ຫວຽດນາມແບນກຸ່ມລີ້ໄພໃນສະຫະລັດ “ກຸ່ມກໍ່ການຮ້າຍ”

ສຳນັກຂ່າວເອພີ ແລະ ເອເອຟພີລາຍງານຈາກນະຄອນຫຼວງຮ່າໂນ່ຍ ປະເທດຫວຽດນາມ ເມື່ອວັນທີ 31 ມັງກອນ 2018 ວ່າ ການປະກາດຂອງລັດຖະບານຫວຽດນາມໃນນະຄອນຫຼວງຮ່າໂນຍ ມີຂຶ້ນເມື່ອ 1 ເດືອນ ຫຼັງຈາກສະມາຊິກ 15 ຄົນໃນຫວຽດນາມຂອງກຸ່ມລີ້ໄພໃນສະຫະລັດ ຖືກສານຕັດສິນໃຫ້ມີຄວາມຜິດຈາກການປະຕິບັດການລົ້ມເຫລວໃນຄວາມພະຍາຍາມໂຈຕີດ້ວຍລະເບີດ ທີ່ສະໜາມບິນນານາຊາດເຕິນເຊິນເຫມິດ ໃນເມືອງໂຮຈີມິນ ທາງພາກໃຕ້ ເຊິ່ງເປັນສະໜາມບິນທີ່ໃຫຍ່ທີ່ສຸດຂອງປະເທດ ເມື່ອເດືອນ ເມສາ 2017
ລັດຖະບານຄອມມູນິດຫວຽດນາມເຊື່ອມໂຍງປະຕິບັດການດັ່ງກ່າວກັບກຸ່ມຊາວຫວຽດນາມໃນລັດແຄລິຟໍເນຍ ສະຫະລັດອາເມລິກາ ທີ່ກໍ່ຕັ້ງລັດຖະບານພັດຖິ່ນໃນນາມ ລັດຖະບານກາງຊົ່ວຄາວຂອງຫວຽດນາມ ຫຼື ພີຊີຈີວີ (Provisional Central Government of Vietnam) ເມື່ອປີ 1992 ແລະ ມີຄວາມກ່ຽວພັນກັບອະດີດລັດຖະບານຫວຽດນາມໃຕ້ທີ່ສະຫະລັດໜູນຫຼັງ ແລະ ບໍ່ຊະນະສົງຄາມ
ເມື່ອທ້າຍເດືອນ ທັນວາ 2017 ສານໃນເມືອງໂຮຈີມິນມີຄຳພິພາກສາລົງໂທດຈຳຄຸກສະມາຊິກ 15 ຄົນຂອງ ພີຊີຈີວີ ສູງສຸດ 16 ປີ ຈາກຄວາມຜິດຖານກໍ່ການຮ້າຍ ແລະ ຕຳຫຼວດຍັງໄດ້ອອກໝາຍຈັບກຸມທ້າວ ດ໋າວ ມິນ ກວນ ຊາວຫວຽດນາມທີ່ແປງສັນຊາດເປັນສະຫະລັດ ແລະ ປະກາດຕົວເປັນນາຍົກລັດຖະມົນຕີຂອງພີຊີຈີວີ ແລະ ນາງ ລີຊາ ຝ່າມ ສະມາຊິກຂອງກຸ່ມ ຕາມຂໍ້ຫາຢູ່ເບື້ອງຫຼັງຄວາມພະຍາຍາມໂຈມຕີສະໜາມບິນເຕິນເຊິນເໝິດ
ກະຊວງຄວາມໝັ້ນຄົງສາທາລະນະຫວຽດນາມ ກ່າວໃນຖະແຫຼງການເມື່ອວັນພຸດວ່າ ພີຊີຈີວີເປັນອົງກອນກໍ່ການຮ້າຍ ຜູ້ທີ່ກ່ຽວຂ້ອງກັບກຸ່ມນີ້ ບໍ່ວ່າໃນຮູບແບບໃດ ຈະຖືວ່າເປັນຜູ້ກໍ່ການຮ້າຍ ເຊິ່ງທາງການຫວຽດນາມຈະດຳເນີນມາດຕະການຕາມກົດໝາຍ
ອີກກຸ່ມຊາວຫວຽດນາມລີ້ໄພໃນລັດແຄລິຟໍເນຍ ພັກປະຕິຮູບຫວຽດນາມ (Vietnam Reform Party) ຫຼື ຫວຽດເຕິນ ຖືກທາງການຮ່າໂນຍປະກາດໃຫ້ເປັນອົງກອນກໍ່ການຮ້າຍໃນປີ 2017 ແລະ ຖືກກ່າວຫາວ່າສົ່ງອາວຸດ ແລະ ແຜນໂຈມຕີຫວຽດນາມ

Comments

Popular posts from this blog

ອົງການປົກຄອງແຂວງໄຊຍະບູລີແບ່ງປັນນໍ້າໃຈຕ້ານໄພໜາວ

ຜູ້ຊາຍຕ້ອງຮູ້..!!!" ນຳ້ອະສຸຈິ" ໃສ ຫຼື ຂຸ້ນບອກໄດ້ເປັນໝັນຫຼືບໍ່...? ຮິບອ່ານດ່ວນ...!!

ສະພາແຫ່ງຊາດລາວ ໄດ້ຮັບຮອງເອົາ ແຜນການງົບປະມານ ລາຍຮັບ-ລາຍຈ່າຍ ປະຈຳປີ 2018