ການຮັບຄູອາສາສະໝັກ ບໍ່ເອກະພາບກັນ ອີກໜຶ່ງສາເຫດເຮັດໃຫ້ການແກ້ໄຂບັນຫາ “ຄູເຫຼືອບໍ່ພໍ” ຍາກຂຶ້ນ
ເຖິງວ່າໃນໄລຍະຜ່ານມາລັດຖະບານໄດ້ສຸມໃສ່ຢ່າງໜັກໃນການແກ້ໄຂບັນຫາ“ຄູເຫຼືອບໍ່ພໍ” ດ້ວຍຫຼາຍຮູບການ ທັງການໃຫ້ທຶນການສຶກສາແກ່ນັກສຶກສາຄູທ້ອງຖິ່ນແລະການອະນຸມັດໂກຕ້າລັດຖະກອນຄູໃໝ່ ໃຫ້ກະຊວງສຶກສາທິການ ແລະ ກິລາຂ້ອນຂ້າງຫຼາຍຫຼາຍກວ່າຂະແໜງການອື່ນໃນແຕ່ລະປີ.
ໃນນີ້ສະເພາະສົກປີ 2017-2018 ກະຊວງ ສສກໄດ້ຮັບໂກຕ້າລັດຖະກອນຄູໃໝ່ເຖິງ 3.000 ຕຳແໜ່ງແຕ່ໃນຂະນະດຽວກັນ ແຕ່ລະປີຂະແໜງການສຶກສາ ແລະ ກິລາ ກໍ່ຍັງມີການຍົກຍ້າຍບັນດາຄູ-ອາຈານໄປຮັບໃຊ້ໃນຂະແໜງການຕ່າງໆເປັນຈຳນວນຫຼາຍເຊັ່ນກັນ ລວມເຖິງບັນຫາຖານຂໍ້ມູນຍັງບໍ່ສົມບູນ ຫຼືຂໍ້ມູນຕົວເລກຄູບໍ່ກົງກັບຕົວເລກຕົວຈິງ ແລະ ການຮັບຄູອາສາສະໝັກ ບໍ່ເອກະພາບກັນຂອງບັນດາແຂວງ, ເມືອງ ແລະ ໂຮງຮຽນ ຍັງຖືເປັນອີກບັນຫາ ແລະ ສິ່ງທ້າທ້າຍສຳຄັນ ທີ່ເຮັດໃຫ້ການແກ້ໄຂບັນຫາ “ຄູເຫຼືອບໍ່ພໍ” ໄດ້ຍາກຂຶ້ນ ໃນປັດຈຸບັນ.

ອີງຕາມບົດລາຍງານຜົນການລົງສໍາຫຼວດລັດຖະກອນຄູ ແລະ ບໍລິຫານ ທົ່ວປະເທດ ສົກຮຽນ 2017-2018 ທີ່ໄດ້ຮັບການສະເໜີຕໍ່ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວປະເທດ ປະຈໍາປີ 2017 ທີ່ສະໂມສອນຄະນະເສດຖະສາດ ແລະບໍລິຫານທຸລະກິດມະຫາວິທະຍາໄລແຫ່ງຊາດ ເມື່ອບໍ່ດົນຜ່ານມາ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດການລົງສໍາຫຼວດການບັນຈຸ ແລະ ການນໍາໃຊ້ຄູກໍ່ເພື່ອໃຫ້ສາມາດເກັບກໍາໄດ້ສະພາບການບັນຈຸຄູ ແລະ ການນໍາໃຊ້ຄູ ໃນແຕ່ລະແຂວງ, ເມືອງ ແລະ ໂຮງຮຽນເພື່ອກວດຄືນຈໍານວນລັດຖະກອນຄູແລະ ບໍລິຫານ ທີ່ມີໜ້າຕົວຈິງໃນປັດຈຸບັນ, ເກັບກໍາໄດ້ຈໍານວນຄູອາສາສະໝັກທີ່ມີຢູ່ນັ້ນວ່າຖືກຕ້ອງກັບຄວາມຕ້ອງການຕົວຈິງຂອງແຕ່ລະຊັ້ນ ແລະ ລາຍວິຊາ ຫຼື ບໍ່, ເກັບກໍາໄດ້ຈໍານວນລັດຖະກອນທີ່ສູນເສຍໃນຮູບການຕ່າງ ຄື: ບໍາເນັດ, ບໍານານ, ຍົກຍ້າຍ, ເສຍກໍາລັງແຮງງານ, ເສຍຊີວິດ ແລະ ອື່ນໆ,ເກັບກໍາການປະຕິບັດຫຼັກສູດ(ຈໍານວນຊົ່ວໂມງສອນຕົວຈິງປຽບທຽບໃສ່ຊົ່ວໂມງສອນທີ່ກໍານົດໃນຫຼັກສູດ, ເກັບກໍາໄດ້ສະພາບຄູເຫຼືອ, ຄູບໍ່ພໍ, ຄູບໍ່ມີ, ຄູສອນບໍ່ຖືກຊັ້ນ, ຖືກສາຍ, ລາຍວິຊາທີ່ຮຽນຈົບ ແລະ ວິຊາທີ່ບໍ່ໄດ້ສອນ ແລະ ເກັບກໍາໄດ້ຂໍ້ມູນການສຶກສານອກໂຮງຮຽນ ແລະ ອື່ນໆ.

ສ່ວນບັນດາກຸ່ມເປົ້າໝາຍ ປະກອບມີ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ, ມີ 148 ເມືອງ ແລະ ມີ 12.569 ໂຮງຮຽນ. ໃນ
ນັ້ນ, ອະນຸບານ 2.571 ແຫ່ງ, ປະຖົມ ມີ 8.351 ແຫ່ງ, ມ ຕົ້ນ ມີ 923 ແຫ່ງ, ມປາຍ ມີ 42 ແຫ່ງ ແລະ ມັດທະຍົມສົມບູນ ມີ 682
ແຫ່ງ ແລະ ການລົງສໍາຫຼວດຄູ ໃນ 2 ເມືອງ ຄື: ເມືອງໄຊບົວທອງ ແຂວງຄໍາມ່ວນ ແລະ ເມືອງໂພນໂຮງ ແຂວງວຽງຈັນ. ໃນນັ້ນ, ຜົນ
ການວິເຄາະການລົງສໍາຫຼວດຄູເມືອງໄຊບົວທອງ ແຂວງຄໍາມ່ວນ ທົ່ວເມືອງມີໂຮງຮຽນຈໍານວນ 75 ແຫ່ງ, ລັດຖະກອນຄູ 275 ຄົນອາ
ສາສະໝັກ 96 ຄົນ, ນັກຮຽນ 7.839 ຄົນ, ຫ້ອງຮຽນ 294 ຫ້ອງ ໂດຍຜ່ານການວິເຄາະຂໍ້ມູນເມືອງດັ່ງກ່າວ ຍັງມີຄູບໍ່ພຽງພໍທັງໝົດ
139 ຄົນ, ຖ້າຈັດບຸລິມະສິດການບັນຈຸຄູໃໝ່ ທີ່ຕ້ອງການແກ້ໄຂຢ່າງຮີບດ່ວນ ມີທັງໝົດ 8 ແຫ່ງ (ຈໍານວນທັງໝົດ 24 ຄົນ) ແລະ ຍັງ
ມີຄູເຫຼືອທັງໝົດ 29 ຄົນ.

ສ່ວນຜົນການສໍາຫຼວດເມືອງໂພນໂຮງ ແຂວງວຽງຈັນ ທົ່ວເມືອງມີໂຮງຮຽນທັງໝົດຈໍານວນ 69 ແຫ່ງ, ລັດຖະກອນຄູ 700 ຄົນ, ອາສາສະໝັກ 81 ຄົນ, ນັກຮຽນ 14.036 ຄົນ, ຫ້ອງຮຽນ 497 ຫ້ອງ ແລະ ຜົນການວິເຄາະຂໍ້ມູນ ເຫັນວ່າໃນເມືອງດັ່ງກ່າວ ຍັງມີຄູບໍ່ພຽງພໍທັງໝົດ 58 ຄົນ, ຈໍານວນຄູເຫຼືອທັງໝົດ 187 ຄົນ.
ເຖິງຢ່າງໃດກໍ່ຕາມ, ການບັນຈຸ ແລະ ນໍາໃຊ້ຄູ ຍັງຖືເປັນບັນຫາ ແລະ ສິ່ງທ້າທາຍສຳຄັນ ໃນໄລຍະຜ່ານມາ, ເຊິ່ງເຫັນວ່າຄູເຫຼືອແລະ
ບໍ່ພໍໃນແຕ່ລະຊັ້ນ ແລະ ລາຍວິຊາ, ໃນຕົວເມືອງຄູເຫຼືອ ແລະ ຊົນນະບົດຄູບໍ່ພຽງພໍ ແຕ່ກໍ່ຍັງບໍ່ຮູ້ຊັດເຈນວ່າຄູເຫຼືອແລະບໍ່ພໍນັ້ນ ຢູ່ຊັ້ນໃດ,
ວິຊາໃດ ແລະ ຢູ່ໂຮງຮຽນແຫ່ງໃດແທ້, ການສ້າງແຜນຄວາມຕ້ອງການຄູ ທີ່ພະແນກສຶກສາທິການ ແລະ ກິລາແຂວງ, ເມືອງສົ່ງມາໃຫ້ກະ
ຊວງສຶກສາທິການ ແລະ ກິລາ ບໍ່ຊັດເຈນ ເຮັດໃຫ້ການສະເໜີຂໍຕົວເລກ (ໂກຕ້າ) ແລະ ແບ່ງປັນຕົວເລກໃຫ້ແຂວງ, ເມືອງ ກໍ່ບໍ່ຊັດເຈນ
(ການສ້າງແຜນຄວາມຕ້ອງການຄູຜ່ານມານັ້ນກະຊວງ ສສກ ສົ່ງແບບຟອມໃຫ້ແຂວງປະກອບແບບຟອມແລ້ວສົ່ງຄືນໃຫ້ກະຊວງສສກ).

ໃນໄລຍະຜ່ານມາ ຂະແໜງການສຶກສາ ແລະ ກິລາ ຍັງບໍ່ທັນເຄີຍລົງສໍາຫຼວດ ແລະ ເກັບກໍາຂໍ້ມູນກ່ຽວກັບຄູຈັກເທື່ອ ເຮັດໃຫ້ຖານຂໍ້ມູນ
ບໍ່ໄດ້ອັບເດດ ແລະ ຂໍ້ມູນກໍ່ບໍ່ລະອຽດຄົບຖ້ວນເທົ່າທີ່ຄວນ, ຖານຂໍ້ມູນ PMIS ຍັງບໍ່ສົມບູນເທົ່າທີ່ຄວນ ຄື: ຍັງບໍ່ມີຈໍານວນຫ້ອງຮຽນ,
ຈໍານວນນັກຮຽນ ແລະ ວິຊາສອນຂອງຄູ ໃນແຕ່ລະຊັ້ນຮຽນ ເຮັດໃຫ້ການແບ່ງປັນຕົວເລກໃຫ້ແຂວງ ແລະ ເມືອງບໍ່ຊັດເຈນ, ຂໍ້ມູນທີ່ມີ
ໃນຖານ PMIS ບໍ່ກົງກັບຂໍ້ມູນຕົວຈິງ, ຄູອາສາສະໝັກ ມີຈໍານວນຫຼາຍກວ່າ 10.000 ຄົນ, ການຮັບຄູອາສາສະໝັກບໍ່ເປັນເອກະພາບ
ກັນ (ໂຮງຮຽນ, ເມືອງ, ແຂວງ), ການຮັບຄູອາສາສະໝັກຈໍານວນໜຶ່ງຈໍານວນໜຶ່ງບໍ່ຖືກກັບຄວາມຕ້ອງການຕົວຈິງຂອງແຕ່ລະຊັ້ນແລະ
ລາຍວິຊາທີ່ຍັງຂາດຄູ ແລະ ການເກັບກໍາຈໍານວນຄູທີ່ສູນເສຍໃນຮູບການຕ່າງໆ ຍັງບໍ່ທັນຊັດເຈນ ຄື: ບໍາເນັດ, ບໍານານ, ເສຍກໍາລັງແຮງ
ງານ, ເສຍຊີວິດ, ຍົກຍ້າຍ ແລະ ອື່ນໆ, ເຊິ່ງບາງແຂວງ ແລະ ເມືອງຍົກຍ້າຍແລ້ວບໍ່ລາຍງານໃຫ້ກະຊວງ ສສກ ຮັບຊາບບາງຄົນຍົກຍ້າຍ
ໄປຂະແໜງການອື່ນແລ້ວ ຍັງກິນເງິນເດືອນນໍາສຶກສາ ແລະ ກິລາຢູ່.

ແຫລ່ງທີ່ມາຈາກ http://moes.edu.la/

Comments
Post a Comment