ບໍ່ໜ້າເລີຍ! ອັລວາເຣຊ ບໍ່ຜ່ານການກວດຮ່າງກາຍອົດລ້າງຕາກັບ ໂກລອຟກິນ


ຊາອູລ ອັລວາເຣຊ ນັກມວຍຊາວແມັກຊິກ ອົດຂຶ້ນລ້າງຕາກັບ ເຈນນາດີ ໂກລອຟກິນ ຄູ່ແຂ່ງຈາກ ຄາຊັກສະຖານ ໃນວັນທີ 5 ພຶດສະພານີ້ ຫຼັງຖືກກວດພົບສານຕ້ອງຫ້າມຢ່າງ ເຄລນບູເທີຣອລ (Clencuterol).


ອັລວາເຣຊ


ໂກລອຟກິນ

ຈາກຜົນດັ່ງກ່າວ ເຮັດໃຫ້ ຄະນະກໍາມາທິການກີລາລັດເນວາດາ (Nevada State Athletic Commission : NSAC) ຈະເລີ່ມກໍາເນີນການສອບສວນ ໃນວັນທີ 18 ເມສານີ້ ເນື່ອງຈາກສານ ເຄລນບູເທີຣອລ ມັກຖືກນໍາມາໃຊ້ໃນສັດ ເພື່ອເພີ່ມເນື້ອໃຫ້ແດງ ແລະ ຫຼຸດສັດສ່ວນໄຂມັນ.


ກ່ອນໜ້ານີ້ທັງຄູ່ເຄີຍພົບກັບໃນການຊີງແຊັມໂລກ ລຸ້ນມິດເດິລເວດ ທີ່ລາສເວກັສ ສະຫະລັດອາເມຣິກາ ເມື່ອເດືອນກັນຍາ 2017, ເຊິ່ງກໍາມະການທັງ 3 ຄົນໃຫ້ຄະແນນ ໂກລອຟກິນ ຊະນະຄົນລະ 1 ສຽງ ແລະ ສຽງສຸດທ້າຍໃຫ້ສະເໝີກັນ.


ໂກລອຟກິນ ເຈົ້າຂອງແຊັມ ສະມາຄົມມວຍໂລກ, ສະພາມວຍໂລກ, ສະຫະພັນມວຍນາໆຊາດ ແລະ ອົງການມວຍນາໆຊາດ ຄອງສະຖິຕິບໍ່ເສຍຕະຫຼອດ 37 ໄຟທ໌. ຂະນະທີ່ ອັລວາເຣຊ ເສຍຄັ້ງດຽວຈາກ 52 ໄຟທ໌ໃຫ້ແກ່ ຟລອຍ ເມເວດເທີ ຈູເນຍ ເມື່ອປີ 2013.






Comments

Popular posts from this blog

ອົງການປົກຄອງແຂວງໄຊຍະບູລີແບ່ງປັນນໍ້າໃຈຕ້ານໄພໜາວ

ຜູ້ຊາຍຕ້ອງຮູ້..!!!" ນຳ້ອະສຸຈິ" ໃສ ຫຼື ຂຸ້ນບອກໄດ້ເປັນໝັນຫຼືບໍ່...? ຮິບອ່ານດ່ວນ...!!

ສະພາແຫ່ງຊາດລາວ ໄດ້ຮັບຮອງເອົາ ແຜນການງົບປະມານ ລາຍຮັບ-ລາຍຈ່າຍ ປະຈຳປີ 2018