ກາແດງຫຼວງພະບາງໄດ້ຮັບເຄື່ອງຊ່ວຍກັນໜາວເຫຼືອຈໍານວນ 60.000 ຜຶນ
ວັນທີ 5 ກຸມພານີ້, ບໍລິສັດ ເອບີ ກໍ່ສ້າງ ຈຳກັດ ຮ່ວມກັບບັນດາອົງການ ແລະ ພາກສ່ວນຜູ້ບໍລິຈາກ ໃນ ສປ ຈີນ ໄດ້ນຳເອົາເຄື່ອງຊ່ວຍເຫຼືອ ປະກອບມີ ເຄື່ອງນຸ່ງຫົມ ຈຳນວນ 100.000 ຜືນ ລວມມູນຄ່າ 650.000 ໂດລາ,ມອບໃຫ້ອົງການກາແດງລາວ, ພິທີມອບ-ຮັບໄດ້ຈັດຂຶ້ນຢູ່ກາແດງແຂວງຫຼວງພະບາງ,ກ່າວມອບໂດຍ ທ່ານ ເຈີນຊຽງ ຜູ້ອຳນວຍການບໍລິສັດ ເອບີ ກໍ່ສ້າງ ຈຳກັດ ແລະ ກ່າວຮັບໂດຍ ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານສູນກາງອົງການກາແດງລາວ,ຈາກນັ້ນໄດ້ມອບຕໍ່ໃຫ້ກາແດງແຂວງຫຼວງພະບາງ ຈຳນວນ 60.000 ຜືນ, ມູນຄ່າ 390.000 ໂດລາ, ມອບໃຫ້ກາແດງແຂວງວຽງຈັນ 30.000 ຜືນ ມູນຄ່າ 188.000 ໂດລາ ແລະ ເກັບໄວ້ອົງການກາແດງລາວຈຳນວນ 10.000 ຜືນ.ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ສາຍສະໝອນ ຄົມທະວົງ ຮອງເຂາພັກແຂວງ,ປະທານສະພາປະຊາຊົນແຂວງຫຼວງພະບາງ,ມີພະແນກການອ້ອມຂ້າງແຂວງ,ຫົວໜ້າອົງການກາແດງແຂວງຫຼວງພະບາງ ພ້ອມດ້ວຍພະນັກງານບໍລິສັດ ເອບີ ກໍ່ສ້າງຈໍາກັດ ແລະ ຜູ້ບໍລິຈາກເຄື່ອງກັນໜາວ ຈາກ ສປ ຈີນເຂົ້າຮ່ວມ.




Comments
Post a Comment