ຄາລະວານລົດຖີບ ເພື່ອການທ່ອງທ່ຽວທີ່ແຂວງສະຫວັນນະເຂດ


ທ່ານໃດ​ທີ່​ມັກ​ຮັກ​ໃນ​ການ​​ຂີ່​ລົດຖີບ​ເຊີນ​ໄດ້​ເດີທີ່​ແຂວງ​ສະ​ຫວັນນະ​ເຂດ​ ຈະ​ມີຄາ​ລະວາ​ນ​ໃຫຍ່​ສະ​ເພາະ​ລົດຖີບ​ປະມານ 1.000 ຄັນ ຈາກ​ລາວ ​ແລະ ​ໄທ​ເຂົ້າຮ່ວມ ​ເພື່ອ​ສ້າງ​ສີສັນ​ສະຫລອງ​ປີ​ທ່ອງ​ທ່ຽວ​ລາວ 2018 ​ໃນ​ໄລຍະ​ທາງ 40 ກິ​ໂລ​ແມັດ.
ຄາ​ລະວາ​ນດັ່ງກ່າວ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 25 ກຸມພາ​ນີ້ ທີ່​ແຂວງ​ສະຫວັນ​ນະ​ເຂດ. ຕາມ​ການ​ເປີດ​ເຜີຍ​ຂອງ​ເຈົ້າໜ້າ​ທີ່​ກ່ຽວຂ້ອງ ພະ​ແນ​ກຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ໃຫ້​ຮູ້​ວ່າ: ທາງ​ແຂວງ​ສະຫວັນ​ນະ​ເຂດ​ໄດ້​ປຶກສາ​ຫາລື​ຮ່ວມ​ກັບ​ໄທ​ ​ໃນ​ອາທິດ​ແລ້ວ​ນີ້ ມີ​ການ​ຢືນຢັນ​ຜູ້​ຈະ​ເຂົ້າຮ່ວມ​ຂະ​ບວນຄາ​ລະວາ​ນປະມານ 700 ຄົນ, ສ່ວນ​ເບື້ອງລາວ​ຄາດ​ວ່າ​ຈະ​ມີ​ຢ່າງ​ໜ້ອຍ 100 ຄົນ​ເຂົ້າຮ່ວມ​ງານ​ດັ່ງກ່າວ.
ຄະນະ​ຄາ​ລະວາ​ນ​​ແມ່ນ​ມີ​ຈຸດ​ເລີ່​ມຕົ້ນທີ່​ສົ້ນຂົວ​ມິດຕະພາບ ລາວ-​ໄທ ​ແຫ່ງ​ທີ 2 ສະຫວັນ​ນະ​​ເຂດ-ມຸກດາ​ຫານ ​ແຕ່​ຕອນ​ເຊົ້າຂອງ​ວັນ​ທີ 25 ກຸມພາ ​ເປັນ​ໄລຍະ​ທາງ 40 ກິ​ໂລ​ແມັດ ອ້ອມ​​ແຂວງ​ສະຫວັນ​ນະ​ເຂດ ກ່ອນ​ກັບ​ຄືນ​ສຸດສົ້ນຂົວ​ເປັນອັນ​ສຳ​ເລັດ​ກິດຈະກຳ​ຂີ່​ລົດຖີບ​ໃນ​ມື້ນັ້ນ.

ແຫລ່ງຂ່າວ: ລາວພັດທະນາ.

Comments

Popular posts from this blog

ອົງການປົກຄອງແຂວງໄຊຍະບູລີແບ່ງປັນນໍ້າໃຈຕ້ານໄພໜາວ

ຜູ້ຊາຍຕ້ອງຮູ້..!!!" ນຳ້ອະສຸຈິ" ໃສ ຫຼື ຂຸ້ນບອກໄດ້ເປັນໝັນຫຼືບໍ່...? ຮິບອ່ານດ່ວນ...!!

ສະພາແຫ່ງຊາດລາວ ໄດ້ຮັບຮອງເອົາ ແຜນການງົບປະມານ ລາຍຮັບ-ລາຍຈ່າຍ ປະຈຳປີ 2018