ລົດຮຸ່ນໄດ ຕຳຄົນຈູງລົດຈັກ ເສຍຊີວິດ ແລ້ວຫຼົບໜີ ທີທາງ ບ້ານສີວິໄລ ເມືອງໄຊທານີ 6/4/2018 (ມີຄລິບຕອນຕຳ)

ລົດຮຸ່ນໄດ ຕຳຄົນຈູງລົດຈັກ ເສຍຊີວິດ ແລ້ວຫຼົບໜີເຫດເກີດ ເວລາປະມານ: 21:43 ວັນທີ 6 ເມສາ 2018 ທີ່ທາງເຂດ ບ້ານສີວິໄລ​ ເມືອງໄຊທານີ ນະຄອນຫລວງ​ວຽງຈັນ​ ຜູ້​ເສຍຖືກຜົນກະທົບ ແມ່ນທ້າວບຸນຍົງ ອິນທະລາ ບ້ານຫນອງສ້າງທໍ່ ເມືອງຈັນທະບູລີ ນະຄອນຫລວງ​ວຽງຈັນ​

ຂໍ້ມູນໃຫ້ຮູ້ວ່າ ຜູ່ເສຍຊີວິດ ແລະ ເມຍໄດ້ພາກັນ ກັບມາແຕ່ບ້ານຫນອງພະຍາ ກັບເມຍ ມາຮອດ ບ້ານສີວິໄລ ຕີນລົດຮົ່ວລາວເລີຍຈູງລົດ ຊອກຮ້ານຈອດຢາງ ເມຍຍ່າງນຳກົ້ນ. ພໍມາຮອດຈຸດດັ່ງກ່າວ, ລົດຮຸນໄດ ຂີ່ມາດ້ວຍຄວາມໄວ ໄດ້ຕຳເອົາຜູ່ເປັນຜົວທີ່ຈູງລົດຈັກ ດ້ານຫຼັງ ເຮັດໃຫ້ ຜູ່ເປັນຜົວຟົ້ງໄປຕຳຕີນລົດ ທີ່ຈອດຢູ່ແຄມທາງ, ແລ້ວລົດ ຮຸນໄດ້ຢຽບຊໍ້າ ກ່ອນຈະຂີ່ລົດລົບໜີໄປ.

ທ່ານໃດ ຮູ້ເບາະແສ ຫຼື ທັນເຫັນ ປ້າຍລົດດັ່ງກ່າວ ຊ່ວຍແຈ້ງໃຫ້ດ້ວຍ, ຫຼື ຜູ່ທີ່ຂີ່ລົດຄັນດັ່ງກ່າວ ຫາກໄດ້ເຫັນຂ່າວ ຂໍໃຫ້ຕິດຕໍ່ມອບຕົວດ່ວນ!

ເບີໂທຕິດຕໍ່ 02055999835​


Comments

Popular posts from this blog

ອົງການປົກຄອງແຂວງໄຊຍະບູລີແບ່ງປັນນໍ້າໃຈຕ້ານໄພໜາວ

ຜູ້ຊາຍຕ້ອງຮູ້..!!!" ນຳ້ອະສຸຈິ" ໃສ ຫຼື ຂຸ້ນບອກໄດ້ເປັນໝັນຫຼືບໍ່...? ຮິບອ່ານດ່ວນ...!!

ສະພາແຫ່ງຊາດລາວ ໄດ້ຮັບຮອງເອົາ ແຜນການງົບປະມານ ລາຍຮັບ-ລາຍຈ່າຍ ປະຈຳປີ 2018