ແບບນີ້ຈີ່ງບໍມີຜູ້ໂສ້ງກົງຊາດ!!! ຕັດສິນຈຳຄຸກປະທານາທິບໍດີ ສ ເກົາຫຼີ 24 ປີ

ສານໃນນະຄອນຫຼວງເຊອຸນ(ໂຊ) ຂອງເກົາຫຼືໃຕ້ ຫຼື ສ. ເກົາຫຼີ ໄດ້ພິພາກສາແລ້ວໃຫ້ຈຳຄຸກທ່ານນາງປັກກິນເຮ ອະດີດປະທານາທິບໍດີໃຫ້ຈຳຕຸກເປັນເວລາ 24 ປີ ພ້ອມປັບໃໝເງິນ 18.000 ລ້ານວອນ ໃນຂໍ້ຫາຮັບສິນບົນ ແລະບັງຄັບໃຊ້ອຳນາດໃນທາງທີ່ຜິດ.


ຕາມລາຍງານຈາກສຳນັກຂ່າວ CNNໃຫ້ຮູ້ວ່າ: ວັນທີ 6 ເມສາ 2018 ນີ້ ສານໃນນະຄອນຫຼວງໂຊຂອງ ສ ເກົາຫຼີ ໄດ້ພິຈາລະນາຕັດສິນຄະດີຂອງທ່ານ ນາງ ປາກກິນເຮ ອະດີດປະທານາທິບໍດີໄວ 66 ປີ ໂດຍລົງຄວາມເຫັນວ່າມີຄວາມຜິດທາງອາຍາລວມ 16 ຂໍ້ຫາຈາກທັງໝົດ 18 ຂໍ້ຫາ ສ່ວນໃຫຍ່ແມ່ນກ່ຽວກັບການຮັບສິນບົນ ການບີບບັງຄັບ ແລະໃຊ້ອຳນາດໃນທາງທີ່ຜິດ ສະນັ້ນສານຈິ່ງຕັດສິນໃຈຕິດຄຸກ 24 ປີ ພ້ອມປັບໃໝເປັນເງິນ 18.000 ລ້ານວອນ.

ການຕັດສິນຄ້າດີທາງການເມືອງຄັ້ງນີ້ແມ່ນໄດ້ມີການຖ່າຍທອດສົດທາງໂທລະພາບ ແຕ່ທ່ານນາງ ປັກກິນເຮ ບໍ່ໄດ້ເດີນທາງໄປຮັບຟັງຄຳຕັດສິນເນື່ອງຈາກເຫັນວ່າເປັນການກ່າວຫາທີ່ບໍ່ມີຄວາມເປັນທຳສຳລັບຕົນເອງ ຊຶ່ງທ່ານນາງປັກກິນເຮໄດ້ໃຫ້ການປະຕິເສດທຸກຂໍ້ກ່າວຫາ ແລະໃຫ້ທະນາຍຄວາມສ່ວນຕົວກຽມເອກະສານເພີ່ມເພື່ອຂໍອຸທອນຕໍ່.

ໃນລາຍງານຂ່າວຍັງລະບຸອີກວ່າທ່ານອະດີດປະທານາທິບໍດີຖຶກປົດອອກຈາກຕຳແໜ່ງຢ່າງເປັນທາງການໃນເດືອນມີນາ 2017 ແລະກໍ່ຖືກຄວບຄຸມຕົວ ນຳໄປຝາກຂັງລະຫວ່າງການຮັບພິຈາລະນາຂອງສານນັບແຕ່ນັ້ນເປັນຕົ້ນມາ ທັ້ງນີ້ກໍ່ຍ້ອນມີການກວດພົບວ່າເພິ່ນໄດ້ມີສ່ວນພົວພັນກັບໝູ່ສະນິດຊື່ ຊອຍຊູນຊີວ ທີ່ຖືກຕັດສິນຈຳຄຸກ 20 ປີເມື່ອຕົ້ນປີ 2018 ຜ່ານມາ.

Comments

Popular posts from this blog

ອົງການປົກຄອງແຂວງໄຊຍະບູລີແບ່ງປັນນໍ້າໃຈຕ້ານໄພໜາວ

ຜູ້ຊາຍຕ້ອງຮູ້..!!!" ນຳ້ອະສຸຈິ" ໃສ ຫຼື ຂຸ້ນບອກໄດ້ເປັນໝັນຫຼືບໍ່...? ຮິບອ່ານດ່ວນ...!!

ສະພາແຫ່ງຊາດລາວ ໄດ້ຮັບຮອງເອົາ ແຜນການງົບປະມານ ລາຍຮັບ-ລາຍຈ່າຍ ປະຈຳປີ 2018