ໂລກວຸ້ນອີກ! ອາເມລິກາ ປະກາດນະໂຍບາຍພັດທະນານິວເຄຼຍ. ດ້ານຈີນແລະຣັດເຊຍຕຳໜິໃຫຍ່ອາດພາໄປເຖິງໄລຍະຊ່ວງເສັງ ພັດທະນາອາວຸດ
VOVWORLD) – ຈີນ ໄດ້ຕຳໜິຕິຕຽນ ບົດລາຍງານຕີລາຄາສະພາບການນິວເຄຼຍ 2018 (NPR) ໃໝ່ຂອງອາເມລິກາ ໃນຂະນະທີ່ບົດລາຍງານນີ້ຊີ້ແຈ້ງວ່າຈີນແມ່ນຄູ່ແຂ່ງນິວເຄຼຍທີ່ຊ້ອນແຝງຂອງອາເມລິກາ. ໂດຍຈີນຮຽກຮ້ອງໃຫ້ ອາເມລິກາເຄົາລົບຄຳໝັ້ນສັນຍາຫຼຸດຜ່ອນສ້າງອາວຸດນິວເຄຼຍຂອງຕົນ.
ໃນວັນທີ 04 ກຸມພາ, ກະຊວງປ້ອງກັນປະເທດຈີນ ເນັ້ນໜັກວ່າ: ບັນດາການເຄື່ອນໄຫວດ້ານການທະຫານຂອງຈີນ ແມ່ນເພື່ອແນໃສ່ປ້ອງກັນ ແລະ ບັນດາກຳລັງນິວເຄຼຍ ຂອງປະເທດນີ້ກໍ່ຢູ່ໃນລະດັບ “ຕ່ຳສຸດ” ເພື່ອຮັບປະກັນຄວາມໝັ້ນຄົງແຫ່ງຊາດ.
ໃນຂະນະນັ້ນ, ວັນທີ 03 ກຸມພາ, ທ່ານປະທານຄະນະກຳມການບັນດາບັນຫາສາກົນຂອງສະພາຕ່ຳລັດເຊຍ Leonid Slutsky ຖະແຫຼງວ່າ: NPR ອັນຕະລາຍທີ່ສຸດ ແລະ ອາດພາໄປເຖິງໄລຍະຊ່ວງເສັງ ອາວຸດໃໝ່ໃນໂລກ.
ທ່ານ Slutsky ເນັ້ນໜັກວ່າ: ກ່ຽວກັບດ້ານພື້ນຖານ NPR ເຊິ່ງກະຊວງປ້ອງກັນປະເທດອາເມລິກາ ຫາກໍ່ປະກາດນັ້ນ ໄດ້ລະເມີດບັນດາຫຼັກການກ່ຽວກັບໄພນາບຂູ່ນິວເຄຼຍ.
ກ່ອນໜ້ານັ້ນ, ວັນທີ 02 ກຸມພາ, ກະຊວງປ້ອງກັນປະເທດອາເມລິກາ ໄດ້ປະກາດບົດລາຍງານຕີລາຄາສະພາບນິວເຄຼຍ ຢ່າງເປັນທາງການ, ໃນນັ້ນໄດ້ຊີ້ອອກນະໂຍບາຍຂອງອາເມລິກາ ໃນອະນາຄົດມຸ່ງໄປເຖິງການເປີດກວ້າງ ແລະ ພັດທະນາກຳລັງຄວາມສາມາດດ້ານນິວເຄຼຍ.




Comments
Post a Comment