ເຕືອນໄພ! ຂີ່ລົດໃຫຍ່ໄວ ຕຳກົ້ນລົດຈັກ ເຈັບສາຫັດ ເຂດໂຮງຮຽນ ດົງຄຳຊ້າງ 31/12/2017

ນະຄອນຫຼວງວຽງຈັນ: ລາຍງານຈາກ ນັກຂ່າວສັນຈອນໃຫ້ຮູ່ວ່າ ເວລາປະມານ 02:40 ວັນທີ 31 ທັນວາ 2017 ເກີດອຸບັດຕິເຫດ ລົດໃຫຍ່ຕຳກົ້ນລົດຈັກ ທີ່ເຂດໂຮງຮຽນ ການເງິນດົງຄໍາຊ້າງ ນະຄອນຫຼວງວຽງຈັນ.

     ຜູ້ຖືກຕຳແມ່ນຜູ້ຍິງ ຂີ່ລົດຈັກ ອາການສາຫັດ, ບໍ່ມີສະຕິ. ທາງປະຊາຊົນ ໄດ້ໂທ້ແຈ້ງໃຫ້ ກູ້ໄພ 1623​ ມາຊ່ວຍເຫຼືອ ນຳສົ່ງໂຮງໝໍ.
         ຜູ້ຂັບລົດໃຫຍ່ແມ່ນ ຜູ້ຊາຍ ອາຍຸປະມານ 18-19 ປີ ມີອາການມືນເມົາແດ່, ຈາກການສອບຖາມ ຜູ່ກ່ຽວບອກວ່າ ໄດ້ໄປຫຼິ້ນ ບ້ານຫມູ່ມາ ລະກຳລັງຈະກັບບ້ານ ແລ້ວຂີ່ລົດມາດ້ວຍຄວາມໄວ້ ສົມຄວນ ແລ້ວມາຕຳເອົາລົດຈັກທີຫາກາເລີກວຽກມາ. ເຊິ່ງເປັນການຕຳກົ້ນລົດຈັກ ທີ່ຂີ່ມາທາງດຽວກັນ ທີ່ເຂດຫນ້າ ໂຮງຮຽນການເງີນດົງຄຳຊ້າງ. ເຂດທີ່ຖືກຕຳແມ່ນຈະມີຕົ້ນ ຕາກົບລະຈະມືດຫນ້ອຍແດ່, ເຮັດໃຫ້ລົດໃຫຍ່ທີຂີ່ລົດມາດ້ວຍຄວາມໄວ້ ບໍ່ເຫັນລົດຈັກ ລະຕຳເອົາຢ່າງແຮງເຕັມໆ. ລົດໃຫຍ່ ລາກລົດຈັກໄປປະມານ 30 ແມັດ. ເຮັດໃຫ້ຄົນຂີ່ລົດຈັກເຈັບສາຫັດ.


Comments

Popular posts from this blog

ອົງການປົກຄອງແຂວງໄຊຍະບູລີແບ່ງປັນນໍ້າໃຈຕ້ານໄພໜາວ

ຜູ້ຊາຍຕ້ອງຮູ້..!!!" ນຳ້ອະສຸຈິ" ໃສ ຫຼື ຂຸ້ນບອກໄດ້ເປັນໝັນຫຼືບໍ່...? ຮິບອ່ານດ່ວນ...!!

ສະພາແຫ່ງຊາດລາວ ໄດ້ຮັບຮອງເອົາ ແຜນການງົບປະມານ ລາຍຮັບ-ລາຍຈ່າຍ ປະຈຳປີ 2018