ພິທີມອບຮັບເຄື່ອງ ຊີທີ ສະແກນ (CT Scaner) ໃຫ້ແກ່ໂຮງໝໍແຂວງຫຼວງພະບາງ
ໂຮງໝໍແຂວງຫຼວງພະບາງມີອຸປະກອນການແພດທີ່ທັນສະໄໝໃນການບໍລິການຄົນເຈັບ ພິທີມອບຮັບເຄື່ອງ ຊີທີ ສະແກນ (CT Scaner) ໃຫ້ແກ່ໂຮງໝໍແຂວງຫຼວງພະບາງໄດ້ມີຂຶ້ນໃນວັນທີ 22 ທັນວານີ້, ທີ່ໂຮງໝໍແຂວງ, ໂດຍການເຂົ້າຮ່ວມຂອງ ທ່ານ ສາຍສະໝອນ ຄົມທະວົງ ປະທານສະພາປະຊາຊົນແຂວງ, ທ່ານ ນາງ ລີນ່າ ບິດເຕີ ເອກອັກຄະລັດທູດສະຫະລັດອາເມລິກາ ປະຈຳລາວ ມີຫົວໜ້າພະແນກການອ້ອມຂ້າງ ຕະຫຼອດຮອດພະນັກງານແພດໝໍເຂົ້າຮ່ວມເປັນສັກຂີພິຍານ. ການມອບເຄື່ອງ ຊີທີ ສະແກນ ໃນຄັ້ງນີ້ ແມ່ນປະຕິບັດຕາມແຜນການພັດທະນາວຽກງານສາທາລະນະສຸກ ແຕ່ປີ 2016 ຫາປີ 2020 ໂດຍເລັ່ງໃສ່ 5 ຍຸດທະສາດການປະຕິຮູບສາທາລະນະສຸກ ໂດຍສະເພາະແມ່ນ ຍຸດທະສາດໃນການຍົກສູງຄຸນນະພາບ ຂອງການບໍລິການສາທາລະນະສຸກດ້ວຍການປັບປຸງ ແລະ ຂະຫຍາຍຕາໜ່າງບໍລິການປົກຄຸມທົ່ວເຖິງ ແລະ ມີຄຸນນະພາບລະດັບມາດຕະຖານ, ຫັນເອົາການບໍລິຫານຄຸ້ມຄອງໂຮງໝໍໄປສູ່ລະບົບ IT ສາມາດເຊື່ອມໂຍງຂົງເຂດ ແລະ ສາກົນ. ເຄື່ອງ ຊີທີ ສະແກນ ເປັນເຄື່ອງອຸປະກອນການແພດ ທີ່ທັນສະໄໝ ນຳເຂົ້າມາຈາກປະເທດສະຫະ ລັດອາເມລິກາ ໂດຍການຈັດຊື້ດ້ວຍງົບປະມານຂອງລັດ 100% ໃນມູນຄ່າ 5 ຕື້ກວ່າກີບ, ເຄື່ອງ ຊີທີ ສະແກນ ມີຄວາມຈຳເປັນທີ່ສຸດ ທາງດ້ານການແພດ ເພື່ອຊ່ວຍບົ່ງມະຕິພະຍາດໃຫ້ມີຄວາມາຊັດເ...