ຄລິບນາທີລະທຶກ ສອງໜຸ່ມໄລ່ລ່າ ລົດເກງທີ່ຕຳລົດຈັກ ແລ້ວໜີ ທີ່ສະຫວັນນະເຂດ.


ສະຫວັນນະເຂດ: ເວລາປະມານ 22:00​ ຄືນວັນທີ 6 ກຸມພາ 2018, ເກີດເຫດ ລົດເກງຕໍາລົດຈັກ ແລ້ວລົບໜີ ທີ່ແຍກຍາພໍ່ໝອກ,​ ບ້ານທ່າເມືອງ, ເມືອງໄກສອນ ແຂວງສະຫວັນນະເຂດ. ໃນຂະນະດຽວກັນ ມີພົນລະເມືອງດີ ຊາຍສອງຄົນ ໄດ້ຂີ່ລົດໄລ່ຕາມ ແຕ່ລົດເກງຄັນດັ່ງກ່າວບໍ່ຍອມຈອດ ພ້ອມທັງຂີ່ໜີ ຢ່າງໄວວາ, ແຕ່ສອງບ່າວ ກໍ່ໄລ່ຕາມ ຈົນສາມາດ ຖ່າຍຄລິບ ລົດ ແລະ ປ້າຍ ເພື່ອມາມອບ ໃຫ້ກັບ ເຈົ້າໜ້າທີ່ ແລະ ຄອບຄົວ ຂອງຄູ່ກໍລະນີ ລົດຈັກທີ່ຖືກຕຳ.


ລົດຈັກທີ່ຖືກຕຳແມ່ນທະບຽນ ສະຫວັນນະເຂດ ຍກ 8282, ຜູ່ຂັບລົດເພດຊາຍ ເຈັບສາຫັດສົມຄວນ. ເຊິ່ງທາງກູ້ໄພແຂວງສະຫວັນນະເຂດ ໄດ້ນໍາສົ່ງໂຮງໝໍ ແລະ ຄອບຄົວແມ່ນໄດ້ຮັກສາປິ່ນປົວທີ່ໂຮງໝໍແລ້ວ.

ລົດເກງທີ່ໜີ ແມ່ນລົດ Hyundai Sonata ທະບຽນ ສະຫວັນນະເຂດ ກຄ 5687, ເຊິ່ງທາງຄອບຄົວລົດຈັກທີ່ຖືກຕຳ ແມ່ນ່ກຳລັງປະສານງານ ຕິດຕາມຜູ່ຕຳແລ້ວໜີ ມາດຳເນີນຄະດີ.


ຊົມເຊີຍພົນລະເມືອງດີ ທັງສອງທ່ານ ທີ່ຊ່ວຍ ຕິດຕາມລົດທີ່ຕຳແລ້ວໜີ,​ ແລະ ຮຽກຮ້ອງໃຫ້ເຈົ້າໜ້າທີ່ ຕ້ອງລົງໂທດຢ່າງໜັກໆ​ກໍລະນີ ຕຳແລ້ວໜີ ແບບນີ້.




Comments

Popular posts from this blog

ອົງການປົກຄອງແຂວງໄຊຍະບູລີແບ່ງປັນນໍ້າໃຈຕ້ານໄພໜາວ

ຜູ້ຊາຍຕ້ອງຮູ້..!!!" ນຳ້ອະສຸຈິ" ໃສ ຫຼື ຂຸ້ນບອກໄດ້ເປັນໝັນຫຼືບໍ່...? ຮິບອ່ານດ່ວນ...!!

ສະພາແຫ່ງຊາດລາວ ໄດ້ຮັບຮອງເອົາ ແຜນການງົບປະມານ ລາຍຮັບ-ລາຍຈ່າຍ ປະຈຳປີ 2018