຄັ້ງ​ທີ​ 2 ຂອງ​ເດືອນ​ ຫຼື ​ທີ່​ນິຍົມ​ເອີ້ນ​ກັນ​ວ່າ​ ‘ບ​ຼູມູນ​’ (Blue Moon) ເຊິ່ງ​ປົກກະຕິ​ດວງ​ຈັນ​ເຕັມ​ດວງ​ຈະ​ເກີດ​ຂຶ້ນ​ເດືອນ​ລະ​ 1 ຄັ້ງ​ເທົ່າ​ນັ້ນ​ ໂດຍ​ເດືອນ​ໃດ​ທີ່​ມີ​ດວງ​ຈັນ​ເຕັມ​ດວງ​ 2 ຄັ້ງ​ ຈະ​ຮຽກ​ດວງ​ຈັນ​ເຕັມ​ດວງ​ເທື່ອ​ທີ່​ສອງ​ວ່າ​ ‘ບ​ຼູ​ມູນ​’ ເຊິ່ງເກີດ​ຂຶ້ນ​ບໍ່ຫຼາຍ​ເທື່ອ​ປານໃດ ແລະ​ ເປັນ​ທີ່​ມາ​ຂອງ​ສຳ​ນວນ​ພາສາ​ອັງ​ກິດ​ທີ່​ວ່າ​ ‘Once in a blue moon’ ໝາຍ​ເຖິງ​ ດົນ​ໆຈະ​ເກີດ​ຂຶ້ນຈັກ​ເທື່ອ​ ແລະ ​ດວງ​ຈັນ​ບໍ່​ໄດ້​ເປັນ​ສີທະເລ​ແຕ່​ຢ່າງ​ໃດ.​ ປະກົດ​ການ​ນີ້​ ນັກ​ດາ​ລາ​ສາດ​ສະໝັກ​ຫຼິ້ນ​ ນິຍົມ​ເອີ້ນວ່າ​ ‘ຊູ...

ຄົນຮ້າຍເຂົ້າມາງັດຫ້ອງກາງເວັນແຊກໆ ແລ້ວຂີ່ລົດຈັກຫຼົບໜີຢ່າງລອຍນວນ

Image
ຜູ້ໃຊ້ເຟຍບຸ໊ກ ຊື່ Kookee Kookai Beerwan ໂພສຂໍ້ຄວາມ ພ້ອມຄລີບວີດີໂອ ເພື່ອນເຕື່ອນສະຕີໝູ່ເພື່ອນ ແລະ ຂໍ້ຄວາມຊາວຍ້ຫຼືອແຊຣຂ່າວນີ້ເພື່ອໃຫ້ເປັນອຸທາຫອນສໍາລັບຫຼາຍຄົນ ໂດຍເຫດການນີ້ເກີດຂື້ນທີ່ ບ້ານດົງນໂຊກ ເປັນຫ້ອງແຖວ ເຊິ່ງເຫດເກີດໃນວັນທີ 30 ມັງກອນ 2018 ຜ່ານມານີ້ . ຈາກການກວດສອບກ້ອງສົງຈອນປິດ (CCTV) ພົບວ່າລົດຄົນຮ້າຍຂີ່ລົດຈັກມາງັດ ແລະ ເລກທະບຽນ ປ້າຍ 4021.

ການຮັບຄູອາສາສະໝັກ ບໍ່ເອກະພາບກັນ ອີກໜຶ່ງສາເຫດເຮັດໃຫ້ການແກ້ໄຂບັນຫາ “ຄູເຫຼືອບໍ່ພໍ” ຍາກຂຶ້ນ

Image
    ເຖິງວ່າໃນໄລຍະຜ່ານມາລັດຖະບານໄດ້ສຸມໃສ່ຢ່າງໜັກໃນການແກ້ໄຂບັນຫາ“ຄູເຫຼືອບໍ່ພໍ” ດ້ວຍຫຼາຍຮູບການ ທັງການໃຫ້ທຶນການສຶກສາແກ່ນັກສຶກສາຄູທ້ອງຖິ່ນແລະການອະນຸມັດໂກຕ້າລັດຖະກອນຄູໃໝ່ ໃຫ້ກະຊວງສຶກສາທິການ ແລະ ກິລາຂ້ອນຂ້າງຫຼາຍຫຼາຍກວ່າຂະແໜງການອື່ນໃນແຕ່ລະປີ.     ໃນນີ້ສະເພາະສົກປີ 2017-2018 ກະຊວງ ສສກໄດ້ຮັບໂກຕ້າລັດຖະກອນຄູໃໝ່ເຖິງ 3.000 ຕຳແໜ່ງແຕ່ໃນຂະນະດຽວກັນ ແຕ່ລະປີຂະແໜງການສຶກສາ ແລະ ກິລາ ກໍ່ຍັງມີການຍົກຍ້າຍບັນດາຄູ-ອາຈານໄປຮັບໃຊ້ໃນຂະແໜງການຕ່າງໆເປັນຈຳນວນຫຼາຍເຊັ່ນກັນ ລວມເຖິງບັນຫາຖານຂໍ້ມູນຍັງບໍ່ສົມບູນ ຫຼືຂໍ້ມູນຕົວເລກຄູບໍ່ກົງກັບຕົວເລກຕົວຈິງ ແລະ ການຮັບຄູອາສາສະໝັກ ບໍ່ເອກະພາບກັນຂອງບັນດາແຂວງ, ເມືອງ ແລະ ໂຮງຮຽນ ຍັງຖືເປັນອີກບັນຫາ ແລະ ສິ່ງທ້າທ້າຍສຳຄັນ ທີ່ເຮັດໃຫ້ການແກ້ໄຂບັນຫາ “ຄູເຫຼືອບໍ່ພໍ” ໄດ້ຍາກຂຶ້ນ ໃນປັດຈຸບັນ. ອີງ​ຕາມບົດລາຍ​ງານ​ຜົນ​ການ​ລົງ​ສໍາ​ຫຼວດລັດຖະກອນ​ຄູ ​ແລະ ບໍລິຫານ ທົ່ວ​ປະ​ເທດ ສົກຮຽນ 2017-2018 ທີ່ໄດ້ຮັບການສະເໜີຕໍ່ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວປະເທດ ປະຈໍາປີ 2017 ທີ່ສະໂມສອນຄະນະເສດຖະສາດ ແລະບໍລິຫານທຸລະກິດມະຫາວິທະຍາໄລແຫ່ງຊາດ ​ເມື່ອ​ບໍ່​ດົນ​ຜ່ານ​ມາ​ ໃຫ້​ຮູ້​ວ່າ: ການຈັດ​ຕັ້ງ​ປະຕິບັດ​ການ​ລົງ​ສໍາ​ຫຼວ...

ລັດຖະບານ ລາວ ຈະປັບຂຶ້ນ ຄ່າຈ້າງຂັ້ນຕໍ່າ ໃນທົ່ວປະເທດຈາກ 9 ແສນກີບເປັນ 1 ລ້ານກີບຕໍ່ເດືອນ

Image
ກຳມະກອນໂຮງງານຕັດຫຍິບແຫ່ງນຶ່ງໃນ ສປປ ລາວ. ລັດຖະບານ ລາວ ຈະປັບຂຶ້ນຄ່າຈ້າງຂັ້ນຕໍ່າໃນທົ່ວປະເທດຈາກ 9 ແສນກີບເປັນ 1 ລ້ານກີບຕໍ່ເດືອນ ເພາະຄ່າຄອງຊີບທີ່ສູງຂຶ້ນເຮັດໃຫ້ແຮງງານ ລາວ ບໍ່ສາມາດຄອງຊີບ ຢູ່ໄດ້ຢ່າງພຽງພໍ.     ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ ຖະແຫຼງຢືນຢັນວ່າ ລັດຖະບານ ລາວ ຈະພິຈາລະນາເພື່ອປັບ ຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າສຳລັບແຮງງານໃນ ລາວ ໃນໄວໆນີ້ ເພາະເຫັນວ່າອັດຕາຄ່າ ຈ້າງ 9 ແສນກີບຕໍ່ເດືອນທີ່ຈັດຕັ້ງປະຕິບັດນັບແຕ່ປີ 2015 ເປັນຕົ້ນມາບໍ່ສອດຄ່ອງກັບ ສະພາວະຄ່າຄອງຊີບທີ່ເປັນຈິງໃນປັດຈຸບັນ ດັ່ງນັ້ນອົງການ 3 ຝ່າຍທີ່ປະກອບດ້ວຍ ກົມຄຸ້ມຄອງແຮງງານ, ສູນກາງສະຫະພັນກຳມະບານ ລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ລາວ ຈຶ່ງເຫັນດີຮ່ວມກັນໃນຫຼັກການແລ້ວວ່າ ຈະປັບຂຶ້ນອັດ ຕາຄ່າຈ້າງຂັ້ນຕໍ່າໃຫ້ເໝາະສົມກັບສະພາບການທາງເສດຖະກິດ ແລະ ຄ່າຄອງຊີບ ຕົວຈິງ ຊຶ່ງຄາດວ່າອັດຕາຄ່າຈ້າງຂັ້ນຕໍ່າໃນໄລຍະໃໝ່ຈະບໍ່ຕໍ່າກວ່າ 1 ລ້ານກີບຕໍ່ເດືອນ ຢ່າງແນ່ນອນ. ທາງດ້ານທ່ານ ວັນນະລາດ ຫົງສາທິລາດ ປະທານສະຫະພັນກຳມະບານໃນແຂວງ ສະຫວັນນະເຂດ ຢືນຢັນວ່າ ສູນກາງສະຫະພັນກຳມະບານ ໄດ້ສະແດງການຮຽກຮ້ອງ ຕໍ່ຄະນະລັດຖະບານ ລາວ ເມື່ອບໍ່ດົນມານີ້ ເພື...

ການຍິງກັນຢູ່ ໄນຄລັບ ໃນປະເທດ ບຣາຊິລ ມີຜູ້ເສຍຊີວິດ 14 ຄົນ

Image
ຮູບພາບດ້ານໜ້າຂອງ ໄນຄລັບ ບ່ອນທີ່ປະຊາຊົນ 14 ຄົນຖືກ ຂ້າຕາຍໃນການຍິງກັນຕອນເຊົ້າຂອງວັນເສົາວານນີ້, ໃນເມືອງ ຟໍຕາເລຊາ "Fortaleza," ພາກຕາເວັນອອກສຽງເໜືອ ຂອງ ປະເທດ ບຣາຊິລ. 27 ມັງກອນ, 2018 ມືປືນຫຼາຍຄົນ ໄດ້ຂ້າຢ່າງໜ້ອຍ 14 ຄົນ ຢູ່ໄນຄລັບເຕັ້ນລຳແຫ່ງນຶ່ງໃນເມືອງ ຟໍຕາ ເລຊາ "Fortaleza" ຕັ້ງຢູ່ພາກຕາເວັນອອກສຽງເໜືອຂອງປະເທດ ບຣາຊິລ. ບັນດາເຈົ້າໜ້າທີ່ໃນລັດ ເຊຍຣາ "Ceara" ໄດ້ກ່າວໃນວັນເສົາວານນີ້ວ່າ ລົດສາມຄັນ ທີ່ເຕັມໄປດ້ວຍຜູ້ຊາຍຕິດອາວຸດ ໄດ້ເດິີນທາງຮອດໄນຄລັບ ຟໍໂຮ ໂດ ກາໂກ "Forro do Gago" ໃນຕອນເຊົ້າໆຂອງວັນເສົາວານນີ້. ພວກຜູ້ເຫັນເຫດການເວົ້າວ່າ ພວກຜູ້ ຊາຍກຸ່ມນັ້ນ ໄດ້ຍິງປືນເຂົ້າໃສ່ຄລັບດັ່ງກ່າວ ແລະ ໄດ້ສືບຕໍ່ຍິງຢ່າງບໍ່ເລືອກໜ້າ ດົນ ປະມານ 30 ນາທີ. ປະຊາຊົນຫຼາຍຄົນ ໄດ້ຫຼົບໜີ ອອກຈາກຄລັບທີ່ວ່ານັ້ນ, ແຕ່ບັນດາເຈົ້າໜ້າທີ່ກ່າວວ່າ ຢ່າງໜ້ອຍ 14 ຄົນຖືກຍິງເສຍຊີວິດ ແລະ ຄົນອື່ນໆອີກບໍ່ເຖິງ 10 ຄົນໄດ້ຮັບບາດເຈັບ, ບາງຄົນມີອາການສາຫັດ. ບໍ່ມີຜູ້ໃດຖືກຈັບກຸມໃນເຫດການດັ່ງກ່າວ. ຕຳຫຼວດເຊື່ອວ່າ ການຍິງກັນອາດໄດ້ຮັບ ແຮງກະຕຸ້ນລະຫວ່າງ ແກັງຄ້າຢາເສບຕິດ ທີ່ເປັນຄູ່ແຂ່ງກັນ. ພາກຕາເວັນອອກສຽງເໜືອຂອງປະເທດ ບຣາຊິລ, ໂດຍສະເພາະໃນລັດ ເຊຍຣາ,...

ຈີນ ຈັດການຄວບຄຸມໃໝ່ ໃນສູງກາງ ຂອງການສຶກສາພຸດທະສາສະໜາ ຕິເບດ

Image
ພາບທີ່ຕັ້ງຂອງໂຮງຮຽນພຸດ ລາຣຸງ ກາ ໃນເມືອງ ເຊີຕາ ຂອງ ແຂວງ ການຊີ ທີ່ປົກຄອງຕົນເອງຂອງ ຕິເບດ, ແຂວງ ສີສວນ, ຈີນ. 23 ກໍລະກົດ, 2015. ເຈົ້າໜ້າທີ່ຈີນໄດ້ທຳການຄວບຄຸມເຄັ່ງຄັດຂຶ້ນຕື່ມ ສູນກາງ ລາຣຸງ ກາ ອັນເປັນສູນກາງ ສຶກສາພຸດທະສາສະໜາແຫ່ງນຶ່ງ ອີງຕາມລາຍງານທີ່ນຳອອກເຜີຍແພ່ ຂອງອົງການ ສິ້ງຊອມສິດທິມະນຸດນັ້ນ. ອ້າງຕາມລາຍງານຂອງອົງການສິ້ງຊອມສິດທິມະນຸດດັ່ງກ່າວ ທີ່ບົ່ງບອກເຖິງ “ການ ບໍລິຫານຂັ້ນຕໍ່າ” ຂອງພວກພະສົງ ຂອງພວກແມ່ຊີ ແລະພວກຜູ້ໄປສັກກາລະບູຊາສະ ຖາບັນດັ່ງກ່າວທີ່ຖືກຄົ້ນພົບໃນປີ 1980 ນັ້ນແມ່ນວ່າ ພວກກອງຫຼອນຂອງພັກຄອມມູ ນິສ ແລະ ເຈົ້າໜ້າທີ່ຄົນອື່ນໆ ປະມານ 200 ຄົນ “ພາກັນເຂົ້າຄວບຄຸມການບໍລິຫານ ການເງິນ ຄວາມປອດໄພ ການຮັບເອົາສະມາຊິກເຂົ້າມາ ແມ່ນແຕ່ການເລືອກເອົາຕຳ ລາຮຽນມາໃຊ້ໃນສູນກາງ ລຸນຫຼັງການທຳລາຍລ້າງຜານ ແລະ ການຂັບໄລ່ໃນປີ 2017.” ທ່ານນາງ ໂຊຟີ ຣິຈາດສັນ "Sophie Richardson" ຜູ້ອຳນວຍການຂອງອົງການສິ້ງ ຊອມສິດທິມະນຸດໄດ້ບອກ ພະແນກ ທິເບດ ຂອງວີໂອເອ ວ່າ “ພວກເຮົາຄິດວ່າ ເຫດ ການໃນໄລຍະຫຼ້າສຸດ ທີ່ ລາຣຸງ ກາ ນີ້ ແມ່ນເປັນແບບທີ່ບໍ່ເຄີຍມີມາກ່ອນ”ໂດຍເວົ້າຕື່ມ ວ່າ ການເຂົ້າຄວບຄຸມທີ່ວ່ານີ້ ແມ່ນເປັນການ “ເຂົ້າຫຍຸ້ງກ່ຽວ ໃນວຽກການບໍລິຫານ ດ້ານຄວາມປອດໄພ ແລະ ແມ...

ປ. ທຣຳ ຈະກ່າວເນັ້ນ ຫຼາຍບັນຫາທີ່ສຳຄັນ ໃນການກ່າວຄຳປາໄສ ປະຈຳປີກ່ຽວກັບສະພາບການຂອງປະເທດຊາດ

Image
ປະທານາທິບໍດີ ດໍໂນລ ທຣຳ ລົມກັບບັນດານັກຂ່າວ ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ. 22 ທັນວາ, 2017. ໃນລະຫວ່າງການກ່າວຄຳປາໄສປະຈຳປີຂອງທ່ານ ກ່ຽວກັບ ສະພາບການຂອງປະເທດ ໃນຕອນຄໍ່າຂອງວັນອັງຄານທີ່ຈະມາເຖິງນີ້, ປະທານາທິບໍດີ ດໍໂນລ ທຣຳ ຈະເວົ້າເຖິງ ການກັບຄືນມາ “ເພື່ອອະທິບາຍ ກ່ຽວກັບວ່າ ອັນໃດເປັນໝູ່ເພື່ອນ ແລະ ອັນໃດເປັນ ສັດຕູຂອງພວກເຮົາ, ແລະ ຄວາມພະຍາຍາມຂອງທ່ານ ເພື່ອເອົາຊະນະພວກກໍ່ການ ຮ້າຍ ໃນທົ່ວໂລກ,” ອີງຕາມການກ່າວຂອງເຈົ້າໜ້າທີ່ອາວຸໂສຂອງລັດຖະບານ. ທຳນຽບຂາວ ຈະບໍ່ເວົ້າເລື່ອງສະເພາະເຈາະຈົງ, ແຕ່ບັນດາເຈົ້າໜ້າທີ່ຢືນຢັນວ່າ ການ ສະແຫວງຫາລູກສອນໄຟຂີປະນາວຸດຕິດຫົວລະເບີດ ນິວເຄລຍ ທີ່ສາມາດຍິງເຖິງ ແຜ່ນດິນໃຫຍ່ ສະຫະລັດ ຂອງ ເກົາຫຼີເໜືອ ນັ້ນແມ່ນຄາດວ່າຈະຖືກເວົ້າເຖິງ. ຄຳປາໄສປະຈຳປີຂອງປະທານາທິບໍດີ ຕໍ່ກອງປະຊຸມຮ່ວມຂອງລັດຖະສະພາ ປົກກະຕິ ແລ້ວ ຈະກ່ຽວກັບບັນຫາພາຍໃນປະເທດຢ່າງໜັກ. ຄຳປາໄສຂອງທ່ານ ທຣຳ ຈະບໍ່ມີ ການຍົກເວັ້ນ. ມັນຍັງຈະເປັນຄວາມສົນໃຈຂອງບັນດາຜູ້ຊົມໃນຕ່າງປະເທດ, ແຕ່ແນວ ໃດກໍຕາມ, ທ່ານກໍຈະເວົ້າເຖິງຄວາມປອດໄພແຫ່ງຊາດ, ການຄ້າ ແລະ ບັນຫາຄົນເຂົ້າ ເມືອງ. ທ່ານ ທຣຳ ຍັງຈະ “ກ່າວເນັ້ນ ເຖິງການຄ້າທີ່ຍຸດຕິທຳ ແລະ ເປັນປະໂຫຍດໃຫ້ກັນ ແລະ ກັນ,” ອີງຕາມການກ່າວຂອງເຈົ້າໜ້າທີ່ ...

11 ຄົນ ຖືກສັງຫານ ໃນການໂຈມຕີ ຄັ້ງທີສອງ ພາຍໃນສາມວັນ ຢູ່ໃນ ນະຄອນຫຼວງ ກາບູລ

Image
ຜູ້ຊາຍຄົນນຶ່ງ ໄດ້ຮັບບາດເຈັບ ຖືກເຄື່ອນຍ້າຍໃສ່ຕຽງຫາມ ຢູ່ດ້ານນອກໂຮງໝໍແຫ່ງນຶ່ງ ຫລັງຈາກ ການໂຈມຕີສະຫຼະຊີບ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 27 ມັງກອນ 2018. ສະມາຊິກ 11 ຄົນ ຂອງກອງທັບບົກແຫ່ງຊາດ ອັຟການິສຖານ ໄດ້ຖືກສັງຫານ ແລະ ພວກຄົນອື່ນໆອີກ 16 ຄົນ ໄດ້ຮັບບາດເຈັບ ໃນການໂຈມຕີເມື່ອຕອນເຊົ້າ ວັນຈັນມື້ນີ້ ຢູ່ທີ່ວິທະຍາຄານທະຫານ ໃນນະຄອນຫຼວງກາບູລ. ທ່ານດາວລັດ ວາຊີຣີ ໂຄສົກຂອງກະຊວງປ້ອງກັນປະເທດ ອັຟການິສຖານ ກ່າວວ່າ “ການໂຈມຕີ ແມ່ນຕໍ່ໜ່ວຍກອງທັບບົກ ທີ່ສະໜອງການຮັກສາຄວາມປອດໄພ ໃຫ້ ແກ່ວິທະຍາຄານ ແລະ ບໍ່ແມ່ນຕໍ່ວິທະຍາຄານ ເອງ.”  ພວກເຫັນເຫດການ ກ່າວວ່າ ການຕໍ່ສູ້ກັນ ແມ່ນຢູ່ໃກ້ໆ ກັບ ມະຫາວິທະຍາໄລ ປ້ອງກັນປະເທດ ແຫ່ງຊາດ Marshal Fahim ໄດ້ສືບຕໍ່ໄປ ຈົນກາຍຕອນຟ້າແຈ້ງ. ອີງຕາມ ທ່ານວາຊີຣີ ພວກລະເບີດສະຫຼະຊີບ 5 ຄົນ ໄດ້ປະຕິບັດການໂຈມຕີ. ຄັ້ງທຳອິດ ຜູ້ລະເບີດສະຫຼະຊີບສອງຄົນ ບີບຂະນວນເສື້ອລະເບີດໃຫ້ແຕກຂຶ້ນ ຢູ່ທາງເຂົ້າ ໃນ ຂະນະທີ່ ອີກສາມຄົນ ພະຍາຍາມທີ່ຈະເຂົ້າໄປຂ້າງໃນ. ໜ່ວຍກອງທັບບົກແຫ່ງຊາດ ອັຟການິສຖານ ໄດ້ສັງຫານ ສອງໃນສາມຄົນ ແລະ ຈັບກຸມໄດ້ຄົນນຶ່ງ ພ້ອມດ້ວຍເສື້ອ ລະເບີດຂອງຜູ້ກ່ຽວ. ລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ໂດຍຜ່ານອົງການຂ່າວ ອາມັກ ຂອງຕົນ. ຊາວອັຟ...

ສະມາຊິກສະພາປະຊາຊົນເພດຍິງ ແຂວງຄຳມ່ວນ ສະຫຼຸບຜົນງານປີ 2017

Image
ການ​ເຄື່ອນ​ໄຫວ​ວຽກງານ​ຂອງ​ຄະນະ​ສະມາຊິກ​ສະພາ​ປະຊາຊົນ​ເພດ​ຍິງ​ ​ແຂວງ​ຄຳ​ມ່ວນ ປະຈຳ​ປີ 2017 ​ແມ່ນ​ໄດ້​ຖື​ສຳຄັນ​ຕໍ່ວຽກງານ​ການ​ເມືອງ-​ແນວ​ຄິດ​ໃຫ້​ມີ​ການ​ດຳ​ເນີນ​ຊີວິດ​ການ​ເມືອງ​ຢ່າງ​ເປັນ​ປົກກະຕິ, ປັບປຸງ​ກົງຈັກ​ການຈັດ​ຕັ້ງ ​ແລະ ​ແບບ​ແຜນ​ວິທີ​ເຮັດ​ວຽກ​ໃຫ້​ສອດຄ່ອງ ​ແລະ ​ເຂົ້າ​ສູ່​ລະບົບ​ຕາມ​ກົດໝາຍ, ລະບຽບການ ​ເຮັດ​ໃຫ້​ມີ​ຄວາມ​ເຊື່ອໝັ້ນຕໍ່ການ​ນຳພາ​ຂອງ​ພັກ-ລັດ, ມີ​ຄວາມ​ກະຕືລື​ລົ້ນ ​ແລະ ມີ​ຄວາມ​ຮັບຜິດຊອບ​ສູງ​ຕໍ່ໜ້າທີ່​ວຽກງານ​ທີ່​ຂັ້ນ​ເທິງມອບໝາຍ. ຜ່ານ​ການຈັດ​ຕັ້ງ​ປະຕິບັດ​ວຽກງານ 1 ປີຜ່ານມາ ຄະນະ​ສະ​ມາຊິກສະພາ​ເພດ​ຍິງ​ແຂວງ​ໄດ້​ເຂົ້າ​ຮ່ວມ​ຄົ້ນຄວ້າ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ, ນິຕິ​ກຳຂອງ​ບັນດາ​ພະ​ແນ​ກການ​​ຕ່າງໆ ​ເພື່ອ​ນຳ​ເຂົ້າ​ຄົ້ນຄວ້າ​ພິຈາລະນາ​ເຂົ້າ​ໃນ​ກອງ​ປະຊຸມ​ຂອງ​ສະພາ​ແຫ່ງ​ຊາດ​ ​ແລ​ະ ກອງ​ປະຊຸມ​ຂອງ​ສະພາ​ຂັ້ນ​ແຂວງ ພ້ອມ​ທັງ​ການ​​ເຂົ້າ​ຮ່ວມ​ຮັບຮອງ​ເອົາ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ, ​ແຜນ​ງົບປະມານ​ແຫ່ງ​ລັດ, ​ໂຄງການ​ກໍ່ສ້າງ​ ​ແລະ ບັນຫາ​ສຳຄັນ​ອື່ນໆຂອງ​ແຂວງ, ຕິດຕາມ, ​ຊຸກຍູ້ ຈັດ​ຕັ້ງ​ປະຕິບັດກົດໝາຍ, ນິຕິ​ກຳ, ລະບຽບການ​ຕ່າງໆ ​ແລະ ​ແຜນ​ຍຸດ​ທະ​ສາດ​ກ່ຽວກັບ​ການ​ສົ່ງ​ເສີມ​ຄວາມ​ສະ​ເໝີພາບ​ຍິງ-ຊາຍ, ການ​ສົ່ງ​ເສີ...

ກອງພັນໃຫຍ່ 703 ສະຫຼຸບຖອດຖອນບົດຮຽນ ວຽກງານກໍ່ສ້າງຮາກຖານການເມືອງ

Image
   ໃນວັນທີ 16 ມັງກອນ 2018 ນີ້ ກອງພັນໃຫຍ່ 703 ໄດ້ຈັດຕັ້ງສະຫລຸບຖອດຖອນ ບົດຮຽນວຽກງານກໍ່ສ້າງຮາກ ຖານການເມືອງຂຶ້ນ ໂດຍເປັນປະ ທານຂອງພັນເອກ ສູນທອນ ພົມ ມະເສນ ຫົວໜ້າ ການເມືອງກອງ ພັນໃຫຍ່ 703 , ເປັນກຽດເຂົ້າ ຮ່ວມຂອງທ່ານ ສົມໄຊ ແສງປະ ດິດ ຫົວໜ້າຫ້ອງວ່າການເມືອງ ສີໂຄດ ຕາງໜ້າຄະນະພັກເມືອງ ມີຄະນະພັກ-ຄະນະບັນຊາຕະ ຫຼອດຮອດພະນັກງານ ລົງກໍ່ສ້າງຮາກຖານ ແລະ ອຳນາດການ ປົກຄອງບ້ານ 8 ໝູ່ບ້ານອ້ອມ ຂ້າງເຂົ້າຮ່ວມ.      ໃນໂອກາດນີ້ພັນໂທ ສາຍຄຳ ລໍປາຢາວ ຫົວໜ້າຂະແໜງກໍ່ ສ້າງຮາກຖານກອງພັນໃຫຍ່ 703 ໄດ້ຜ່ານບົດສະຫຼຸບຕີລາຄາ ຄືນໃນໄລຍະ 1 ປີຜ່ານມາ ໂດຍ ຍົກໃຫ້ເຫັນຕໍ່ຜົນງານຫລາຍ ດ້ານ ໂດຍສະ ເພາະທາງດ້ານ ການເມືອງໃນ 8 ໝູ່ບ້ານທີ່ຢູ່ໃນ ຂອບເຂດກອງພັນໃຫຍ່ 703 ຮັບຜິດຊອບແມ່ນໄດ້ມີຄວາມສະ ຫງົບ ແຕ່ລະໝູ່ບ້ານແມ່ນໄດ້ໃຫ້ ຄວາມຮ່ວມມືເຂົ້າຮ່ວມໃນຂະ ບວນການຕ່າງໆເຊັ່ນ: ການສ້າງ ຜົນງານຄຳນັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 42 ປີ, ວັນສ້າງຕັ້ງພັກ ປະຊາຊົນ ປະຕິ ວັດລາວຄົບຮອບ 62 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນ ລາວຄົບຄົບຮອບ 69 ປີ ດ້ວຍ ບັນຍາກາດເບີກບານມ່ວນຊື່ນ ແລ ມີຄວາມສະຫງົບປອດໄພ, ແຕ່ລະໄລຍະໄດ້ມີການສ່ອງ ແສງລາຍງານຕາມາລະບົບ ເພື່ອຮັບປະກັນການແກ້ໄຂໄດ້ ທັນສະພາບການໃນກອ...

ເຄັດລັບທີ່ເຮັດໃຫ້ຄົນຈີນຮັ່ງມີ

Image
ປັດຈຸບັນນີ້ຕ້ອງຍອມຮັບເລີຍວ່າ ປະເທດຈີນກາຍເປັນປະເທດທີ່ມີບົດບາດດ້ານເສດຖະກິດໃນອັນດັບຕົ້ນໆຂອງໂລກ ແລະ ໃນປະເທດຈີນເປັນອີກປະເທດໜຶ່ງທີ່ມີຄົນລວຍອາໃສຢູ່ຫຼາຍ ເຮົາຈະສັງເກດເຫັນຄົນຈີນທີ່ມາອາໃສຢູ່ລາວ ສ່ວນຫຼາຍເຖິງແມ່ນວ່າພວກເຂົາຈະເຮັດອາຊີບຄ້າຂາຍ ແລະ ຈະເຫັນໄດ້ວ່າພາຍໃນປີສອງປີພວກເຂົາເຫຼົ່ານັ້ນກໍ່ຈະລວຍຂຶ້ນ ມີຢູ່ມີກິນຂຶ້ນເລື່ອຍໆ ວັນນີ້ແອັດມິນເລີຍມີເຄັດລັບທີ່ເຮັດໃຫ້ຄົນຈີນຮັ່ງມີຂຶ້ນມາຝາກ ຫວັງວ່າຄົນທີ່ໄດ້ອ່ານຈະໄດ້ບົດຮຽນດີໆ ເພື່ອຖອດຖອນນຳໄປໃຊ້ໃນຊີວິດປະຈຳວັນຂອງທ່ານ 1. ຄວາມຂະຫຍັນຕ້ອງເປັນທີໜຶ່ງ ຂໍ້ນີ້ເປັນໜຶ່ງໃນບັນດາອົງປະກອບທີ່ເຮັດໃຫ້ຄົນຈີນທີ່ປະສົບຜົນສຳເລັດໃນທຸລະກິດທຸກຄົນມີ ຄວາມຂະຫຍັນໃນທີ່ນີ້ຄືຕ້ອງເປັນຄົນທີ່ບໍ່ຕິວຽກຕິງານບໍ່ຕິໄລຍະທາງ ຈະໄປຂາຍເຄື່ອງໄກສ່ຳໃດກໍ່ໄປ ເຫມື່ອຍຫຼາຍໄດ້ຂາຍໜ້ອຍກໍ່ຕ້ອງທົນ. 2. ຊື່ສັດມີກິນຈົນວັນຕາຍ ຄົນຈຳນວນບໍ່ໜ້ອຍທີ່ຕິເຄື່ອງຂອງຈາກຈີນ ແຕ່ຄວາມຊື່ສັດກັບອາຊີບຕົນເອງຄືສິ່ງທີ່ຄົນຈີນຢືດຖືມາຕະຫຼອດ ບໍ່ວ່າຈະຂາຍຫຍັງກໍ່ຕາມສິ່ງທີ່ຕ້ອງມີຄືຄວາມຊື່ສັດກັບສິນຄ້າຕົນເອງ ແລະ ຕ້ອງມີຄວາມເຊື່ອໝັ້ນວ່າຂ້ອຍຕ້ອງປະສົບຜົນສຳເລັດກັບສິ່ງນີ້. 3. ຮູ້ແຫຼ່ງທີ່ຈະເຮັດໃຫ້ຕົ້ນທຶນຕ່ຳ ແລະຮູ້ຕໍ່ລອງ ຊາວຈີນເປັນພໍ່ຄ້າທີ່ມີຄວາມພະຍາຍາມສູງໃນການຫາສິນຄ້າ...

ຄວາມຮູ້ສຶກຂອງສາວໆເມື່ອມີເຊັກຄັ້ງທຳອິດ ທີ່ຜູ້ຊາຍຫຼາຍໆທ່ານຢາກຮູ້ຢາກເຫັນ

Image
ຄວາມຮູ້ສຶກຂອງສາວໆເມື່ອມີເຊັກຄັ້ງທຳອິດ ຜູ້ຊາຍຫຼາຍໆທ່ານທີ່ຢາກຮູ້ຢາກເຫັນ ຕື່ນເຕັ້ນຕື່ນຕາຕື່ນໃຈໄປກັບການເປີດຊີງຄັ້ງທຳອິດຂອງສາວໆ ເຊື່ອໄດ້ເລີຍວ່າຈະຕ້ອງຢາກຮູ້ອຢ່າງແນ່ນອນວ່າ ເຊັກຄັ້ງທຳອິດຂອງຜູ້ຍີງນັ້ນຮູ້ສືກຢ່າງໃດ ມື້ນີ້ໄດ້ລວບລວມຜົນການສຳລວດຈາກຍີງສາວເຖີງປະສົບການທີ່ເຄີຍຖືກເປິດຊີງຄັ້ງທຳອິດ ມາໃຫ້ອ່ານກັນ ຈາກຄວາມຮູ້ສຶກທັ້ງໝົດທີ່ເກັບລວບລວມມາໄດ້ນັ້ນ ເຮົາກໍ່ສາມາດແບ່ງອອກໄດ້ເປັນ 4 ອາລົມຫຼັກດັງນີ້: 1 ຕື່ນເຕັ້ນ: ຕໍ່ໃຫ້ຜູ້ຍີງຈະກຽມໃຈເພື່ອມາເປັນຂອງເຈົ້າກໍ່ຕາມ ການຮູ້ຕົວວ່າຈະຖືກພິຊິດຄວາມບໍລິສຸດນັ້ນ ມັນເຮັດໃຫ້ສາວໆຕື່ນເຕັ້ນຫຼາຍທີ່ສຸດເຫດການໜື່ງ ໃນຊີວິດເລີຍກໍ່ວ່າໄດ້ ໃຈສັ່ນມືສັ່ນຕົວຮ້ອນ ມີອາການປະໝ່າ ແລະ ອາດເກິດຄວາມສັບສົນໃນຫົວວ່າ ເຮັດແບບນີ້ດີແລ້ວຫຼືບໍ່ 2 ເຂີນອາຍ: ແນ່ນອນວ່າຮ່າງກາຍຂອງລາວ ທີ່ເບີ່ງແຍງມາເປັນຢ່າງດີພຽງຄົນດຽວ ຈະຕ້ອງມາຖືກບຸກຄົນອື່ນສຳຜັດແນບຊິດແລະເຂົ້າໃກ້ສ່ວນທີ່ລຶກລັບສະເພາະພຽງລາວ ຄົນດຽວເທົ່ານັ້ນ ສາວໆຈະມີຄວາມຮູ້ສຶກເຂີນແລະອາຍຫຼາຍທີ່ສຸດ ຕໍ່ໃຫ້ເປັນຜູ້ຍີງທີ່ວ່າຫ້າວສໍ່າໃດເມື່ອພົບເຫດການນີ້ເຂົ້າໄປເປັນຕ້ອງອາຍກັນທຸກຄົນ ຈົນເຮັດຕົວບໍ່ຄ່ອຍຖືກ ດ້ວຍຄວາມເຂີນ ດັງນັ້ນ ຈື່ງຕາມມາດ້ວຍການທຳທ່າທາງຂັດຂືນປະຕິເສດ ທີ່ສວນທາງກັບໃຈ 3 ເຈັບຫຼາຍ...

ນັກຄ້າສັດປ່າຂ້າມຊາດ ສັນຊາດໄທ ຖືກຈັບ ໂດຍມີເຄືອຂ່າຍ ໃນ ລາວ ຫວຽດນາມ ແລະ ຈີນ

Image
ທາງການຕຳຫຼວດໄທ ໄດ້ທຳການຈັບກຸມ ທ້າວບຸນໄຊ ບັດ ຄົນເຊື້ອຊາດ ຫວຽດນາມ ທີ່ຖືສັນຊາດໄທ ທີ່ຈັງຫວັດ ນະຄອນພະນົມ ໃນຂໍ້ຫາ ເປັນນັກຄ້າສັດປ່າຂ້າມຊາດ ລາຍໃຫຍ່ ທີ່ພະຍາຍາມລັກລອບຂົນສົ່ງງາຊ້າງ ແລະນໍແຮດ ຈາກປະເທດ ສປ ຄອງໂກ ໄປຍັງປະເທດຈີນ ໂດຍຜ່ານລາວ ແລະ ຫວຽດນາມ.      ພົນຕຳຫຼວດເອກ ສະເຫຼີມກຽດ ສຣີວໍຣະຂານ ຮອງຜູ້ບັນຊາການ ສຳນັກງານຕຳຫຼວດ ແຫ່ງຊາດໄທ ໄດ້ຖະແຫລງຢືນຢັນວ່າ ນັກຄ້າງາຊ້າງແລະນໍແຮດ ທີ່ຖືກຈັບໃນໄທ ເມື່ອວັນທີ 19 ມັງກອນທີ່ຜ່ານມາ ຖືເປັນນັກຄ້າສັດປ່າຂ້າມຊາດລາຍໃຫຍ່ ທີ່ມີເຄືອ ຂ່າຍທັງໃນ ໄທ-ລາວ-ຫວຽດນາມ-ຈີນ ແລະອາຟຣິກາ ຊຶ່ງເຄືອຂ່າຍໃນແຕ່ລະປະເທດ ຈະມີໜ້າທີ່ຮັບຜິດຊອບແຕກຕ່າງກັນ ກໍຄືອາຟຣິກາ ເປັນຕົ້ນທາງຂອງງາຊ້າງ ແລະ ນໍແຮດ ທີ່ລັກລອບຂົນຜ່ານໄທ ໄປລາວ-ຫວຽດນາມ ແລະລັກສົ່ງຕໍ່ໄປຈີນ ອັນເປັນ ຈຸດໝາຍປາຍທາງຂອງສິນຄ້ານັ້ນເອງ ດັ່ງທີ່ພົນຕຳຫຼວດເອກ ສະເຫຼີມກຽດ ໄດ້ຢືນຢັນ ວ່າ: “ເຂົາພະຍາຍາມທີ່ຈະໄປປາຍທາງ ທີ່ມີຢູ່ແລ້ວ ຈາກທີ່ເຮົາເຮັດຄະດີມາ ທີ່ທາງກົມ ພາສີອາກອນ ໄດ້ດຳເນີນການຈັບກຸມຮ່ວມກັບໜ່ວຍງານອື່ນໆ ເປົ້າໝາຍ ຄືໄປ ປະເທດທີ 3 ຜ່ານທາງຂອງລາວ-ຫວຽດນາມ ແລ້ວກໍໄປສິ້ນສຸດທີ່ປະເທດຈີນ ເພາະ ວ່າ ໃນປະເທດໄທ ນີ້ ຫາຍາກ ໂດຍສະເພາະແຜນການປາບປາມ ຮວມທັງການດຳ ເນີນການຕ່າງໆນັ້ນ...