ຄລິບພາທ່ຽວ ຜາຖີ ແຂວງຫົວພັນ ຕ້ອນຮັບປີທ່ອງທ່ຽວລາວ 2018 Get link Facebook X Pinterest Email Other Apps December 24, 2017 ສໍາລັບທ່ານທີ່ມັກຄວາມເປັນທຳມະຊາດ, ທ້າທາຍ ແລະ ການເດີນທາງ ເພື່ອໄປພິຊິດ ຍອດຜາຖີ ທີ່ຫົວພັນ. ກຽມເລີຍເດີ.... ພວກເຮົາຈະບໍ່ອະທິບາຍໃຫ້ຍາວ ແຕ່ໃຫ້ພາບ ແລະ ຄລິບຂ້າງລຸ່ມ ຊ່ວຍອະທິບາຍແທນ...ໝາຍເຫດ: ເພິ່ນເຮັດຂັ້ນໄດ ເພື່ອໃຫ້ໄຕ່ຂຶ້ນຍອດຜາ ເດີ.... Get link Facebook X Pinterest Email Other Apps Comments
ອົງການປົກຄອງແຂວງໄຊຍະບູລີແບ່ງປັນນໍ້າໃຈຕ້ານໄພໜາວ December 24, 2017 ເພື່ອເປັນການຊ່ວຍເຫຼືອປະຊາຊົນ, ໂດຍສະເພາະແມ່ນຄອບຄົວທຸກຍາກ ຢູ່ ເມືອງ ໄຊຊະຖານ ແຂວງ ໄຊຍະບູລີ ໃນການຕ້ານໄພໜາວ, ເພື່ອເຮັດໃຫ້ກຸ່ມຄົນດັ່ງກ່າວໄດ້ມີຄວາມອົບອຸ່ນທັງການ ແລະ ໃຈ, ສະນັ້ນອົງການປົກຄອງ ແຂວງ ໄຊຍະບູລີ ຈຶ່ງໄດ້ນໍາເຄື່ອງກັນໜາວໄປມອບໃຫ້ປະຊາຊົນເມືອງດັ່ງກ່າວ, ເຄື່ອງທີ່ນໍາໄປມອບປະກອບມີ: ເສື້ອກັນໜາວ ຈໍານວນ 100 ຜືນ, ໂສ້ງຂາຍາວ ຈໍານວນ 100 ຜືນ, ຜ້າຫົ່ມກັນໜາວ 110 ຜືນ, ຊຸດເຄື່ອງນຸ່ງປະສົມ 350 ຊຸດ, ໝວກກັນໜາວ 100 ໃບ ແລະ ເຄື່ອງນຸ່ງທົ່ວໄປ 300 ຊຸດ, ລວມມູນຄ່າທັງໝົດ 26 ລ້ານກວ່າກີບ, ພິທີມອບ-ຮັບໄດ້ຈັດຂຶ້ນ ໃນວັນທີ 20 ທັນວາ 2017 ນີ້, ທີ່ຫ້ອງການບ້ານ ສະແມດໃຫຍ່ໃຫ້ກຽດມອບໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ແລະ ຮັບ ໂດຍຕາງໜ້າອົງການປົກຄອງ ເມືອງ ໄຊຊະຖານ ແລະ ມອບຕໍ່ໃຫ້ກັບປະຊາຊົນກຸ່ມເປົ້າໝາຍ, ເຂົ້າຮ່ວມພິທີມີຫົວໜ້າພະແນກການເງິນ, ສະຫະພັນແມ່ຍິງແຂວງ, ພ້ອມດ້ວຍອໍານາດການປົກຄອງເມືອງ ໄຊສະຖານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ. Read more
ຜູ້ຊາຍຕ້ອງຮູ້..!!!" ນຳ້ອະສຸຈິ" ໃສ ຫຼື ຂຸ້ນບອກໄດ້ເປັນໝັນຫຼືບໍ່...? ຮິບອ່ານດ່ວນ...!! January 13, 2018 ມີປະເດັນຫນື່ງທີ່ນ່າສົນໃຈຫຼາຍໆ ກ່ຽວກັບສີຂອງນຳ້ອະສຸຈິວ່າ ຫາກນຳ້ອະສຸຈິໃສເພາະວ່າບໍ່ມີໂຕອະສຸຈິຈີ່ງຫຼືບໍ່? ແລະ ບໍ່ສາມາດມີລູກໄດ້ແມ່ນບໍ? ເປັນອະສຸຈິຂອງຄົນເປັນໝັນ ຫຼື ບໍ? .... ມີບັນຫາກໍ່ຕ້ອງມີຄຳຕອບ !!! ຜູ້ຊາຍຕ້ອງຮູ້ "ອະສຸຈິ" ໃສ ຫຼື ຂຸ້ນ ບອກໄດ້ວ່າເປັນໝັນ ຮິບເຊັກເບີ່ງຂອງໂຕເອງດ່ວນ ໂດຍປົກກະຕິ ນຳ້ອະສຸຈິທີ່ບໍ່ໄດ້ມີບັນຫາຫຍັງຈະມີລັກສະນະເປັນສີຂາວຂຸ້ນ ຫຼື ບາງທີຕິດເຫຼືອງ ແລະຈະໜຽວໆ ຄ້າຍແປ້ງປຽກແຕ່ພົບວ່າບາງທ່ານ ( ສ່ວນໜ້ອຍ) ມີບັນຫາກ່ຽວກັບນຳ້ອະສຸຈິເປັນສີໃສເລີ່ມມີຄວາມກັງວົນວ່າ ອະສຸຈິບໍ່ແຂງແຮງ ແລະເປັນໝັນ. ນຳ້ອະສຸຈິປະກອບດ້ວຍ : 1. ໂຕອະສຸຈິຫຼາຍໆລ້ານໂຕ 2. ນຳ້ຫຼໍ່ລື່ນຕ່າງໆ ການຫຼັ່ງໃນແຕ່ລະຄັ້ງຈີ່ງຂາວຂຸ້ນແຕ່ຈະແຕກຕ່າງກັນອອກໄປ ແຕ່ສາເຫດທີ່ວ່ານຳ້ອະສຸຈິເປັນສີໃສນັ້ນບໍ່ໄດ່ມີຜົນຕໍ່ການວິໃຈວ່າເປັນ ຫຼື ບໍ່ເປັນໝັນ ຕ້ອງໄປກວດດ້ວຍກ້ອງຈຸລະທັດເພື່ອຫາຈຳນວນອະສຸຈິແລ້ວຜູ້ຊາຍຕ້ອງຮູ້..!!! "ອະສຸຈິ" ໃສ ຫຼື ຂຸ່ນບອກໄດ້ວ່າເປັນໝັນກ່ອນຈະວິຕົກກັງວົນ ຢາກໃຫ້ລອງເຊັກຄາວໆເບີ່ງເລີຍ - ຊ່ວຍໂຕເອງຕະຫຼອດ( ນຳ້ອອກຕະຫຼອດຂະໜາດນັ້ນ ທໍ່ອາດພໍດີ) - ສັງເກດໂຕເອງໃຫ້ແນ່ຊັດ ວ່ານັ້ນເປັນນຳ້ອະສຸຈິ ຫຼື ວ່ານຳ້ຫຼໍ່ລື່ນ. - ນອນໜ້ອຍຫຼື ບໍ ? ເພາະການນອນມີຜົນຕໍ່ການຜ... Read more
ສະພາແຫ່ງຊາດລາວ ໄດ້ຮັບຮອງເອົາ ແຜນການງົບປະມານ ລາຍຮັບ-ລາຍຈ່າຍ ປະຈຳປີ 2018 January 28, 2018 ລັດຖະບານລາວ ຈະຈັດເກັບລາຍຮັບໃຫ້ໄດ້ ບໍ່ຕ່ຳກວ່າ 25,452 ຕື້ກີບ ແລະ ຈະຄວບຄຸມລາຍຈ່າຍໃຫ້ຢູ່ໃນມູນຄ່າບໍ່ເກີນ 32,809 ຕື້ກີບ ດ້ວຍການຈັດຕັ້ງປະຕິບັດ ວິໄນການເງິນໃນພາກລັດຖະບານ ຢ່າງເຂັ້ມງວດ. ທ່ານ ອາດສະພັງທອງ ສີພັນດອນ ລັດຖະມົນຕີຊ່ວຍວ່າການ ກະຊວງການເງິນ ຖະແຫຼງຢືນຢັນວ່າ ກອງປະຊຸມສະໄໝສາມັນ ຄັ້ງທີ 4 ຂອງສະພາແຫ່ງຊາດລາວ ທີ່ດຳເນີນກອງປະຊຸມ ໃນວັນທີ 16 ຕຸລາ ຫາ 17 ພະຈິກ 2017 ທີ່ຜ່ານມາ ໄດ້ມີມະຕິຕົກລົງຮັບຮອງເອົາແຜນການງົບປະມານລາຍຮັບ-ລາຍຈ່າຍ ປະຈຳປີ 2018 ຂອງລັດຖະບານລາວຢ່າງເປັນທາງການ ທັງຍັງໄດ້ກຳນົດໃຫ້ ລັດຖະບານ ລາວ ຕ້ອງຈັດຕັ້ງປະຕິບັດຕາມແຜນການ ແລະ ເປົ້າໝາຍທີ່ວາງໄວ້ ຢ່າງເຂັ້ມງວດ. ທັງນີ້ ໂດຍລັດຖະບານລາວ ຈະຕ້ອງຈັດເກັບລາຍຮັບໃຫ້ໄດ້ ໃນມູນຄ່າບໍ່ຕ່ຳກວ່າ 25,452 ຕື້ກີບ ຄິດເປັນ 17.02 ເປີເຊັນ ຂອງມູນຄ່າຜະລິດຕະພັນລວມພາຍໃນ ຫຼື (GDP) ແລະພ້ອມກັນນີ້ ກໍຍັງຈະຕ້ອງຄວບຄຸມລາຍຈ່າຍ ໃຫ້ຢູ່ໃນມູນຄ່າບໍ່ເກີນ 32,809 ຕື້ກີບ ຄິດເປັນ 21.94 ເປີເຊັນ ຂອງ GDP ຊຶ່ງລັດຖະບານລາວ ໂດຍກະຊວງການເງິນ ກໍໄດ້ຈັດຕຽມແຜນການຈັດຕັ້ງປະຕິບັດໄວ້ ຢ່າງເປັນຮູບປະທຳແລ້ວກໍຄືການກຳນົດໃຫ້ທຸກພາກສ່ວນ ຈະຕ້ອງຈັດຕັ້ງປະຕິບັດວິໄນການເງິນຢ່າງເຂັ້ມງວດ ຮວມທັງ ຍັງຈະນຳໃຊ້ເທັກນິກ ທີ່ທັນສະໄໝເຂົ້າໃນການຈັ... Read more
Comments
Post a Comment