Posts

Showing posts from February, 2018

ຫົວໜ້າສິດທິມະນຸດ ສະຫະປະຊາຊາດ ເຕືອນ ອິນໂດເນເຊຍ ໃນການໃຊ້ກົດໝາຍ ເອົາຜິດ ພວກ LGBT

Image
ທ່ານເຊອີດ ຣາອາດ ອາລ-ຮຸສເຊນ (Zeid Ra'ad Al Hussein) ຂ້າຫລວງໃຫຍ່ ດ້ານສິດທິມະນຸດ ຂອງອົງການສະຫະປະຊາຊາດ ເດີນທາງໄປເຖິງ ກອງປະຊຸມ ສະພາສິດທິມະນຸດ ຄັ້ງທີ 36 ຢູ່ສຳນັກງານ ສປຊ ທີ່ ນະຄອນເຈນີວາ ປະເທດ ສະວິດເຊີແລນ, ວັນທີ 11 ກັນຍາ 2017. ຂ້າຫລວງໃຫຍ່ດ້ານສິດທິມະນຸດຂອງອົງການສະຫະປະຊາຊາດ ທ່ານເຊອີດ ຣາອາດ ອາລ-ຮຸສເຊນ (Zeid bin Ra’ad al-Hussein) ໄດ້ເຕືອນລັດຖະບານ ອິນໂດເນເຊຍ ກ່ຽວກັບ ການລົງໂທດປະຊາຊົນ ທີ່ຖືກຈັດຢູ່ໃນກຸ່ມພວກຮັກຮ່ວມເພດ ແລະພວກປ່ຽນ ເພດ ຫຼື LGBT. ທ່ານເຊອີດກ່າວວ່າ ທັດສະນະຄວາມເຫັນ  “ແບບແຮງຈັດ”  ຂອງພວກນັກການເມືອງ ທີ່ເປັນສາຍຫລັກ ແມ່ນສ້າງ  “ຄວາມກັງວັນຢ່າງເລິກເຊິ່ງ”  ໃນຂະນະທີ່ ສະພາແຫ່ງຊາດ ພິຈາລະນາ ທີ່ຈະດັດແປງແກ້ໄຂກົດໝາຍອາຍາ ທີ່ຈະເຮັດໃຫ້ການມີເພດສຳພັນ ໃດໆ ກໍຕາມ ນອກສົມລົດນັ້ນ ເປັນການກະທຳທີ່ຜິດກົດໝາຍ ​ແລະເຮັດໃຫ້ປະຊາຄົມ LGBT ຊຶ່ງເປັນຊົນກຸ່ມນ້ອຍ ຂອງປະເທດນັ້ນ ເປັນພວກທີ່ມີຄວາມຜິດທາງອາຍາ. ໃນລະຫວ່າງສອງສາມປີຜ່ານມານີ້ ແມ່ນໄດ້ມີການປຸກລະດົມເພີ້ມຂຶ້ນ ໃຫ້ຈັບກຸມປະຊາ ຄົມຮັກຮ່ວມເພດ ແລະ ພວກປ່ຽນເພດ ຫຼື LGBT ບຸກເຂົ້າໄປກວດຄົ້ນ ແລະໃຊ້ຄຳເວົ້າ ແບບບໍ່ສຸພາບ ໂຈມຕີ ໂດຍພວກເຈົ້າໜ້າທີ່ ແລະ ພວກພົນລະເຮືອນ. ທ່ານຊາອີດກ່າວວ່າ ຖ້າອ...

ສຫລ ໂຈມຕີ ພວກນັກລົບ ທີ່ສະໜັບສະໜຸນ ລັດຖະບານຊີເຣຍ

Image
ກອງກຳລັງອາເມຣິກັນ ສັງເກດການເບິ່ງຊາຍແດນ ຕິດກັບເທີກີ ຈາກຄ້າຍປະຈຳການ ໃກ້ໆກັບເມືອງແມນບິຈ (Manbij), ໃນພາກເໜືອຂອງຊີເຣຍ, 7 ກຸມພາ 2018. ເຈົ້າໜ້າທີ່ກອງທັບສະຫະລັດ ກ່າວວ່າ ການໂຈມຕີທາງອາກາດຂອງກຳລັງແນວໂຮມ ໃນພາກເໜືອຂອງຊີເຣຍ ໄດ້ສັງຫານພວກນັກລົບທີ່ສະໜັບສະໜຸນລັດຖະບານ 100 ຄົນ ຊຶ່ງເປັນພາກສ່ວນນຶ່ງ ໃນການໂຈມຕີກຳລັງພວກຕໍ່ຕ້ານທີ່ໜຸນຫຼັງໂດຍສະຫະລັດ. ກອງກຳລັງແນວໂຮມທີ່ນຳພາໂດຍສະຫະລັດ ໄດ້ກ່າວວ່າ ພວກນັກລົບທີ່ສະໜັບ ສະໜຸນລັດຖະບານ ໄດ້ທຳການໂຈມຕີ  “ແບບບໍ່ມີການທ້າທາຍເກາະຜິດ ຕໍ່ກອງບັນຊາ ການຂອງ ກຳລັງປະຊາທິປະໄຕໃນຊີເຣຍ ຫຼື SDR ທີ່ມີການຈັດຕັ້ງເປັນຢ່າງດີນັ້ນ.” ເຈົ້າໜ້າທີ່ສະຫະລັດ ໄດ້ໃຫ້ຄຳປຶກສາ ແລະໃຫ້ການຊ່ອຍເຫຼືອ ແກ່ກຳລັງ SDR ແລະຈຳ ນວນນຶ່ງ ແມ່ນໄດ້ປະປົນຢູ່ນຳກຳລັງຂອງພວກເຂົາເຈົ້າໃນເວລາທີ່ການໂຈມຕີ ຢູ່ແຂວງ Dei el-Zour ເລີ້ມຂຶ້ນ. ເຈົ້າໜ້າທີ່ ຍັງໄດ້ກ່າວວ່າ ບໍ່ມີຄົນອາເມຣິກັນຜູ້ໃດ ໄດ້ຮັບບາດເຈັບ ໃນຂະນະທີ່ສະມາ ຊິກຂອງກຳລັງ SDR ໄດ້ຮັບບາດເຈັບໃນການໂຈມຕີດັ່ງກ່າວ ທີ່ໜຸນຫຼັງໂດຍປືນໃຫຍ່ ລົດຖັງ ແລະລະບົບຍິງລູກສອນໄຟຕ່າງໆ. ເຈົ້າໜ້າທີ່ກ່າວຕື່ມວ່າ ການໂຈມຕີທີ່ວ່ານີ້ ເບິ່ງຄືວ່າເປັນການໂຈມຕີທີ່ພະຍາຍາມໂດຍ ພວກນັກລົບທີ່ສະໜັບສະໜຸນລັດຖະບານ ຈະຍຶດເອົາເຂດທີ່ກຳລັງ ...

ລມຕ ທີລເລີຊັນ ກ່າວວ່າ ປ. ທຣຳ ຈະຕັດສິນ ຫ້າມນຳເຂົ້າ ນ້ຳມັນ ຈາກ ເວເນຊູເອລາ

Image
(ຈາກຊ້າຍຫາຂວາ) ລັດຖະມົນຕີການຕ່າງປະເທດຂອງການາດາ ທ່ານນາງ ຄຣິສເຕຍ ຟຣີແລນ (Chrystia Freeland) ລັດຖະມົນຕີການຕ່າງປະເທດຂອງເມັກຊິໂກ ທ່ານ ລູອິສ ວີເດີກາເຣ (Luis Videgaray) ແລະ ລັດຖະມົນຕີການຕ່າງປະເທດຂອງສະຫະລັດ ທ່ານເຣັກສ໌ ທີລເລີຊັນ (Rex Tillerson) ຖ່າຍຮູບຮ່ວມກັນ ຫຼັງຈາກ ກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງເມັກຊິໂກ ຊີຕີ, ວັນນທີ 2 ກຸມພາ 2018.      ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານເຣັກສ໌ ທີລເລີຊັນ ກ່າວວ່າ ສະຫະລັດ ກຳລັງພິຈາລະນາຢ່າງເອົາຈິງເອົາຈັງ ເຖິງການວາງຂໍ້ຈຳກັດທີ່ສຳຄັນໆ ຕໍ່ອຸດສາຫະກຳ ດ້ານນ້ຳມັນ ຂອງເວເນຊູເອລາ ແລະ ວ່າ ທ່ານປະທານາທິບໍດີ ດໍໂນລ ທຣຳ ຈະເປັນຜູ້ ຕັດສິນໃຈ. ໃນຂະນະທີ່ ທ່ານທີລເລີຊັນ ກຳລັງຈະເດີນທາງໄປຍັງນະຄອນຫຼວງ ຄິງສຕັນ ຂອງເກາະ ຈາໄມກາ ເຊິ່ງເປັນບ່ອນຢຸດແວ່ແຫ່ງສຸດທ້າຍ ໃນການເດີນທາງໄປຍັງ ອາເມຣິກາລາຕິນ ແລະ ກາຣີບຽນ ດັ່ງທີ່ທ່ານທີລເລີຊັນ ໄດ້ບອກບັນດານັກຂ່າວ ວ່າ ທ່ານຢາກຈະປຶກສາ ຫາລື ກັບບັນດາພັນທະມິດຂອງອາເມຣິກາ ຢູ່ໃນຂົງເຂດດັ່ງກ່າວ ຜູ້ທີ່ຈະໄດ້ຮັບຜົນກະ ທົບ ໂດຍການຕັດສິນໃຈນັ້ນ.    ທ່ານລັດຖະມົນຕີການຕ່າງປະເທດ ໄດ້ກ່າວວ່າ  “ແລະ ມັນມີຄວາມສຳຄັນ ເພາະວ່າ ຂ້າ ພະເຈົ້າ ຢາກຈະຟັງທັດສະນະຂອງພວກເຂົາເຈົ້າ ...

ທ່ານ​ເພັນ​ສ໌ ຈະດຳເນີນການ ແບບລະມັດລະວັງ ແລະ ໜັກແໜ້ນ ຕໍ່ການຂົ່ມຂູ່ ຂອງເກົາຫຼີເໜືອ

Image
ຮອງ​ປະທານາທິບໍດີສະຫະລັດ ທ່ານ​ໄມຄ໌ ​ເພັນ​ສ໌ (Mike Pence), ຂວາ, ແລະນາຍພົນາະຫະລັດ ທ່ານ ວິນເຊັນຕ໌ ບຣຸກສ໌ (Vincent Brooks), ຜູ້ບັນຊາການປະຈຳອົງການ ສະຫະປະຊາຊາດ, ກອງກຳລັງສະຫະລັດ ແລະກອງກຳລັງຮ່ວມ ຄຳນັບຊຶ່ງກັນແລະກັນ ໃນການຕ້ອນຮັບການມາຮອດມາເຖິງ ຂອງທ່ານເພັນສ໌ ທີ່ຖານທັບອາກາດ ພຽງເຕັກ, ເກົາຫຼີໃຕ້, 8 ກຸມພາ 2018. ຮອງ​ປະທານາທິບໍດີສະຫະລັດ ທ່ານ​ໄມຄ໌ ​ເພັນ​ສ໌ ໄດ້ກ່າວໃນວັນພະຫັດມື້ນີ້ວ່າ ສະຫະລັດຈະດຳເນີນການແບບ “ລະມັດລະວັງແລະໜັກແໜ້ນ”  ໃນການປະເຊີນໜ້າ ກັບການຂົ່ມຂູ່ຈາກອາວຸດນິວເຄລຍ ແລະລູກສອນໄຟຂີປະນາວຸດຂອງເກົາຫຼີເໜືອ ແລະທ່ານໄດ້ກ່າວຢ້ຳເຖິງຄຳເຕືອນຂອງລັດຖະບານທ່ານທຣຳ ທີ່ວ່າ ໃນຂະນະທີ່ຕົນ ຊອກຫາຊ່ອງທາງໃຫ້ມີສັນຕິພາບ ແຕ່ວ່າ  “ທຸກໆທາງເລືອກ ແມ່ນຍັງເປີດກວ້າງ ຫຼື ຢູ່ເທິງໂຕະ.” ທ່ານໄດ້ກ່າວຄຳປາໄສ ຕໍ່ພວກທະຫານປະມານ 54 ພັນຄົນ ທີ່ຖານທັບອາກາດໂຢໂຄຕາ ໃນພາກຕາເວັນຕົກຂອງນະຄອນໂຕກຽວ ຫຼັງຈາກໄດ້ຢ້ຽມຢຽມສະຖານທີ່ດັ່ງກ່າວ ແລະພົບປະກັບພົນໂທ ແຈຣີ ມາທີເນັຊ (Jerry Martinez) ຜູ້ບັນຊາການກອງກຳລັງ ສະຫະລັດໃນຍີ່ປຸ່ນ ເພື່ອຮັບຟັງການລາຍງານ ກ່ຽວກັບຄວາມສາມາດຂອງຖານທັບ ແຫ່ງນີ້ ຖ້າຫາກວ່າ  “ການທູດຫາກປະສົບກັບຄວາມຫຼົ້ມແຫຼວ.” ທ່ານເພັນ​ສ໌ ໄດ້ກ່າວວ່າ ເກົາຫຼີເໜື...

ເກົາຫຼີເໜືອ ຈັດສວນສະໜາມ ທາງທະຫານ ກ່ອນມື້ເປີດ ການແຂ່ງຂັນ ໂອລິມປິກ ລະດູໜາວ

Image
ໃນວັນພະຫັດມື້ນີ້ ເກົາຫຼີເໜືອ ໄດ້ຈັດໃຫ້ມີການເດີນສວນສະໜາມທາງທະຫານ ຢູ່ທີ່ ນະຄອນຫຼວງພຽງຢາງ ນຶ່ງມື້ ກ່ອນພິທີເປີດການແຂ່ງຂັນກິລາໂອລິມປິກລະດູໜາວ ຢູ່ໃນເກົາຫຼີໃຕ້ ຊຶ່ງເປັນຄູ່ປໍລະປັກ. ແຫລ່ງຂ່າວຂອງລັດຖະບານ ຢູ່ນະຄອນຫຼວງໂຊລ ກ່າວວ່າ ປະຊາຊົນຫຼາຍໝື່ນຄົນ ໄດ້ເຂົ້າຮ່ວມ ຫຼື ເຂົ້າຊົມການເດີນສວນສະໜາມດັ່ງກ່າວ ແລະມີການໂຮມຊຸມນຸມ ທີ່ ຈະຕຸລັດ ກິມ ອີລ ຊຸງ ເພື່ອເປັນຂີດໝາຍ ໃນການສ້າງຕັ້ງ ກອງທັບແຫ່ງຊາດ ຄົບຮອບ 70 ປີ ຂອງປະເທດທີ່ໂດດດຽວແຫ່ງນີ້. ໃນພາບນີ້ ຖ່າຍເມື່ອ ວັນທີ 15 ເມສາ 2017, ພວກທະຫານເກົາຫຼີເໜືອພາກັນ ຄຳນັບ ໃນຂະນະເພງຊາດ ຂອງພວກເຂົາເຈົ້າ ກຳລັງບັນເລງຢູ່ ໃນລະຫວ່າງ ການເດີນສວນສະໜາມ ທາງທະຫານ ເພື່ອສະເຫຼີມສະຫຼອງ ວັນຄ້າຍວັນເກີດຂອງຜູ້ນຳ ກິມ ອີລ ຊຸງ ຄົບຮອບ 105 ປີ, ໃນນະຄອນຫຼວງພຽງຢາງ. ຕາມປົກກະຕິແລ້ວ ເກົາຫຼີເໜືອຈະຈັດພິທີລະນຶກເຖິງ ໃນວັນທີ 25 ເມສາເວລາອຳນາດ ການປົກຄອງ ກິມ ອີລ ຊຸງ ເຊິ່ງເປັນພໍ່ປູ່ຂອງ ກິມ ຈົງ ອຶນ ຜູ້ນຳຄົນປັດຈຸບັນ ໄດ້ສ້າງຕັ້ງ ກອງທັບປະຕິວັດ ເປັນຄັ້ງທຳອິດ. ແຕ່ລັດຖະບານໄດ້ປະກາດເມື່ອເດືອນແລ້ວນີ້ວ່າ ຕົນ ຈະຍ້າຍການສະເຫຼີມສະຫຼອງ ໄປໃສ່ ວັນທີ 8 ກຸມພາ ໃນຄວາມພະຍາຍາມທີ່ຈະດຶງດູດ ເອົາຄວາມສົນໃຈ ຂອງນາໆຊາດ ກ່ອນທີ່ປະເທດຕ່າງໆຈະຫັນຄວາມສົນໃຈໄປໃສ...

ສ.ອາເມຣິກາ ແລະ ກອງທັບຊີເຣຍ ປູພົມໂຈມຕີເຊິ່ງກັນ ແລະ ກັນຢ່າງໜັກໜ່ວງ ປະຊາຊົນລົ້ມຕາຍຈຳນວນຫຼາຍ

Image
ສຳນັກຂ່າວຕ່າງປະເທດລາຍງານ 8 ກຸມພາ 2018 ວ່າ: ຈາກການໂຈມຕີເຊິ່ງກັນ ແລະ ກັນລະຫວ່າງຝ່າຍລັດຖະບານຊີຣີ ທີ່ສະໜັບສະໜູນໂດຍລັດເຊຍ ກັບຝ່າຍກະບົດ ທີ່ສະໜັບສະໜູນໂດຍສະຫະລັດ ອາເມຣິກາ ແລະ ພັນທະມິດ ໄດ້ເປີດສາກໂຈມຕີເຊິ່ງກັນ ແລະ ກັນ ໂດຍອົງກອນສັງເກດການດ້ານສິດທິມະນຸດຊີຣີ (SOHR) ລາຍງານສະຖານະການສູ້ຮົບໃນເຂດກູຕາ ຕາເວັນອອກ ເຊິ່ງເປັນເຂດຢຶດຄອງຂອງກອງກຳລັງຝ່າຍກະບົດທີ່ເຫຼືອພຽງບໍ່ພໍເທົ່າໃດແຫ່ງຮອບນະຄອນຫຼວງດາມັດສະກັດ ວ່າມີຈຳນວນຜູ້ເສຍຊີວິດລະຫວ່າງວັນຈັນ ຫາ ວັນພຸດທີ່ຜ່ານມາຢ່າງໜ້ອຍ 136 ຄົນ ນອກຈາກນີ້ຍັງມີຜູ້ບາດເຈັບອີກກວ່າ 200 ຄົນ ລວມມີທັງຜູ້ຍິງ ແລະ ເດັກນ້ອຍ. ເຊິ່ງຈຳນວນຜູ້ເສຍຊີວິດຈາກການສູ້ຮົບໃນເຂດກູຕາ ຕາເວັນອອກ ສະເພາະວັນອັງຄານທີ່ຜ່ານມາ ມີເຖິງ 80 ຄົນ ຖືເປັນໜຶ່ງໃນການສັງຫານໝູ່ປະຊາຊົນຊີຣີຫຼາຍທີ່ສຸດ ນັບຕັ້ງແຕ່ເຫດການໃຊ້ອາວຸດເຄມີຂ້າປະຊາຊົນທີ່ເມືອງຂ່ານ ເຊຄຸນ ໃນແຂວງອິດລິບ ທີ່ຢູ່ທາງພາກຕາເວັນຕົກຂອງປະເທດ ເມື່ອເດືອນເມສາ 2017 ເຊິ່ງມີຜູ້ເສຍຊີວິດ 80 ຄົນ ແລະ ຍັງເປັນໜຶ່ງໃນເຫດການນອງເລືອກຄັ້ງຮຸນແຮງທີ່ສຸດໃນຮອບຫຼາຍປີທີ່ເຂດກູຕາ ຕາເວັນອອກອີກດ້ວຍ, ເນື່ອງຈາກວ່າເຂດກູຕາຕາເວັນອອກຢູ່ໃກ້ກັບນະຄອນຫຼວງດາມັດສະກັດ ຈຶ່ງຖືເປັນເຂດທີ່ສຳຄັນທາງຍຸດທະສາດທີ່ກອງທັບຊີຣີ ທີ່ໄດ້...

ກາ​ແດງ​ຫຼວງ​ພະ​ບາງ​ໄດ້​ຮັບ​ເຄື່ອງ​ຊ່ວຍ​ກັນໜາວເຫຼືອຈໍານວນ 60.000 ຜຶນ

Image
ວັນ​ທີ 5 ກຸມພາ​ນີ້, ບໍລິສັດ​ ​ເອບີ ກໍ່ສ້າງ ຈຳກັດ ຮ່ວມ​ກັບ​ບັນດາ​ອົງການ ​ແລະ ພາກສ່ວນ​ຜູ້​ບໍລິຈາກ ​ໃນ ສປ ຈີນ ​ໄດ້​ນຳ​ເອົາ​ເຄື່ອງ​ຊ່ວຍ​ເຫຼືອ​ ປະກອບ​ມີ ​ເຄື່ອງນຸ່ງ​ຫົມ ຈຳນວນ 100.000 ຜືນ ລວມ​ມູນ​ຄ່າ 650.000 ​ໂດ​ລາ,ມອບ​ໃຫ້​ອົງການ​ກາ​ແດງ​ລາວ, ພິທີ​ມອບ-ຮັບ​ໄດ້​ຈັດ​ຂຶ້ນຢູ່​ກາ​ແດງ​ແຂວງ​ຫຼວງ​ພະ​ບາງ,ກ່າວ​ມອບ​ໂດຍ ທ່ານ ​ເຈີ​ນຊຽງ ຜູ້​ອຳນວຍ​ການ​ບໍລິສັດ ​ເອບີ ກໍ່ສ້າງ ຈຳກັດ ​ແລະ ກ່າວ​ຮັບ​ໂດຍ ທ່ານ ຄຳ​ຮຸ່ງ ​ເຮືອງ​ວົງ​ສີ ປະທານ​ສູນກາງອົງການ​ກາ​ແດງ​ລາວ,ຈາກ​ນັ້ນ​ໄດ້​ມອບ​ຕໍ່​ໃຫ້​ກາ​ແດງ​ແຂວງ​ຫຼວງ​ພະ​ບາງ ຈຳນວນ 60.000 ຜືນ, ມູນ​ຄ່າ 390.000 ​ໂດ​ລາ, ມອບ​ໃຫ້ກາ​​ແດງ​ແຂວງ​ວຽງ​ຈັນ 30.000 ຜືນ ມູນ​ຄ່າ 188.000 ​ໂດ​ລາ ​ແລະ ​ເກັບ​ໄວ້​ອົງການ​ກາ​ແດງ​ລາວຈຳນວນ 10.000 ຜືນ.ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ສາຍສະໝອນ ຄົມທະວົງ ຮອງເຂາພັກແຂວງ,ປະທານສະພາປະຊາຊົນແຂວງຫຼວງພະບາງ,ມີພະແນກການອ້ອມຂ້າງແຂວງ,ຫົວໜ້າອົງການກາແດງແຂວງຫຼວງພະບາງ ພ້ອມດ້ວຍພະນັກງານບໍລິສັດ ເອບີ ກໍ່ສ້າງຈໍາກັດ ແລະ ຜູ້ບໍລິຈາກເຄື່ອງກັນໜາວ ຈາກ ສປ ຈີນເຂົ້າຮ່ວມ.

ແຂວງຫຼວງພະບາງທຳລາຍຕູ້ເກມການພະນັນທີ່ຜິດກົດໝາຍຈໍານວນ 33 ໜ່ວຍ

Image
ແຂວງຫຼວງພະບາງ : ວັນທີ 6 ກຸມພາ 2018 ນີ້ ຢູ່ທີ່ພະແນກຖະແຫຼງຂ່າວ ວັດຖະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ຈັດພິທີທຳລາຍຕູ້ເກມຢອດຫຼຽນ ແລະ ຕູ້ເກມການພະນັນທີກົດໝາຍຂຶ້ນ ໂດຍການເປັນປະທານຂອງ ທ່ານ ສຸລິທິບ ໜໍ່ຄຸນຜົນ ຫົວໜ້າພະແນກຖະແຫຼງຂ່າວ ວັດຖະນະທໍາ ແລະ ທ່ອງທ່ຽວແຂວງ, ມີສະຫະພັນຍິງແຂວງ,ພະແນກການຕ່າງປະເທດແຂວງ,ທະຫານ-ຕໍາຫຼວດ,ຕາງໜ້າກົງສູນໃຫຍ່ ສປ ຈີນ ປະຈຳແຂວງຫຼວງພະບາງ,ແຂກຖຶກເຊີນ ຕະຫຼອດຮອດຄູອາຈານ,ນັກຮຽນມັດທະຍົມ ແລະ ນ້ອງນ້ອຍເຍົາວະຊົນເຂົ້າຮ່ວມ. ທ່ານ ສີສະຫວາດ ຍີ່ລັດໃຈ ຫົວໜ້າຂະແໜງວັດຖະນະທຳ ໄດ້ກ່າວວ່າ: ໂດຍປະຕິບັດຕາມຂໍກຳນົດຂອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ສະບັບເລກທີ 664/ຖວທ,ລົງວັນທີ 22 ກັບຍາ 2003 ວ່າດ້ວຍການຄຸ້ມຄອງ, ກວດກາ ແລະ ອະນຸຍາດຫຼິ້ນເກມທຸກປະເພດໃນ ສປປ ລາວ,ຄຳສັ່ງແນະນຳຂອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເລກທີ 286/ຖວທ,ລົງວັນທີ 8 ພຶດສະພາ 2017 ວ່າດ້ວຍການຫ້າມບໍ່ໃຫ້ອອກໃບອະນຸຍາດ ສ້າງຕັ້ງສູນບໍລິການຕູ້ເກມໃນຂອບເຂດທົ່ວປະເທດ.ຄະນະກຳມາການສະເພາະກິດ ແຂວງຫຼວງພະບາງ ໄດ້ສົມທົບກັບພາກສ່ວນທີກ່ຽວຂ້ອງ ຕັ້ງໜ້າລົງເຄື່ອນໄຫວ ກວດກາ ແລະ ປະຕິບັດໜ້າທີ່ຕາມພາລະບົດບາດ ດ້ວຍຄວາມຮັບຜິດຊອບສູງ ແລະ ໄລຍະຜ່ານມາໄດ້ຈັດພິທີທ...

ເຂດເສດຖະກິດສະເພາະທ່າແຂກມີ 22 ໂຄງການແລ້ວທີ່ເຂົ້າໄປລົງທຶນ ດ້ວຍມູນຄ່າການລົງທຶນ 12,93 ຕື້ໂດລາສະຫະລັດ

Image
ທ່ານ ດາວໄຫຼ ແກ້ວດວງດີ ຫົວໜ້າພະແນກແຜນການ ແລະການລົງທຶນ ແຂວງຄໍາມ່ວນໄດ້ກ່າວວ່າ: ໃນຜ່ານມາ ເຂດເສດຖະກິດສະເພາະທ່າແຂກສາມາດດຶງດູດນັກລົງທຶນຂອງເອກະຊົນພາຍໃນ ແລະຕ່າງປະເທດເຂົ້າມາລົງທຶນ ໄດ້ທັງໝົດ 22 ໂຄງການ ມູນຄ່າການລົງທຶນ 12,93 ຕື້ໂດລາສະຫະລັດ, ທຶນ ຈົດທະບຽນ 4,03 ຕື້ໂດລາສະຫະລັດ ໃນນັ້ນການລົງທຶນພາຍໃນ 15 ໂຄງການ, ການລົງທຶນຈາກຕ່າງປະເທດ 2 ໂຄງການ, ພາຍໃນຮ່ວມມືກັບຕ່າງປະ ເທດ 5 ໂຄງການ ແລະໃນ 1 ປີຜ່ານມາ ມີບໍລິສັດເຂົ້າມາລົງທຶນຕື່ມ 1 ໂຄງການ ມູນຄ່າການລົງທຶນທັງໝົດ 1,5 ລ້ານໂດລາສະຫະລັດເປັນບໍລິສັດພາຍໃນຮ່ວມມືກັບຕ່າງປະເທດ. ໃນຈຳນວນບໍລິສັດມາລົງທຶນສາມາດສ້າງວຽກເຮັດງານທໍາໄດ້ທັງໝົດ 88 ຄົນ ໃນນັ້ນແຮງງານລາວ 62 ຄົນ ແລະແຮງງານຕ່າງປະເທດ 26 ຄົນ ສະ ເພາະ 1 ປີຜ່ານມາມີແຮງງານເຂົ້າມາ ເຮັດວຽກທັງໝົດ 26 ຄົນທຽບໃສ່ປີ ຜ່ານມາຫຼຸດລົງ 88% ແລະສາມາດຂຶ້ນ ທະບຽນຊົ່ວຄາວໃຫ້ແຮງງານຕ່າງປະເທດສາມາດເກັບລາຍຮັບໄດ້ປະມານ 100 ລ້ານກວ່າກີບ. ສຳລັບເຂດເສດຖະກິດສະເພາະທ່າແຂກມີທີ່ຕັ້ງຢູ່ສົ້ນຂົວມິດຕະພາບລາວ-ໄທແຫ່ງທີ 3 ຫ່າງຈາກເມືອງທ່າແຂກ 16 ກີໂລແມັດ ມີຕອນດິນທີ່ຈະຕ້ອງໄດ້ ຊົດເຊີຍເວນຄືນທັງໝົດ 592 ຕອນມູນ ຄ່າ 25,74 ຕື້ກີບ, ສາມາດປະຕິບັດການຊົດເຊີຍເວນຄືນ ທີ່ດິນໄດ້ 263 ຕອນມູນຄ່າ 10,51 ຕື້ກີບ...

ລົດແກ້ວ ຍາດໄດ້ອັນດັບທີ 2 ແລ່ນມາລາທອນ ທີ່ປະເທດໄທ

Image
ສາວລົດແກ້ວ ອິນທະກຸມມານ ຍາດໄດ້ອັນດັບທີ 2 ໃນລາຍການ Amazing Thailand Marathon Bangkok ເມື່ອວັນທີ 4 ກຸມພາ 2018 ທີ່ຜ່ານມານີ້, ເຊິ່ງການແຂ່ງຂັນແລ່ນມາລາທອນ ລາຍການ Amazing Thailand Marathon Bangkok ທີ່ປະເທດໄທ ໂດຍນາງ ລົດແກ້ວ ອິນທະກຸມມານ ລົງແຂ່ງຂັນໃນຮຸ່ນ 10 ກິໂລແມັດຍິງ. ຜົນປາກົດວ່າ: ນາງ ລົດແກ້ວ ເຂົ້າເສັ້ນໄຊເປັນອັນດັບທີ 2 ດ້ວຍເວລາ 36 ນາທີ 23 ວິນາທີ, ສ່ວນຊະນະເລີດລາຍການດັ່ງກ່າວ​ແມ່ນ Bize Beyira Nedasa ດ້ວຍເວລາ 35 ນາທີ 31 ວິນາທີ ແລະ ອັນດັບ 3 ເ ປັນຂອງ Emebet Sode NIGUSE ດ້ວຍເວລາ 37 ນາທີ 41 ວິນາທີ. ນາງ ລົດແກ້ວ ອິນທະກຸມມານ ໃຫ້ສໍາພາດວ່າ: ກ່ອນການແຂ່ງຂັນຮູ້ສຶກຕື່ນເຕັ້ນ ເພາະມີບັນດານັກແລ່ນລະດັບທ໊ອບໆທີ່ມາຈາກຫລາຍປະເທດໃນທົ່ວໂລກເຂົ້າຮ່ວມແຂ່ງຂັນ, ແຕ່ຫລັງຈົບການແຂ່ງຂັນແລ້ວ ນ້ອງຍິ່ງຮູ້ສຶກຕື່ນເຕັ້ນຫລາຍ​ຂຶ້ນ ເພາະຕົນເອງສາມາດຍາດໄດ້ອັບດັບທີ 2 ຂອງປະເພດຍິງທົ່ວໄປ. ສໍາລັບລາຍການຕໍ່ໄປຕົນເອງກຽມເຂົ້າແຂ່ງຂັນຢູ່ແຂວງບູລີລໍາ ປະເທດໄທ ໃນລາຍການ Buriram International Marathon ທີ່ຈະຈັດຂຶ້ນໃນວັນທີ 11 ກຸມພາ 2018. ແຫລ່ງຂ່າວ: ລາວພັດທະນາ.

ຄາລະວານລົດຖີບ ເພື່ອການທ່ອງທ່ຽວທີ່ແຂວງສະຫວັນນະເຂດ

Image
ທ່ານໃດ​ທີ່​ມັກ​ຮັກ​ໃນ​ການ​​ຂີ່​ລົດຖີບ​ເຊີນ​ໄດ້​ເດີທີ່​ແຂວງ​ສະ​ຫວັນນະ​ເຂດ​ ຈະ​ມີຄາ​ລະວາ​ນ​ໃຫຍ່​ສະ​ເພາະ​ລົດຖີບ​ປະມານ 1.000 ຄັນ ຈາກ​ລາວ ​ແລະ ​ໄທ​ເຂົ້າຮ່ວມ ​ເພື່ອ​ສ້າງ​ສີສັນ​ສະຫລອງ​ປີ​ທ່ອງ​ທ່ຽວ​ລາວ 2018 ​ໃນ​ໄລຍະ​ທາງ 40 ກິ​ໂລ​ແມັດ. ຄາ​ລະວາ​ນດັ່ງກ່າວ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 25 ກຸມພາ​ນີ້ ທີ່​ແຂວງ​ສະຫວັນ​ນະ​ເຂດ. ຕາມ​ການ​ເປີດ​ເຜີຍ​ຂອງ​ເຈົ້າໜ້າ​ທີ່​ກ່ຽວຂ້ອງ ພະ​ແນ​ກຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ໃຫ້​ຮູ້​ວ່າ: ທາງ​ແຂວງ​ສະຫ ວັນ​ນະ​ເຂດ​ໄດ້​ປຶກສາ​ຫາລື​ຮ່ວມ​ກັບ​ໄທ​ ​ໃນ​ອາທິດ​ແລ້ວ​ນີ້ ມີ​ການ​ຢືນຢັນ​ຜູ້​ຈະ​ເຂົ້າຮ່ວມ​ຂະ​ບວນຄາ​ລະວາ​ນປະມານ 700 ຄົນ, ສ່ວນ​ເບື້ອງລາວ​ຄາດ​ວ່າ​ຈະ​ມີ​ຢ່າງ​ໜ້ອຍ 100 ຄົນ​ເຂົ້າຮ່ວມ​ງານ​ດັ່ງກ່າວ. ຄະນະ​ຄາ​ລະວາ​ນ​​ແມ່ນ​ມີ​ຈຸດ​ເລີ່​ມຕົ້ນທີ່​ສົ້ນຂົວ​ມິດຕະພາບ ລາວ-​ໄທ ​ແຫ່ງ​ທີ 2 ສະຫວັນ​ນະ​​ເຂດ-ມຸກດາ​ຫານ ​ແຕ່​ຕອນ​ເຊົ້າຂອງ​ວັນ​ທີ 25 ກຸມພາ ​ເປັນ​ໄລຍະ​ທາງ 40 ກິ​ໂລ​ແມັດ ອ້ອມ​​ແຂວງ​ສະຫວັນ​ນະ​ເຂດ ກ່ອນ​ກັບ​ຄືນ​ສຸດສົ້ນຂົວ​ເປັນອັນ​ສຳ​ເລັດ​ກິດຈະກຳ​ຂີ່​ລົດຖີບ​ໃນ​ມື້ນັ້ນ. ແຫລ່ງຂ່າວ: ລາວພັດທະນາ.

ໄທແຈ້ງຂໍ້ຫາຟອກເງິນ 2 ອ້າຍນ້ອງເຕ້ຍສິລິ ກຽມຂົນເງິນຈາກໄທເຂົ້າລາວ 98 ລ້ານບາດ

Image
ສຳນັກງານປ້ອງກັນແລະປາບປາມການຟອກເງິນ ຂອງໄທໄດ້ແຈ້ງຄວາມກັບກອງບັນຊາການຕຳຫຼວດຈັງຫວັດໜອງຄາຍ ຮ້ອງທຸກກ່າວໂທດສອງອ້າຍນ້ອງຊາວລາວ ທີ່ຂົນເງິນ 98 ລ້ານບາດ ກຽມຂ້າມມາຍັງປະເທດລາວ ເມື່ອທ້າຍປີ 2017 ຫຼັງສອບສວນພົບວ່າເຂົ້າຂ່າຍກະທຳຜິດຖານຟອກເງິນ ເປັນຄະດີອາຍາທີ່ຍອມຄວາມບໍ່ໄດ້ ສ່ຽງຕິດຄຸກ 1-10 ປີ. ເມື່ອວັນທີ 6 ກຸມພາ 2018 ເຈົ້າໜ້າທີ່ ສຳນັກງານປ້ອງກັນແລະປາບປາມການຟອກເງິນ ຫຼື ປປງ ຂອງໄທ ໄດ້ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ຕຳຫຼວດຈັງຫວັດໜອງຄາຍ ຮ້ອງທຸກກ່າວໂທດໃຫ້ດຳເນີນຄະດີກັບ ທ້າວ ສຸບັນ ເຕ້ຍສິລິ ແລະ ທ້າວ ຄຳບອນ ເຕ້ຍສິລິ ສອງອ້າຍນ້ອງລາວທີ່ຊຸກເຊື່ອງເງິນຈຳນວນ 98 ລ້ານບາດໄວ້ໃນລົດ ແລະກຽມເອົາອອກຈາກປະເທດໄທ ເຂົ້າມາຍັງປະເທດລາວ ທາງດ່ານຊາຍແດນຂົວມິດຕະພາບລາວ-ໄທ (ວຽງຈັນ-ໜອງຄາຍ) ແລ້ວຖືກເຈົ້າໜ້າທີ່ດ່ານພາສີຝັ່ງໜອງຄາຍຈັບໄດ້ ເມື່ອວັນທີ 12 ທັນວາ 2017 ທີ່ຜ່ານມາ. ຄະດີນີ້ຫຼັງເກີດເຫດເຈົ້າໜ້າທີ່ດ່ານພາສີໜອງຄາຍໄດ້ອາຍັດເງິນທັງໝົດໄວ້ ແລ້ວດຳເນີນການຕາມກົດໝາຍ ກັບຄົນລາວທັງສອງຄົນ ໂດຍທັງສອງໄດ້ຍອມຮັບວ່າ ເປັນເງິນຂອງຄອບຄົວທີ່ເຮັດທຸລະກິດຮັບແລກປ່ຽນເງິນຕາຕ່າງປະເທດຢູ່ນະຄອນຫຼວງວຽງຈັນ ເຊິ່ງໄດ້ເອົາເງິນໂດລາສະຫະລັດໄປແລກປ່ຽນເປັນເງິນບາດຢູ່ທະນາຄານແຫ່ງໜຶ່ງໃນຈັງຫວັດໜອງຄາຍ ແລະລະຫວ່າງກາ...

ກວດສອບອົງການຈັດຕັ້ງລັດ 58 ຫົວໜ່ວຍ ພົບເຫັນລາຍຮັບເພີ່ມ 689 ຕື້ກີບ

Image
ທ່ານ​ ນາງ ວຽງທອງ ສີ​ພັນ​ດອນ ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ ອົງການ​ກວດ​ສອບ​ແຫ່ງ​ລັດ ໄດ້​ຈັດ​ກອງ​ປະຊຸມ​ເປີດ​ກວ້າງວຽກ​ງານ​ກວດ​ສອບ​ງົບປະມານແຫ່ງ​ລັດ ປະຈຳ​ສົກ​ປີ 2017 ໄດ້ໄຂ​ຂຶ້ນ​ວັນ​ທີ 5 ກຸມພາ 2018 ທີ່ໂຮງແຮມ​ດອນ​ຈັນ​ພາ​ເລດ ເປັນປະທານ​ຂອງ​ ມີ​ຮອງລັດຖະມົນຕີ ອົງການ​ກວດກາລັດຖະບານ ກຳມາ​ທິ​ການ​ແຜນການ-ການ​ເງິນ ແລະ ກວດ​ສອບຂອງ​ສະພາ​ແຫ່ງ​ຊາດ ຮອງ​ເຈົ້າແຂວງ ຮອງ​ເຈົ້າ​ຄອງ ນວ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ກອງ​ປະຊຸມ​ເປີດ​ກວ້າງ​ວຽກງານ​ກວດ​ສອບ​ໃນ​ຄັ້ງ​ນີ້ ແມ່ນ​ມີຄວາມ​ໝາຍ​ສຳຄັນ​ຕໍ່​ກັບ​ການ​ຈັດຕັ້ງ​ຜັນ​ຂະຫຍາຍ ​ມະຕິ​ກອງ​ປະຊຸມແຫ່ງ​ຊາດ ວ່າ​ດ້ວຍ​ການ​ຮັບຮອງຜົນ​ການ​ກວດ​ສອບ ປະຈຳ​ສົກ​ປີ 2015-2016 ແລະ ແຈ້ງ​ການຂອງ​ລັດຖະບານ ໃນ​ການ​ຜັນ​ຂະຫຍາຍ​ຜົນ​ການ​ກວດ​ສອບ​ແຫ່ງລັດ ທັງ​ໄດ້​ຮັບ​ຟັງ​ບົດ​ສະຫຼຸບ​ການເຄື່ອນ​ໄຫວ​ວຽກ​ງານ​ຂອງ​ອົງການ​ກວດ​ສອບ​ແຫ່ງ​ລັດ ປະຈຳ​ປີ 2017 ແລະ ທິດ​ທາງ​ແຜນການ 2018 ບົດ​ລາຍ​ງານ​ກວດ​ສອບບົດ​ສະຫຼຸບ​ຂາດ​ຕົວ ການ​ຈັດຕັ້ງ​ປະຕິບັດ​ແຜນ​ງົບປະມານ​ແຫ່ງລັດ ປະຈຳ​ປີ 2015-2016 ແລະ ມາດ​ຕະການ​ແນະນຳ​ປັບປຸງ​ແກ້ໄຂ ບົດ​ລາຍ​ງານ​ການຈັດຕັ້ງ​ປະຕິ​ບັດ​ການ​ແກ້​ໄຂ​ຜົນ​ການ​ກວດສອບ ສົກ​ປີ 2014-2015 ແລະ ການ​ຜັນ​ຂະຫຍາຍ​ມາດ​ຕະການແນະນຳ​ປັບປຸງ​ແ...

ມີຄຼິບ ບໍລິສັດ SpaceX ຍິງຈະຫຼວດ ໃຫຍ່ທີ່ສຸດ ຂຶ້ນສູ່ ອະວະກາດ ຢ່າງສຳເລັດຜົນ

Image
ບໍລິສັດສະເປສເອັກຊ໌   SpaceX   ໄດ້ຍິງຈະຫຼວດທີ່ແຮງທີ່ສຸດ ເທົ່າທີ່ໃຊ້ກັນຢູ່ໃນທຸກມື້ນີ້ ຂຶ້ນສູ່ອະວະກາດ ຊຶ່ງເປັນການເຄື່ອນໄຫວຫຼ້າສຸດ ຂອງບໍລິສັດເອກກະຊົນດັ່ງກ່າວ ໃນ ການຊຸກຍູ້ ໃຫ້ມີການພັດທະນາ ຊອກຫາຊ່ອງທາງ ເພື່ອຕັດຕົ້ນທຶນລົງ ໃນການສົ່ງສິ່ງ ຂອງຂຶ້ນສູ່ອະວະກາດ ແລະໃນທີ່ສຸດ ເພື່ອສົ່ງມະນຸດໄປຍັງດາວເຄາະອື່ນໆ. ພວກຜູ້ຊົມ ຢູ່ທີ່ ຊາຍຫາດ Cocoa ພາກັນແນມເບິ່ງ ຈະຫຼວດ Falcon Heavy ລູກທຳອິດ ຂອງ ບໍລິສັດ SpaceX ທີ່ຍິງຂຶ້ນ ຈາກສູນກາງອະວະກາດ ເຄນເນດີ້ (Kennedy Space Center) ໃນລັດຟລໍຣິດາ, ວັນທີ 6 ກຸມພາ 2018. ຫົວໜ້າບໍລິຫານງານຂອງບໍລິສັດ SpaceX ທ່ານອີລອນ ມັສ (Elon Musk) ເອີ້ນການ ຍິງທົດລອງຈະຫຼວດຟາລກອນໜັກ (Falcon Heavy) ຊຶ່ງໄດ້ມີແຜນມາໄດ້ຫຼາຍປີແລ້ວ ນັ້ນວ່າ   “ເໝືອນຝັນ.” ທ່ານມັສກ່າວຕື່ມວ່າ   “ຂ້າພະເຈົ້າໄດ້ເຫັນພາບນີ້ ໃນການລະເບີດຂະໜາດແຮງ ຢູ່ທີ່ ຖານສົ່ງໂດຍມີລົດຟົ້ງອອກມາໃສ່ຫົນທາງ ແຕ່ກໍເປັນຈັ່ງໂຊກ ນັ້ນບໍ່ແມ່ນສິ່ງທີ່ໄດ້ ເກີດຂຶ້ນ.” ທ່ານອີລອນ ມັສ (Elon Musk) ຜູ້ກໍ່ຕັ້ງ ຜູ້ບໍລິຫານໃຫຍ່, ແລະ ຫົວໜ້າຝ່າຍອອກແບບ ຂອງ ບໍລິສັດ SpaceX, ກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວ ຫຼັງຈາກຈະຫຼວດໜັກ Falcon 9 ຂອງ SpaceX ໄດ້ຍິງຂຶ້ນເປັນທີ່ສຳເລັດ ຈາກ...

ສປປ ລາວ ຂາດຄົນງານ ໃນທຸກ ຂແນງການ

Image
ຫົວໜ່ວຍທຸຣະກິດ ໂຮງຈັກ-ໂຮງງານຕ່າງໆຈຳນວນ 3,600 ກວ່າຫົວໜ່ວຍ ໃນນະຄອນຫຼວງວຽງຈັນ ແລະແຂວງອຶ່ນໆໃນລາວ ຍັງມີຄວາມ ຕ້ອງການແຮງງານ ຫຼາຍກວ່າ 47 ພັນຄົນ ແລະທີ່ຕ້ອງການຫຼາຍກວ່າໝູ່ ແມ່ນໜ້າວຽກ ທີ່ບໍ່ມີສີມືຫຼາຍປານໃດ, ດັ່ງ ກັມມະກອນທົ່ວໄປ ປະມານ 10 ພັນປາຍຄົນ. ກະຊວງແຮງງານແລະສວັດດີການ-ສັງຄົມ ກ່າວວ່າ: ປີຜ່ານມາ ອັດຕຣາສ່ວນ ແຮງງານ ໃນຜແນກກະສິກັມຫຼຸດລົງຈາກ 64.8% ໃນປີ 2016 ມາເປັນ 64.5% ໃນປີ 2017 ສ່ວນຜແນກອຸດສາຫະກັມ ເພີ່ມຂຶ້ນຈາກ 11.6% ມາເປັນ 11.8% ແລະທຸຣະກິດ ບໍຣິການກໍເພິ້ມຂຶ້ນ ເຊັ່ນກັນຈາກ 23.6% ມາເປັນ 23.7%. ການປ່ຽນແປງຂອງແຮງງານໃນລາວດັ່ງກ່າວ ຍ້ອນຄ່າຈ້າງແຮງງານຕ່ຳ ແລະຂາດສວັດດີການ ໃນການເຮັດວຽກໃນລາວ ແຕ່ຂແນງການ ກ່ຽວຂ້ອງຍັງໄດ້ມີຄວາມພຍາຍາມ ເອົາໃຈໃສ່ຊຸກຍູ້ສົ່ງເສີມໃນການສ້າງ ແລະພັທນາແຮງງານໃຫ້ມີສີມືນັບມື້ດີຂຶ້ນ ຄື: ໄດ້ປະສານງານກັບ ບັນດາ ສະຖາບັນພັທນາສີມືແຮງງານ, ສະຖາບັນການສຶກສາ ສູນຝຶກອາຊີບທັງ ພາກລັດ ພາກເອກະຊົນ ແລະຫົວໜ່ວຍທຸຣະກິດຕ່າງໆ ໄດ້ພັທນາສີມືແຮງງານຫຼາຍກວ່າ 88 ພັນຄົນ ໃນນັ້ນໄດ້ຜລິດແຮງງານ ກະສິກັມຫຼາຍກວ່າ 20 ພັນຄົນ ອຸດສາຫະກັມ 18 ພັນກວ່າຄົນ ແລະຂແນງບໍຣິການ ຫຼາຍກວ່າ 43 ພັນຄົນ ພ້ອມທັງໄດ້ອອກໃບຢັ້ງຢືນ ສີມືແຮງງານຕາມມາດຖານ ສີມືແຮງງານແຫ່ງຊາດ ໃນຂ...

ສຸດໂຫດ! ໄປຮຽນບໍ່ໄດ້ຍ້ອນອາກາດໜາວ, ຫຼ້າສຸດແຂວງຫົວພັນ ສັ່ງຢຸດສອນເປັນການຊົ່ວຄາວ.

Image
ອາກາດໜາວເຢັນຕິດຕໍ່ກັນຫຼາຍວັນເຮັດໃຫ້ແຂວງຫົວພັນ ປະກາດໂຈະການຮຽນທົ່ວແຂວງ ນັບແຕ່ວັນທີ 5 – 9 ກຸມພາ ເນື່ອງຈາກອຸນຫະພູມບາງມື້ລົງເຖິງ 3 ອົງສາ ຢ້ານຈະສົ່ງຜົນກະທົບຕໍ່ການໄປ – ມາ ແລະ ສຸຂະພາບຂອງນັກຮຽນ. ທ່ານ ມົນທອງ ລຽນຕິຄຸນ ຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງຫົວພັນ ກ່າວວ່າ: ການພັກການຮຽນ – ພັກສອນຄັ້ງນີ້ ຖືເປັນຄັ້ງທໍາອິດຂອງປີ 2018 ເນື່ອງຈາກສະພາບອາກາດໜາວເຢັນຫຼາຍ ຢ້ານຈະສົ່ງຜົນກະທົບຕໍ່ການໄປ – ມາຂອງນັກຮຽນ ແລະ ສຸຂະພາບຂອງເດັກ, ການຮັບມືຕໍ່ກັບສະພາບອາກາດຈຶ່ງຕ້ອງມີການໂຈະການຮຽນ – ການສອນຊົ່ວຄາວ ເຊິ່ງທາງພະແນກສຶກສາທິການ ແລະ ກີລາ ກໍ່ຈະໄດ້ມີການຕິດຕາມກວດກາສະພາບອາກາດຢູ່ຕະຫຼອດ ເພື່ອຈະໄດ້ຫາທາງແກ້ໄຂ ແລະ ຮັບມືໄດ້ຖ່ວງທັນ. ທ່ານ ອຈ. ພູວຽງ ພັນທິລາ ອໍານວຍການໂຮງຮຽນ ມ.ປາຍ ຕົວແບບ ກ່າວວ່າ: ກ້າວເຂົ້າສູ່ພາກຮຽນ 2 ສົກຮຽນ 2017 – 2018 ສະພາບອາກາດໜາວຫຼາຍ, ມີໝອກປົກຄຸມໜາບາງເຂດເຮັດໃຫ້ເດີນທາງໄປ – ມາຂອງຄູອາຈານ ແລະ ນັກຮຽນພົບຄວາມຍຸ້ງຍາກ, ພະແນກສຶກສາທິການ ແລະ ກີລາແຂວງຫົວພັນ ຈຶ່ງໄດ້ອອກແຈ້ງການເລື່ອງການໂຈະການຮຽນ – ການສອນຊົ່ວຄາວ ຕັ້ງແຕ່ວັນທີ 5 – 9 ກຸມພານີ້. ດ້ານ ທ່ານ ກອງມະນີ ພົມມະລີ ຫົວໜ້າໜ່ວຍງານອຸທົກກະສາດ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ...