ຣັດເຊຍໂຈມຕີສາງອາວຸດໄອເອັສຢູ່ຊີຣີ ດ້ວຍຂີປະນາວຸດລ້ຳສະໄໝ ຍິງຈາກອາກາດໄກ 1,000 ກິໂລແມັດ!


        ສຳນັກຂ່າວຣັດເຊຍທູເດ ລາຍງານໃນ 5 ກໍລະກົດຜ່ານມານີ້ ໂດຍອ້າງຄຳຖະແຫລງຈາກ ກະຊວງປ້ອງກັນປະເທດຣັດເຊຍວ່າ ຝູງເຮືອບິນຖິ້ມລະເບີດຍຸດທະສາດ ຕູໂປເລບ-95MS ຊຶ່ງບິນຂຶ້ນຈາກຖານທັບອາກາດແຫ່ງໜຶ່ງໃນຣັດເຊຍ ແລະ ມີການຕື່ມນ້ຳມັນກາງອາກາດ ໄດ້ບິນຖິ້ມລະເບີດທຳລາຍສາງອາວຸດ ແລະ ປ້ອມບັນຊາການຂອງກຸ່ມລັດອິດສະລາມ ຫລື ໄອເອັສ ຕາມເຂດຊາຍແດນລະຫວ່າງແຂວງຮາມາ ແລະ ແຂວງຮັອມ ໂດຍມີການໃຊ້ຂີປະນາວຸດຍິງຈາກອາກາດທີ່ລ້ຳສະໄໝ Kh-101 ໂຈມຕີຈາກໄລຍະໄກ ປະມານ 1,000 ກິໂລແມັດ.
ກະຊວງປ້ອງກັນປະເທດຣັດເຊຍ ຍັງໄດ້ມີການເປີດເຜີຍອີກວ່າ ຂີປະນາວຸດລຸ້ນດັ່ງກ່າວນີ້ ມີໄລຍະການໂຈມຕີໄດ້ສູງສຸດເຖິງ 4,500 ກິໂລແມັດ ແລະ ສາມາດຕິດຕັ້ງຫົວຮົບນິວເຄລຍໄດ້ອີກ ໂດຍທີ່ເຮືອບິນຍຸດທະສາດ ຕູໂປເລບ-95MS ສາມາດບັນທຸກຂີປະນາວຸດລຸ້ນດັ່ງກ່າວໄດ້ສູງສຸດ 8 ລູກໃນຖ້ຽວດຽວ.
        ຝູງເຮືອບິນຖິ້ມລະເບີດດັ່ງກ່າວນີ້ ໄດ້ສຳເລັດພາລະກິດຂອງຕົນ ແລະ ບິນກັບຄືນສູ່ຖານທັບອາກາດຢູ່ຣັດເຊຍຢ່າງປອດໄພ ໂດຍໄດ້ຮັບການຄຸ້ມກັນຈາກເຮືອບິນສູ້ຮົບ Su-30SM.

Comments

Popular posts from this blog

ອົງການປົກຄອງແຂວງໄຊຍະບູລີແບ່ງປັນນໍ້າໃຈຕ້ານໄພໜາວ

ຜູ້ຊາຍຕ້ອງຮູ້..!!!" ນຳ້ອະສຸຈິ" ໃສ ຫຼື ຂຸ້ນບອກໄດ້ເປັນໝັນຫຼືບໍ່...? ຮິບອ່ານດ່ວນ...!!

ສະພາແຫ່ງຊາດລາວ ໄດ້ຮັບຮອງເອົາ ແຜນການງົບປະມານ ລາຍຮັບ-ລາຍຈ່າຍ ປະຈຳປີ 2018