ແຈ້ງການ ມວນອາກາດຫນາວ ໃນ ອຸ່ນຫະພູມລົງເຖິງ 3-5 ອົງສາ ໃນວັນທີ 31/01-06/02/2018 Get link Facebook X Pinterest Email Other Apps January 30, 2018 ມວນອາກາດຫນາວເຢັນຈາກປະເທດຈີນຈະມີກຳແຮງເພີ່ມຂຶ້ນແຜ່ລົງຢູ່ທຸກພາກທົ່ວປະເທດລາວໃນໄລຍະເວລາ 31/01/2018-06/02/2016. Get link Facebook X Pinterest Email Other Apps Comments
ປະທານປະເທດເປັນຫ່ວງ ຢ້ານການສໍ້ລາດບັງຫຼວງ ຈະເຮັດໃຫ້ການເງິນຂອງລັດລົ້ມລະລາຍ February 02, 2018 ປະທານປະເທດລາວ ເນັ້ນໜັກວ່າການທຸດຈະລິດຂອງບັນດາພະນັກງານພັກລັດ ຈະເຮັດໃຫ້ເກີດບັນຫາລົ້ມລະລາຍ ແລະສ້າງຄວາມຫາຍຍະນະທາງດ້ານການເງິນຂອງລັດຖະບານໄດ້ໃນໄລຍະຍາວດ້ວຍ. ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແລະເລຂາທິການໃຫຍ່ພັກລັດ ປະຈໍາພັກລັດປະຊາຊົນລາວ ໄດ້ໃຫ້ການຍອມຮັບວ່າການນຳໃຊ້ອຳນາດຢ່າງບໍ່ຖືກ ຕ້ອງຕາມລະບຽບກົດໝາຍຂອງ ບັນດາພະນັກງານພັກ ແລະ ລັດທີ່ເພີ້ມຂື້ນເລື້ອຍໆນັ້ນ ໄດ້ກໍ່ໃຫ້ເກີດບັນຫາຫຍໍ້ທໍ້ພາຍໃນພັກ ແລະລັດ ລັດຖະບານເພີ້ມຂື້ນນັບມື້ ໂດຍສະເພາະແມ່ນການນຳໃຊ້ງົບປະມານຂອງລັດຖະບານໄປເພື່ອຜົນປະໂຫຍດ ສ່ວນໂຕນັ້ນຍັງຈະເຮັດໃຫ່ເກີດບັນຫາລົ້ມລະລາຍ ແລະສ້າງຄວາມຫາຍຍະນະທາງດ້ານການເງິນຂອງລັດຖະບານ ໃນໄລຍະຍາວອີກດ້ວຍ ດັ່ງທີ່ທ່ານໄດ້ເນັ້ນຢໍ້າໃນກອງປະຊຸມຄະນະຈັດຕັ້ງສູນກາງພັກລັດ ເມື່ອບໍ່ນານມານີ້ວ່າ: “ໂດຍສະເພາະແມ່ນມີການລະເມີດວິໃນແຜນການເງິນຢ່າງກວ້າງຂວາງ ເຊັນການຕົກລົງໂຄງການລົງທຶນຂອງລັດ ບໍ່ຄຳນຶ່ງເຖິງຄວາມສາມາດຊໍາລະສະສາງ ຂອງງົບປະມານ ການລົງທຶນໃສ່ໂຄງການໂຄງຮ່າງຢ່າງກວ້າງຂ... Read more
ສຸດໂຫດ! ໄປຮຽນບໍ່ໄດ້ຍ້ອນອາກາດໜາວ, ຫຼ້າສຸດແຂວງຫົວພັນ ສັ່ງຢຸດສອນເປັນການຊົ່ວຄາວ. February 07, 2018 ອາກາດໜາວເຢັນຕິດຕໍ່ກັນຫຼາຍວັນເຮັດໃຫ້ແຂວງຫົວພັນ ປະກາດໂຈະການຮຽນທົ່ວແຂວງ ນັບແຕ່ວັນທີ 5 – 9 ກຸມພາ ເນື່ອງຈາກອຸນຫະພູມບາງມື້ລົງເຖິງ 3 ອົງສາ ຢ້ານຈະສົ່ງຜົນກະທົບຕໍ່ການໄປ – ມາ ແລະ ສຸຂະພາບຂອງນັກຮຽນ. ທ່ານ ມົນທອງ ລຽນຕິຄຸນ ຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງຫົວພັນ ກ່າວວ່າ: ການພັກການຮຽນ – ພັກສອນຄັ້ງນີ້ ຖືເປັນຄັ້ງທໍາອິດຂອງປີ 2018 ເນື່ອງຈາກສະພາບອາກາດໜາວເຢັນຫຼາຍ ຢ້ານຈະສົ່ງຜົນກະທົບຕໍ່ການໄປ – ມາຂອງນັກຮຽນ ແລະ ສຸຂະພາບຂອງເດັກ, ການຮັບມືຕໍ່ກັບສະພາບອາກາດຈຶ່ງຕ້ອງມີການໂຈະການຮຽນ – ການສອນຊົ່ວຄາວ ເຊິ່ງທາງພະແນກສຶກສາທິການ ແລະ ກີລາ ກໍ່ຈະໄດ້ມີການຕິດຕາມກວດກາສະພາບອາກາດຢູ່ຕະຫຼອດ ເພື່ອຈະໄດ້ຫາທາງແກ້ໄຂ ແລະ ຮັບມືໄດ້ຖ່ວງທັນ. ທ່ານ ອຈ. ພູວຽງ ພັນທິລາ ອໍານວຍການໂຮງຮຽນ ມ.ປາຍ ຕົວແບບ ກ່າວວ່າ: ກ້າວເຂົ້າສູ່ພາກຮຽນ 2 ສົກຮຽນ 2017 – 2018 ສະພາບອາກາດໜາວຫຼາຍ, ມີໝອກປົກຄຸມໜາບາງເຂດເຮັດໃຫ້ເດີນທາງໄປ – ມາຂອງຄູອາຈານ ແລະ ນັກຮຽນພົບຄວາມຍຸ້ງຍາກ, ພະແນກສຶກສາທິການ ແລະ ກີລາແຂວງຫົວພັນ ຈຶ່ງໄດ້ອອກແຈ້ງການເລື່ອງການໂຈະການຮຽນ – ການສອນຊົ່ວຄາວ ຕັ້ງແຕ່ວັນທີ 5 – 9 ກຸມພານີ້. ດ້ານ ທ່ານ ກອງມະນີ ພົມມະລີ ຫົວໜ້າໜ່ວຍງານອຸທົກກະສາດ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ... Read more
6 ອາຫານ “ຫ້າມໃສ່ບາດ” ເດັດຂາດ ທີ່ຫຼາຍຄົນຍັງບໍ່ຮູ້ February 03, 2018 6 ອາຫານ “ຫ້າມໃສ່ບາດ” ເດັດຂາດ ທີ່ຫຼາຍຄົນຍັງບໍ່ຮູ້ ເຊື່ອວ່າຫຼາຍໆຄົນຍັງບໍ່ຮູ້ ວ່າອາຫານເເບບໃດທີ່ ໃສ່ບາດເເລ້ວບາບ ມັນອາດຈະຕິດຕົວຢ່າຖວາຍໃຫ້ພະ ມື້ນີ້ເຮົາໄດ້ມີ 6 ອາຫານຕ້ອງຫ້າມທີ່ “ບໍ່ຄວນໃສ່ບາດເຮັດບຸນ” ເພາະທີ່ເຈົ້າເຮັດມັນຄືບາບ ຈະມີຫຍັງຕ້ອງໄປເບິ່ງກັນ 1. ເຂົ້າສານ ອາຫານແຫ້ງ ເນື້ອສັດ ບໍ່ຄວນໃສ່ບາດ ຕາມພະວິໄນແລ້ວ…ພຣະສົງບໍ່ສາມາດເຮັດອາຫານເອງໄດ້ ແລະພຣະບໍ່ຄວນເກັບອາຫານໄວ້ຂ້າມມື້ ຖ້າຈະຖວາຍຈຶ່ງຄວນເປັນຂອງທີ່ກີນໄດ້ທັນທີ ຢ່າງໃດກໍຕາມ ຖ້າຢາກຖວາຍອາຫານພວກນີ້ຄວນຖວາຍໃຫ້ກັບວັດເພື່ອເກັບເຂົ້າໂຮງທານຈະເໝາະສົມກວ່າ 2. ໃສ່ເງີນໃນບາດບໍ່ໄດ້ເດັດຂາດ!! ພຣະຮັບເງີນຖືວ່າຜິດພະທຳວິໄນ ຫລືອາບັດ ຊາວພຸດທທ່ານໃດຢາກຖວາຍປັດໄຈຄວນນຳໄປຖວາຍກັບວັດຫລືຫຍອດຕາມຕູ້ຈະດີກວ່າ 3. ຊີ້ນຕ້ອງຫ້າມ 10 ຊະນິດ ໂດຍສ່ວນໃຫຍ່ຊີ້ນສັດເຫຼົ່ານີ້ບ້ານເຮົາບໍ່ຄ່ອຍນິຍົມບໍລິໂພກກັນຢູ່ແລ້ວ ດັ່ງນັ້ນ ຢ່ານຶກນຳຊີ້ນສັດເຫຼົ່ານີ້ໄປໃສ່ບາດຫລືຖວາຍພະເດັດຂາດ ຊີ້ນຕ່າງໆໄດ້ແກ່ 1.ເນື້ອມະນຸດ 2. ຊີ້ນຊ້າງ 3. ຊີ້ນມ້າ 4. ຊີ້ນໝາ 5. ຊີ້ນງູ 6. ຊີ້ນລາດຈະສີ 7. ຊີ້ນເສືອໂຄ່ງ 8. ເສືອເຫຼືອງ 9. ເສືອດາວ 10.ຊີ້ນໝີ 4. ໝີ່ສຳເລັດຮູບ ອາຫານສຳເລັດຮູບສະດວກໃນການຈັບຈ່າຍຫລືນຳມາເກັບໄວ້ເພື່ອຕຽມຕົວໃນການເຮັດບຸນຕັກບາດ ແຕ່ເຈົ້າຈະຮ... Read more
Comments
Post a Comment