ເຂດເສດຖະກິດສະເພາະທ່າແຂກມີ 22 ໂຄງການແລ້ວທີ່ເຂົ້າໄປລົງທຶນ ດ້ວຍມູນຄ່າການລົງທຶນ 12,93 ຕື້ໂດລາສະຫະລັດ
ທ່ານ ດາວໄຫຼ ແກ້ວດວງດີ ຫົວໜ້າພະແນກແຜນການ ແລະການລົງທຶນ ແຂວງຄໍາມ່ວນໄດ້ກ່າວວ່າ: ໃນຜ່ານມາ ເຂດເສດຖະກິດສະເພາະທ່າແຂກສາມາດດຶງດູດນັກລົງທຶນຂອງເອກະຊົນພາຍໃນ ແລະຕ່າງປະເທດເຂົ້າມາລົງທຶນ ໄດ້ທັງໝົດ 22 ໂຄງການ ມູນຄ່າການລົງທຶນ 12,93 ຕື້ໂດລາສະຫະລັດ, ທຶນ ຈົດທະບຽນ 4,03 ຕື້ໂດລາສະຫະລັດ ໃນນັ້ນການລົງທຶນພາຍໃນ 15 ໂຄງການ, ການລົງທຶນຈາກຕ່າງປະເທດ 2 ໂຄງການ, ພາຍໃນຮ່ວມມືກັບຕ່າງປະ ເທດ 5 ໂຄງການ ແລະໃນ 1 ປີຜ່ານມາ ມີບໍລິສັດເຂົ້າມາລົງທຶນຕື່ມ 1 ໂຄງການ ມູນຄ່າການລົງທຶນທັງໝົດ 1,5 ລ້ານໂດລາສະຫະລັດເປັນບໍລິສັດພາຍໃນຮ່ວມມືກັບຕ່າງປະເທດ.
ໃນຈຳນວນບໍລິສັດມາລົງທຶນສາມາດສ້າງວຽກເຮັດງານທໍາໄດ້ທັງໝົດ 88 ຄົນ ໃນນັ້ນແຮງງານລາວ 62 ຄົນ ແລະແຮງງານຕ່າງປະເທດ 26 ຄົນ ສະ ເພາະ 1 ປີຜ່ານມາມີແຮງງານເຂົ້າມາ ເຮັດວຽກທັງໝົດ 26 ຄົນທຽບໃສ່ປີ ຜ່ານມາຫຼຸດລົງ 88% ແລະສາມາດຂຶ້ນ ທະບຽນຊົ່ວຄາວໃຫ້ແຮງງານຕ່າງປະເທດສາມາດເກັບລາຍຮັບໄດ້ປະມານ 100 ລ້ານກວ່າກີບ.
ສຳລັບເຂດເສດຖະກິດສະເພາະທ່າແຂກມີທີ່ຕັ້ງຢູ່ສົ້ນຂົວມິດຕະພາບລາວ-ໄທແຫ່ງທີ 3 ຫ່າງຈາກເມືອງທ່າແຂກ 16 ກີໂລແມັດ ມີຕອນດິນທີ່ຈະຕ້ອງໄດ້ ຊົດເຊີຍເວນຄືນທັງໝົດ 592 ຕອນມູນ ຄ່າ 25,74 ຕື້ກີບ, ສາມາດປະຕິບັດການຊົດເຊີຍເວນຄືນ ທີ່ດິນໄດ້ 263 ຕອນມູນຄ່າ 10,51 ຕື້ກີບ ເທົ່າກັບ 40,85 % ຂອງແຜນການຊົດ ເຊີຍຕອນດິນທັງໝົດ ທ່ານ ດາວໄຫຼ ແກ້ວດວງດ່ກ່າວ.
ສຳລັບເຂດເສດຖະກິດສະເພາະທ່າແຂກມີທີ່ຕັ້ງຢູ່ສົ້ນຂົວມິດຕະພາບລາວ-ໄທແຫ່ງທີ 3 ຫ່າງຈາກເມືອງທ່າແຂກ 16 ກີໂລແມັດ ມີຕອນດິນທີ່ຈະຕ້ອງໄດ້ ຊົດເຊີຍເວນຄືນທັງໝົດ 592 ຕອນມູນ ຄ່າ 25,74 ຕື້ກີບ, ສາມາດປະຕິບັດການຊົດເຊີຍເວນຄືນ ທີ່ດິນໄດ້ 263 ຕອນມູນຄ່າ 10,51 ຕື້ກີບ ເທົ່າກັບ 40,85 % ຂອງແຜນການຊົດ ເຊີຍຕອນດິນທັງໝົດ ທ່ານ ດາວໄຫຼ ແກ້ວດວງດ່ກ່າວ.
ສ່ວນກິດຈະກຳທີ 5 ແມ່ນຈະສ້າງ ເປັນເຂດສູນກາງການປະຊຸມ: ຫໍປະຊຸມ, ສູນບໍລິການທາງ IT; 6. ເຂດທີ່ຢູ່ອາໄສ 1 ແລະ 2: ບ້ານພັກທຸລະກິດ, ບ້ານພັກ ຕາກອາກາດ, ຣີສອດ, ບ້ານຈັດສັນ, ບ້ານພັກສ່ວນບຸກຄົນ, ຕຶກຫ້ອງແຖວໃຫ້ ເຊົ່າ; 7. ເຂດກີລາ ແລະໜອງນ້ຳ: ສະໜາມກິລາຕ່າງໆ, ນໍ້າພຸ; 8. ເຂດການສຶກສາ, ສາທາລະນະສຸກ: ໂຮງຮຽນອະນຸບານ, ປະຖົມ, ມັດທະຍົມ, ໂຮງຮຽນ ວິຊາຊີບ, ວິທະຍາໄລ, ມະຫາວິທະຍາໄລ. ຮ້ານຂາຍຢາ, ສຸກສາລາ, ຄລີ ນິກ, ໂຮງໝໍ, ສູນກາງຈໍາໜ່າຍອຸປະ ກອນທາງແພດ; 9. ເຂດສຳນັກງານ, ອົງການ: ສໍານັກງານປົກຄອງເຂດ, ສໍານັກງານອົງການຈັດຕັ້ງຕ່າງໆ ແລະ10. ເຂດສະຫງວນ ແລະເຂດຂຽວ: ສວນສາທາລະນະ, ສວນດອກໄມ້ໃນຕົວເມືອງ, ຈຸດຊົມວິວ.
ທີ່ມາ: ເສດຖະກິດ-ການຄ້າ



Comments
Post a Comment