ທ່ານ ບຸນທອງ ຈິດມະນີ ເນັ້ນຫນັກໃຫ້ແຂວງບໍ່ແກ້ວ ສຸມໃສ່ແກ້ໄຂບັນຫາຢາເສບຕິດ, ການຄ້າຂາຍ ເຖື່ອນ

 
   
         ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ປະ ທານຄະນະກວດກາສູນກາງ ພັກ ປະທານອົງການກວດກາ ລັດຖະບານ ພ້ອມຄະນະລົງ ເຄື່ອນໄຫວເຮັດວຽກຢູ່ແຂວງ ບໍ່ແກ້ວ ໃນວັນທີ 31 ມັງກອນ- 1 ກຸມພາ 2018 ນີ້ ໃຫ້ການ ຕ້ອນຮັບ ໂດຍທ່ານ ຄຳພັນ ເຜີຍຍະວົງ ກຳມະການສູນ ກາງພັກ ເລຂາຄະນະບໍລິຫານ ງານພັກແຂວງ ເຈົ້າແຂວງບໍ່ ແກ້ວ, ມີຄະນະນຳຂອງແຂວງ, ທະຫານ-ຕຳຫຼວດ ພະນັກງານ ຫຼັກແຫຼ່ງຂອງແຂວງໃຫ້ການ ຕ້ອນຮັບຢ່າງສົມກຽດ.
       ໃນໂອກາດການລົງ ເຄື່ອນໄຫວຢ້ຽມຢາມຄັ້ງນີ້, ທ່ານ ຮອງນາຍົກ ພ້ອມຄະນະໄດ້ ລົງຢ້ຽມຢາມ ແລະ ໂອ້ລົມກັບ ບັນດາກຸ່ມບ້ານຫ້ວຍຊາຍນ້ອຍ ເມືອງຫ້ວຍຊາຍ ພ້ອມຮັບຟັງ ລາຍງານສະພາບລວມ ໂດຍ ສັງເຂບ ເປັນຕົ້ນແມ່ນວຽກງານການ ເມືອງ, ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ວັດ ທະນະທຳ – ສັງຄົມ ແລະ ວຽກ ງານເສດຖະກິດ ຊຶ່ງໃນກຸ່ມ ບ້ານຫ້ວຍຊາຍນ້ອຍປະກອບ ມີ 5 ບ້ານຄື: ບ້ານຫ້ວຍຊາຍ ນ້ອຍ, ບ້ານຊາຍຈະເລີນ, ບ້ານ ຝາຍ, ບ້ານດອນສະຫວັນ ແລະ ບ້ານຄົກຫຼວງ ມີພົນລະເມືອງ ທັງໝົດ 7.719 ຄົນ, ຍິງ 3.657 ຄົນ, ພາຍໃນກຸ່ມບ້ານແມ່ນ ເຫຼືອພຽງ 5 ຫຼັງຄາເຮືອນທຸກ ຍາກ, ສຳລັບອາຊີບຕົ້ນຕໍຂອງ ປະຊາຊົນແມ່ນເຮັດນາ, ປູກ ຝັງ, ລ້ຽງສັດ ແລະ ເຮັດບໍລິການ ຄ້າ-ຂາຍ ເປັນສຳຮອງ.


   
     ນອກ ຈາກນັ້ນ, ຄະນະຍັງໄດ້ລົງຢ້ຽມ ຢາມເມືອງເມິງ ຊຶ່ງເປັນເມືອງ ໜຶ່ງທີ່ຂຶ້ນກັບແຂວງບໍ່ແກ້ວ ແລະ ເປັນເມືອງທີ່ທຸກຍາກ ຕັ້ງ ຢູ່ເຂດພູດອຍ, ຫ່າງຈາກເທດ ສະບານແຂວງປະມານ 115 Km, ມີເນື້ອທີ່ທັງໝົດ 1.509 Km2 ໂດຍທ່ານເຈົ້າເມືອງໄດ້ ລາຍງານສະພາບໃຫ້ຮູ້ວ່າ: ເມືອງເມິງ ປະກອບມີ 5 ກຸ່ມ ບ້ານ, ມີ 28 ບ້ານ, ມີ 2.684 ຄອບຄົວ, ມີພົນລະເມືອງ 14.992 ຄົນ, ຍິງ 7.517 ຄົນ. ປະຊາຊົນສ່ວນໃຫຍ່ຢຶດຖືອາ ຊີບຜະລິດກະສິກຳ ປູກຝັງ, ລ້ຽງສັດເປັນຕົ້ນຕໍ, ມີໂຮງຮຽນ ອະນຸບານ 27 ແຫ່ງ, ປະຖົມ 30 ແຫ່ງ, ມັດທະຍົມຕອນຕົ້ນ 3 ແຫ່ງ ແລະ ໂຮງຮຽນມັດທະ ຍົມສົມບູນ 2 ແຫ່ງ, ທົ່ວເມືອງ ມີໂຮງໝໍ 1 ແຫ່ງ, ສຸກສາລາ 5 ແຫ່ງ, ມີຖົງຢາ ແລະ ກອງທຶນ ຢາປະຈຳບ້ານ 21 ຖົງ.
      ເສດ ຖະກິດຂອງເມືອງສືບຕໍ່ຂະ ຫຍາຍຕົວຢ່າງຕໍ່ເນື່ອງໃນລະ ດັບສະເລ່ຍ 7,9%ຕໍ່ປີ, ລວມ ຍອດຜະລິດຕະພັນພາຍໃນ ບັນລຸ 105 ຕື້ 172 ລ້ານກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນເທົ່າ ກັບ 7.015.200 ກີບຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 876 ໂດລາ/ຄົນ/ປີ.

      ໂອກາດດັ່ງກ່າວ ທ່ານ ຮອງນາຍົກ ພ້ອມຄະນະໄດ້ ມອບເຄື່ອງໃຊ້ຫ້ອງການ, ເຄື່ອງ ນຸ່ງ, ຜ້າຫົ່ມ ແລະ ເງິນຊ່ວຍ ເຫຼືອເມືອງທີ່ທຸກຍາກຈຳນວນ ໜຶ່ງ ແລະ ໃຫ້ກຽດໂອ້ລົມຕໍ່ ການນຳ, ພະນັກງານ, ທະຫານ- ຕຳຫຼວດ ຕະຫຼອດຮອດພໍ່ແມ່ ປະຊາຊົນຊາວເມືອງເມິງ ໂດຍ ທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນ ງານຂອງເມືອງທີ່ສູ້ຊົນຍາດ ມາໄດ້ ແລະ ໄດ້ເນັ້ນໜັກກ່ຽວ ກັບບັນຫາລວມໃຫ້ເອົາໃຈໃສ່ ດັ່ງນີ້: ເພີ່ມທະວີວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບຢ່າງແຂງແຮງ, ທົ່ວເຖິງ, ສຸມໃສ່ແກ້ໄຂສະພາບຫຍໍ້ທໍ້ ຕ່າງໆໃນສັງຄົມ, ເປັນຕົ້ນບັນ ຫາຢາເສບຕິດ, ການຄ້າຂາຍ ເຖື່ອນ, ການລັກລອບຂຸດຄົ້ນ ໄມ້, ບັນຫາທີ່ດິນ, ການລັກ ລອບຂຸດຄົ້ນແຮ່ທາດ, ຄວາມບໍ່ ສະຫງົບຕາມຊາຍແດນ, ການ ເຂົ້າ-ອອກເມືອງ, ການເຄື່ອນ ຍ້າຍຕັ້ງຖິ່ນຖານທີ່ບໍ່ຖືກຕ້ອງ ຕາມກົດໝາຍ, ການຄຸ້ມຄອງ ສຳມະໂນຄົວ, ການມົ້ວສຸມ- ຫຼິ້ນກິນຟຸມເຟືອຍ ແລະ ອື່ນໆ.
      ສືບຕໍ່ສູ້ຊົນປະຕິບັດຄາດໝາຍ ການພັດທະນາເສດຖະກິດ- ສັງຄົມ ປີ 2017 ແລະ 2018 ຕາມແຜນການຂອງແຂວງ, ຂອງເມືອງໃນນັ້ນໃຫ້ເອົາໃຈ ໃສ່ເຂດຊົນນະບົດຫ່າງໄກ ສອກຫຼີກ, ສຸມໃສ່ບັນດາຄອບ ຄົວທີ່ຍັງທຸກຍາກ ບ້ານ ແລະ ຄອບຄົວທີ່ບໍ່ທັນມີການຈັດ ສັນ, ບໍ່ທັນມີອາຊີບຄົງທີ່ຖາ ວອນ, ເອົາໃຈໃສ່ຄຸ້ມຄອງງົບ ປະມານຕິດຕາມ-ກວດກາຊຸກ ຍູ້ການເກັບລາຍຮັບເຂົ້າງົບ ປະມານໃຫ້ໄດ້ຕາມຄາດໝາຍ ແລະ ລື່ນຄາດໝາຍທີ່ວາງໄວ້, ຄົ້ນຄວ້າຖອດຖອນບົດຮຽນ ການແບ່ງຂັ້ນຄຸ້ມຄອງ ແລະ ການເກັບລາຍຮັບຕາມທິດ 3 ສ້າງ.
      ສືບຕໍ່ເອົາໃຈໃສ່ສູ້້ຊົນຈັດ ຕັ້ງປະຕິບັດວຽກງານ 3 ສ້າງ ໃຫ້ເກີດຜົນເປັນຈິງ ເປັນຕົ້ນ ການສ້າງບ້ານພັດທະນາຕິດ ພັນກັບການແກ້ໄຂບ້ານທຸກ ຍາກຂອງປະຊາຊົນບັນດາ ເຜົ່າ, ພ້ອມກັນເບິ່ງຄືນ ແລະ ສືບຕໍ່ປະຕິບັດການແບ່ງສິດ, ແບ່ງຄວາມຮັບຜິດຊອບລະ ຫວ່າງຂະແໜງການຂອງແຂວງ ກັບເມືອງ ແລະ ລະຫວ່າງ ເມືອງກັບບ້ານໃຫ້ຈະແຈ້ງຂາດ ຕົວຕື່ມ, ເອົາໃຈໃສ່ເພີ່ມທະວີ ວຽກງານຕິດຕາມ-ກວດກາ ພັກ, ກວດກາຄຸ້ມຄອງບໍລິຫານ ລັດການສະກັດກັ້ນ ແລະ ຕ້ານ ການສໍ້ລາດບັງຫຼວງ ທັງຢູ່ເມືອງ ແລະ ຫົວໜ່ວຍຮາກຖານຕ່າງໆ, ພ້ອມກັນຈັດຕັ້ງປະຕິບັດເຂັ້ມ ງວດກວ່າເກົ່າ ບັນດາມະຕິ, ຄຳ ສັ່ງຕ່າງໆຂອງພັກ ແລະ ນິຕິ ກຳອື່ນໆ.

Comments

Popular posts from this blog

ອົງການປົກຄອງແຂວງໄຊຍະບູລີແບ່ງປັນນໍ້າໃຈຕ້ານໄພໜາວ

ຜູ້ຊາຍຕ້ອງຮູ້..!!!" ນຳ້ອະສຸຈິ" ໃສ ຫຼື ຂຸ້ນບອກໄດ້ເປັນໝັນຫຼືບໍ່...? ຮິບອ່ານດ່ວນ...!!

ສະພາແຫ່ງຊາດລາວ ໄດ້ຮັບຮອງເອົາ ແຜນການງົບປະມານ ລາຍຮັບ-ລາຍຈ່າຍ ປະຈຳປີ 2018