ແຈ້ງເຕືອນ ອາກາດຫນາວ ອຸ່ນຫະພູມລົງເພິງ 3-5 ອົງສາ Get link Facebook X Pinterest Email Other Apps January 30, 2018 ມວນອາກາດຫນາວເຢັນຈາກປະເທດຈີນຈະມີກຳແຮງເພີ່ມຂຶ້ນແຜ່ລົງຢູ່ທຸກພາກທົ່ວປະເທດລາວໃນໄລຍະເວລາ 31/01/2018-06/02/2016. ໂດຍສະເພາະເຂດພາກເຫນືອຫນາວເຖິງ 3-5 ອົງສາ ແລະຈະມີຝົນຕົກກະຈາຍ Get link Facebook X Pinterest Email Other Apps Comments
ຜູ້ຊາຍຕ້ອງຮູ້..!!!" ນຳ້ອະສຸຈິ" ໃສ ຫຼື ຂຸ້ນບອກໄດ້ເປັນໝັນຫຼືບໍ່...? ຮິບອ່ານດ່ວນ...!! January 13, 2018 ມີປະເດັນຫນື່ງທີ່ນ່າສົນໃຈຫຼາຍໆ ກ່ຽວກັບສີຂອງນຳ້ອະສຸຈິວ່າ ຫາກນຳ້ອະສຸຈິໃສເພາະວ່າບໍ່ມີໂຕອະສຸຈິຈີ່ງຫຼືບໍ່? ແລະ ບໍ່ສາມາດມີລູກໄດ້ແມ່ນບໍ? ເປັນອະສຸຈິຂອງຄົນເປັນໝັນ ຫຼື ບໍ? .... ມີບັນຫາກໍ່ຕ້ອງມີຄຳຕອບ !!! ຜູ້ຊາຍຕ້ອງຮູ້ "ອະສຸຈິ" ໃສ ຫຼື ຂຸ້ນ ບອກໄດ້ວ່າເປັນໝັນ ຮິບເຊັກເບີ່ງຂອງໂຕເອງດ່ວນ ໂດຍປົກກະຕິ ນຳ້ອະສຸຈິທີ່ບໍ່ໄດ້ມີບັນຫາຫຍັງຈະມີລັກສະນະເປັນສີຂາວຂຸ້ນ ຫຼື ບາງທີຕິດເຫຼືອງ ແລະຈະໜຽວໆ ຄ້າຍແປ້ງປຽກແຕ່ພົບວ່າບາງທ່ານ ( ສ່ວນໜ້ອຍ) ມີບັນຫາກ່ຽວກັບນຳ້ອະສຸຈິເປັນສີໃສເລີ່ມມີຄວາມກັງວົນວ່າ ອະສຸຈິບໍ່ແຂງແຮງ ແລະເປັນໝັນ. ນຳ້ອະສຸຈິປະກອບດ້ວຍ : 1. ໂຕອະສຸຈິຫຼາຍໆລ້ານໂຕ 2. ນຳ້ຫຼໍ່ລື່ນຕ່າງໆ ການຫຼັ່ງໃນແຕ່ລະຄັ້ງຈີ່ງຂາວຂຸ້ນແຕ່ຈະແຕກຕ່າງກັນອອກໄປ ແຕ່ສາເຫດທີ່ວ່ານຳ້ອະສຸຈິເປັນສີໃສນັ້ນບໍ່ໄດ່ມີຜົນຕໍ່ການວິໃຈວ່າເປັນ ຫຼື ບໍ່ເປັນໝັນ ຕ້ອງໄປກວດດ້ວຍກ້ອງຈຸລະທັດເພື່ອຫາຈຳນວນອະສຸຈິແລ້ວຜູ້ຊາຍຕ້ອງຮູ້..!!! "ອະສຸຈິ" ໃສ ຫຼື ຂຸ່ນບອກໄດ້ວ່າເປັນໝັນກ່ອນຈະວິຕົກກັງວົນ ຢາກໃຫ້ລອງເຊັກຄາວໆເບີ່ງເລີຍ - ຊ່ວຍໂຕເອງຕະຫຼອດ( ນຳ້ອອກຕະຫຼອດຂະໜາດນັ້ນ ທໍ່ອາດພໍດີ) - ສັງເກດໂຕເອງໃຫ້ແນ່ຊັດ ວ່ານັ້ນເປັນນຳ້ອະສຸຈິ ຫຼື ວ່ານຳ້ຫຼໍ່ລື່ນ. - ນອນໜ້ອຍຫຼື ບໍ ? ເພາະການນອນມີຜົນຕໍ່ການຜ... Read more
ອົງການປົກຄອງແຂວງໄຊຍະບູລີແບ່ງປັນນໍ້າໃຈຕ້ານໄພໜາວ December 24, 2017 ເພື່ອເປັນການຊ່ວຍເຫຼືອປະຊາຊົນ, ໂດຍສະເພາະແມ່ນຄອບຄົວທຸກຍາກ ຢູ່ ເມືອງ ໄຊຊະຖານ ແຂວງ ໄຊຍະບູລີ ໃນການຕ້ານໄພໜາວ, ເພື່ອເຮັດໃຫ້ກຸ່ມຄົນດັ່ງກ່າວໄດ້ມີຄວາມອົບອຸ່ນທັງການ ແລະ ໃຈ, ສະນັ້ນອົງການປົກຄອງ ແຂວງ ໄຊຍະບູລີ ຈຶ່ງໄດ້ນໍາເຄື່ອງກັນໜາວໄປມອບໃຫ້ປະຊາຊົນເມືອງດັ່ງກ່າວ, ເຄື່ອງທີ່ນໍາໄປມອບປະກອບມີ: ເສື້ອກັນໜາວ ຈໍານວນ 100 ຜືນ, ໂສ້ງຂາຍາວ ຈໍານວນ 100 ຜືນ, ຜ້າຫົ່ມກັນໜາວ 110 ຜືນ, ຊຸດເຄື່ອງນຸ່ງປະສົມ 350 ຊຸດ, ໝວກກັນໜາວ 100 ໃບ ແລະ ເຄື່ອງນຸ່ງທົ່ວໄປ 300 ຊຸດ, ລວມມູນຄ່າທັງໝົດ 26 ລ້ານກວ່າກີບ, ພິທີມອບ-ຮັບໄດ້ຈັດຂຶ້ນ ໃນວັນທີ 20 ທັນວາ 2017 ນີ້, ທີ່ຫ້ອງການບ້ານ ສະແມດໃຫຍ່ໃຫ້ກຽດມອບໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ແລະ ຮັບ ໂດຍຕາງໜ້າອົງການປົກຄອງ ເມືອງ ໄຊຊະຖານ ແລະ ມອບຕໍ່ໃຫ້ກັບປະຊາຊົນກຸ່ມເປົ້າໝາຍ, ເຂົ້າຮ່ວມພິທີມີຫົວໜ້າພະແນກການເງິນ, ສະຫະພັນແມ່ຍິງແຂວງ, ພ້ອມດ້ວຍອໍານາດການປົກຄອງເມືອງ ໄຊສະຖານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ. Read more
ປະທານປະເທດເປັນຫ່ວງ ຢ້ານການສໍ້ລາດບັງຫຼວງ ຈະເຮັດໃຫ້ການເງິນຂອງລັດລົ້ມລະລາຍ February 02, 2018 ປະທານປະເທດລາວ ເນັ້ນໜັກວ່າການທຸດຈະລິດຂອງບັນດາພະນັກງານພັກລັດ ຈະເຮັດໃຫ້ເກີດບັນຫາລົ້ມລະລາຍ ແລະສ້າງຄວາມຫາຍຍະນະທາງດ້ານການເງິນຂອງລັດຖະບານໄດ້ໃນໄລຍະຍາວດ້ວຍ. ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແລະເລຂາທິການໃຫຍ່ພັກລັດ ປະຈໍາພັກລັດປະຊາຊົນລາວ ໄດ້ໃຫ້ການຍອມຮັບວ່າການນຳໃຊ້ອຳນາດຢ່າງບໍ່ຖືກ ຕ້ອງຕາມລະບຽບກົດໝາຍຂອງ ບັນດາພະນັກງານພັກ ແລະ ລັດທີ່ເພີ້ມຂື້ນເລື້ອຍໆນັ້ນ ໄດ້ກໍ່ໃຫ້ເກີດບັນຫາຫຍໍ້ທໍ້ພາຍໃນພັກ ແລະລັດ ລັດຖະບານເພີ້ມຂື້ນນັບມື້ ໂດຍສະເພາະແມ່ນການນຳໃຊ້ງົບປະມານຂອງລັດຖະບານໄປເພື່ອຜົນປະໂຫຍດ ສ່ວນໂຕນັ້ນຍັງຈະເຮັດໃຫ່ເກີດບັນຫາລົ້ມລະລາຍ ແລະສ້າງຄວາມຫາຍຍະນະທາງດ້ານການເງິນຂອງລັດຖະບານ ໃນໄລຍະຍາວອີກດ້ວຍ ດັ່ງທີ່ທ່ານໄດ້ເນັ້ນຢໍ້າໃນກອງປະຊຸມຄະນະຈັດຕັ້ງສູນກາງພັກລັດ ເມື່ອບໍ່ນານມານີ້ວ່າ: “ໂດຍສະເພາະແມ່ນມີການລະເມີດວິໃນແຜນການເງິນຢ່າງກວ້າງຂວາງ ເຊັນການຕົກລົງໂຄງການລົງທຶນຂອງລັດ ບໍ່ຄຳນຶ່ງເຖິງຄວາມສາມາດຊໍາລະສະສາງ ຂອງງົບປະມານ ການລົງທຶນໃສ່ໂຄງການໂຄງຮ່າງຢ່າງກວ້າງຂ... Read more
Comments
Post a Comment