ປະກົດ​ການ​​ຈັນ​ທະຄາດ​ເຕັມ​ດວງ ຫຼື ກົບກິນເດືອນ ​ທີ່​ຈະ​ເກີດ​ໃນ​ວັນທີ​ 31 ມັງກອນ​ 2018



ປະກົດ​ການ​​ຈັນ​ທະຄາດ​ເຕັມ​ດວງ ຫຼື ກົບກິນເດືອນ ​ທີ່​ຈະ​ເກີດ​ໃນ​ວັນທີ​ 31 ມັງກອນ​ 2018 ນີ້​ ຂ້ອນ​ຂ້າງ​ພິເສດ​ກວ່າ​ຄັ້ງ​ອື່ນໆ​ ເນື່ອງ​ຈາກ​ເປັນ​ປະກົດ​ການ​​ຈັນທະຄາດ​ທີ່​ເກີດ​ໃນ​ຊ່ວງ​ດວງ​ຈັນ​ໂຄຈອນ​ຢູ່​ໃກ້​ໂລກ​. ຊ່ວງ​ເຄິ່ງ​ກາງ​ຄາດ​ເຕັມ​ດວງ​ ມີໄລຍະ​ຫ່າງ​ຈາກ​ໂລກ​ພຽງ​ 360,191 ກິ​ໂລ​ແມັດ​ ເຊິ່ງໃກ້​ກວ່າ​ໄລຍະ​ຫ່າງ​ສະເລ່ຍ​ລະຫວ່າງ​ໂລກ​ເຖິງ​ດວງ​ຈັນ​ (ປະ​ມານ​ 384,400 ກິ​ໂລ​ແມັດ​) ເຮັດໃຫ້​ເບິ່ງ​ເຫັນ​ດວງ​ຈັນ​ເຕັມ​ດວງ​ສີ​ແດງ​ອົມສົ້ມມີ​ຂະໜາດ​ປະກົດ​ໃຫຍ່​ກວ່າ​ປົກກະຕິເລັກ​ນ້ອຍ.​
ນອກ​ຈາກ​ນີ້​ ຍັງ​ກົງ​ກັບ​ຄືນເດືອນ​ເພັງ​ຄັ້ງ​ທີ​ 2 ຂອງ​ເດືອນ​ ຫຼື ​ທີ່​ນິຍົມ​ເອີ້ນ​ກັນ​ວ່າ​ ‘ບ​ຼູມູນ​’ (Blue Moon) ເຊິ່ງ​ປົກກະຕິ​ດວງ​ຈັນ​ເຕັມ​ດວງ​ຈະ​ເກີດ​ຂຶ້ນ​ເດືອນ​ລະ​ 1 ຄັ້ງ​ເທົ່າ​ນັ້ນ​ ໂດຍ​ເດືອນ​ໃດ​ທີ່​ມີ​ດວງ​ຈັນ​ເຕັມ​ດວງ​ 2 ຄັ້ງ​ ຈະ​ຮຽກ​ດວງ​ຈັນ​ເຕັມ​ດວງ​ເທື່ອ​ທີ່​ສອງ​ວ່າ​ ‘ບ​ຼູ​ມູນ​’ ເຊິ່ງເກີດ​ຂຶ້ນ​ບໍ່ຫຼາຍ​ເທື່ອ​ປານໃດ ແລະ​ ເປັນ​ທີ່​ມາ​ຂອງ​ສຳ​ນວນ​ພາສາ​ອັງ​ກິດ​ທີ່​ວ່າ​ ‘Once in a blue moon’ ໝາຍ​ເຖິງ​ ດົນ​ໆຈະ​ເກີດ​ຂຶ້ນຈັກ​ເທື່ອ​ ແລະ ​ດວງ​ຈັນ​ບໍ່​ໄດ້​ເປັນ​ສີທະເລ​ແຕ່​ຢ່າງ​ໃດ.​

ປະກົດ​ການ​ນີ້​ ນັກ​ດາ​ລາ​ສາດ​ສະໝັກ​ຫຼິ້ນ​ ນິຍົມ​ເອີ້ນວ່າ​ ‘ຊູ​ເປີ​ບ​ຼູບ​ຼັດ​ມູນ​’ (Super blue blood moon) ເປັນ​ຈັນ​ທະຄາດ​ເຕັມ​ດວງ​ຊ່ວງ​ທີ່​ດວງ​ຈັນ​ໂຄຈອນ​ໃກ້​ໂລກ ​ແລະ ​ກົງ​ເດືອນເພັງ​ຄັ້ງ​ທີ່​ສອງ​ຂອງ​ເດືອນ​.
ທັງ​ນີ້​ ປະກົດ​ການ​ຈັນ​ທະຄາດ​ເຕັມ​ດວງ​ ວັນທີ​ 31 ມັງກອນ​ 2018 ໃນ​ປະເທດ​ລາວສາມາດ​ເບິ່ງ​ເຫັນ​ໄດ້​ດ້ວຍ​ຕາ​ເປົ່າ​ ທຸກ​ພື້ນ​ທີ່​ທົ່ວ​ປະເທດ​ ຕັ້ງ​ແຕ່​ຊ່ວງ​ຫົວ​ຄ່ຳ​ທາງ​ທິດ​ຕາເວັນ​ອອກ​ ຕັ້ງ​ແຕ່​ເວລາ​ປະ​ມານ​ 18:30 ໂມງ​ ເປັນ​ຕົ້ນ​ໄປ​ ເວລາ​ຄາດ​ເຕັມ​ດວງ​ປະມານ 19:50-21:10 ໂມງ​ ແລະ ​ສິ້ນສຸດ​ປະກົດ​ການ​​ໃນ​ເວລາ​ 23:10 ໂມງ​ ຕາມ​ເວລາ​ປະເທດລາວ.​
ທັງນີ້ ນັກດາລາສາດກ່າວວ່າ ປະກົດການດັ່ງກ່າວເປັນ​ປະກົດ​ການ​ທາງ​ທາງ​ດາ​ລາ​ສາດ​ທີ່​ສາມາດ​ອະທິບາຍ​ໄດ້​ຕາມ​ຫຼັກ​ການ​ທາງ​ວິທະຍາ​ສາດ​ ແລະ ​ບໍ່​ເກີດ​ອັນຕະລາຍ​ຕໍ່​ໂລກ​ແຕ່​ຢ່າງ​ໃດ​.​
ຂໍ້ມູນ : voicetv , Space

Comments

Popular posts from this blog

ອົງການປົກຄອງແຂວງໄຊຍະບູລີແບ່ງປັນນໍ້າໃຈຕ້ານໄພໜາວ

ຜູ້ຊາຍຕ້ອງຮູ້..!!!" ນຳ້ອະສຸຈິ" ໃສ ຫຼື ຂຸ້ນບອກໄດ້ເປັນໝັນຫຼືບໍ່...? ຮິບອ່ານດ່ວນ...!!

ສະພາແຫ່ງຊາດລາວ ໄດ້ຮັບຮອງເອົາ ແຜນການງົບປະມານ ລາຍຮັບ-ລາຍຈ່າຍ ປະຈຳປີ 2018