ພຽງ 3 ເດືອນ ປກສ ເມືອງ ສີສັດຕະນາກ ມ້າງຄະດີຢາເສບຕິດໄດ້ 45 ເລື່ອງຍຶດຢາບ້າ 12 ພັນກວ່າເມັດ


ຫົວໜ້າໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ເມືອງ ສີສັດຕະນາກ ນະຄອນ ຫລວງວຽງຈັນ ໃຫ້ຮູ້ວ່າ: ພຽງ ໄລຍະ 3 ເດືອນ ຜ່ານມານີ້, ເຈົ້າ ໜ້າທີ່ຂອງຕົນສາມາດແກ້ໄຂ ພຶ້ນທີ່ມີການເຄື່ອນໄຫວຄ້າ ຂາຍຢາເສບຕິດຄື: ຮ້ານເກມ ສະພານທອງເຫນືອ, ບ້ານທົ່ງ ພານທອງ, ບ້ານໂພນປ່າເປົ້າ, ດົງສະຫວາດ, ແລະ ຫໍພັກ ວິທະ ຍາໄລຊັບພະວິຊາ, ມ້າງຄະດີ ໄດ້ 45 ເລື່ອງ, ກັກຕົວຜູ້ກະທຳ ຜິດມາດຳເນີນຄະດີ 66 ຄົນ ພ້ອມທັງຍຶດຂອງກາງຢາບ້າ 12 ພັນກວ່າເມັດ, ພົ້ນເດັ່ນກວ່າ ໝູ່ ແມ່ນໃນວັນທີ 24 ມັງກອນ ຜ່ານມານີ້, ເຈົ້າໜ້າທີ່ໄດ້ຈັບຕົວ ຜູ້ຄ້າຂາຍຢາເສບຕິດຈຳນວນ 3 ຄົນຢູ່ຮ້ານເກມບ້ານ ສະພານ ທອງເໝືອ ແລະ ຂະຫາຍຜົນ ຈັບຕົວຜູ້ຄ້າຂາຍລາຍ ໃຫຍ່ ໄດ້ 2 ຄົນຄື: ທ້າວ ບຸນມີ ຫລື ໂກ້ອາຍຸ 32 ປີ ກຳມະກອນ ຢູ່ ບ້ານ ທົ່ງປົ່ງ ເມືອງ ສີໂຄດ ຕະບອງ ພ້ອມຂອງກາງຢາ ບ້າ 7 ພັນເມັດ, ແລະ ທ້າວ ສຸລິຂັນ ຫລື ອິດອາຍຸ 28 ປີ ອາຊີບຫວ່າງງານຢູ່ ບ້ານ ສີ ບຸນເຮືອງທົ່ງ ເມືອງ ຈັນທະ ບູລີ ພ້ອມຂອງກາງຢາບ້າ1.500 ເມັດມາດຳເນີນຄະ ດີ. ປັດຈຸບັນເຈົ້າໜ້າທີ່ຍັງ ສືບຕໍ່ຂະຫຍາຍຜົນຫາຜູ້ ຮ່ວມຂະບວນການມາດຳ ເນີນຄະດີໃຫ້ໄດ້ໂດຍໄວ.

ຂໍຂອບໃຈຂໍ້ມູນ : ໜັງສືພິມ ລາວພັດທະນາ

Comments

Popular posts from this blog

ອົງການປົກຄອງແຂວງໄຊຍະບູລີແບ່ງປັນນໍ້າໃຈຕ້ານໄພໜາວ

ຜູ້ຊາຍຕ້ອງຮູ້..!!!" ນຳ້ອະສຸຈິ" ໃສ ຫຼື ຂຸ້ນບອກໄດ້ເປັນໝັນຫຼືບໍ່...? ຮິບອ່ານດ່ວນ...!!

ສະພາແຫ່ງຊາດລາວ ໄດ້ຮັບຮອງເອົາ ແຜນການງົບປະມານ ລາຍຮັບ-ລາຍຈ່າຍ ປະຈຳປີ 2018