ການຍິງກັນຢູ່ ໄນຄລັບ ໃນປະເທດ ບຣາຊິລ ມີຜູ້ເສຍຊີວິດ 14 ຄົນ

ຮູບພາບດ້ານໜ້າຂອງ ໄນຄລັບ ບ່ອນທີ່ປະຊາຊົນ 14 ຄົນຖືກ ຂ້າຕາຍໃນການຍິງກັນຕອນເຊົ້າຂອງວັນເສົາວານນີ້, ໃນເມືອງ ຟໍຕາເລຊາ "Fortaleza," ພາກຕາເວັນອອກສຽງເໜືອ ຂອງ ປະເທດ ບຣາຊິລ. 27 ມັງກອນ, 2018
ມືປືນຫຼາຍຄົນ ໄດ້ຂ້າຢ່າງໜ້ອຍ 14 ຄົນ ຢູ່ໄນຄລັບເຕັ້ນລຳແຫ່ງນຶ່ງໃນເມືອງ ຟໍຕາ
ເລຊາ "Fortaleza" ຕັ້ງຢູ່ພາກຕາເວັນອອກສຽງເໜືອຂອງປະເທດ ບຣາຊິລ.
ບັນດາເຈົ້າໜ້າທີ່ໃນລັດ ເຊຍຣາ "Ceara" ໄດ້ກ່າວໃນວັນເສົາວານນີ້ວ່າ ລົດສາມຄັນ
ທີ່ເຕັມໄປດ້ວຍຜູ້ຊາຍຕິດອາວຸດ ໄດ້ເດິີນທາງຮອດໄນຄລັບ ຟໍໂຮ ໂດ ກາໂກ "Forro
do Gago" ໃນຕອນເຊົ້າໆຂອງວັນເສົາວານນີ້. ພວກຜູ້ເຫັນເຫດການເວົ້າວ່າ ພວກຜູ້
ຊາຍກຸ່ມນັ້ນ ໄດ້ຍິງປືນເຂົ້າໃສ່ຄລັບດັ່ງກ່າວ ແລະ ໄດ້ສືບຕໍ່ຍິງຢ່າງບໍ່ເລືອກໜ້າ ດົນ
ປະມານ 30 ນາທີ.
ປະຊາຊົນຫຼາຍຄົນ ໄດ້ຫຼົບໜີ ອອກຈາກຄລັບທີ່ວ່ານັ້ນ, ແຕ່ບັນດາເຈົ້າໜ້າທີ່ກ່າວວ່າ
ຢ່າງໜ້ອຍ 14 ຄົນຖືກຍິງເສຍຊີວິດ ແລະ ຄົນອື່ນໆອີກບໍ່ເຖິງ 10 ຄົນໄດ້ຮັບບາດເຈັບ,
ບາງຄົນມີອາການສາຫັດ.
ບໍ່ມີຜູ້ໃດຖືກຈັບກຸມໃນເຫດການດັ່ງກ່າວ. ຕຳຫຼວດເຊື່ອວ່າ ການຍິງກັນອາດໄດ້ຮັບ
ແຮງກະຕຸ້ນລະຫວ່າງ ແກັງຄ້າຢາເສບຕິດ ທີ່ເປັນຄູ່ແຂ່ງກັນ.
ພາກຕາເວັນອອກສຽງເໜືອຂອງປະເທດ ບຣາຊິລ, ໂດຍສະເພາະໃນລັດ ເຊຍຣາ, ມີ
ອັດຕາການຄາດຕະກຳສູງທີ່ສຸດ ໃນປະເທດ ບຣາຊິລ. ຄວາມຮຸນແຮງມັກຈະເກີດມາ
ຈາກແກັງຄ້າຢາເສບຕິດ.

Comments

Popular posts from this blog

ອົງການປົກຄອງແຂວງໄຊຍະບູລີແບ່ງປັນນໍ້າໃຈຕ້ານໄພໜາວ

ຜູ້ຊາຍຕ້ອງຮູ້..!!!" ນຳ້ອະສຸຈິ" ໃສ ຫຼື ຂຸ້ນບອກໄດ້ເປັນໝັນຫຼືບໍ່...? ຮິບອ່ານດ່ວນ...!!

ສະພາແຫ່ງຊາດລາວ ໄດ້ຮັບຮອງເອົາ ແຜນການງົບປະມານ ລາຍຮັບ-ລາຍຈ່າຍ ປະຈຳປີ 2018