ຕົວແທນຈາກ ພັກຄອມມູນິສ ໂຊວຽດ ຣັສເຊຍ ກຳລັງຟື້ນຊີບ... ຄອງຜົນໂຫວດຄວາມຕ້ອງການ 80%


ລາວແນມໂລກ ມື້ນີ້ ສາຍ ຂ່າວ ຈະພາໄປເບິ່ງສະພາບການກະກຽມ ເລືອກຕັ້ງ ປະທານາທິບໍດິ ແຫ່ງ ປະເທດລັດເຊຍ, ທີ່ກຳລັງຄຶກຄັກ.

ຈາກການວິເຄາະ ຂອງສາຍຂ່າວ ໃຫ້ຮູ້ວ່າ: ຄອມມູນິສ ໂຊວຽດ ຣັສເຊຍ ກຳລັງຟື້ນຊີບ..ຜົນການໂຫວດຄວາມຕ້ອງການ ຂອງຊາວຣັສເຊຍ ທີ່ບໍ່ເປັນທາງການ ອອກມາວ່າ ປາແວນ ກູດຣິນນິນ ຜູ້ສະໝັກຊີງຕຳແໜ່ງປະທານາທິບໍດີຣັສເຊຍ ຈາກພັກຄອມມູນິສຣັສເຊຍ ໄດ້ຮັບຄວາມນິຍົມຖ້ວມທົ້ນ ເຖິງ 80% ເລີຍລະ (ເບິ່ງໜ້າ ເຂັ້ມຂຸ້ນປານ ໂຈເຊຟສຕາລິນ) .


ງານນີ້ ເຮັດໃຫ້ໃຜຫຼາຍຄົນ (ທີ່ຊັງຄອມມູນິສ) ເຈັບຫົວເຈັບຫາງແນ່ນອນ.. ສ່ວນມະຫາເທບປູຕິນ ຢູ່ທີ່ 14% ເພາະຄອງຕຳແໜ່ງມານານ ແລະມີຜົນງານໃຫ້ກັບປະເທດຊາດມາຫຼາຍ ຊາວຣັສເຊຍຈິ່ງຢາກໃຫ້ເຂົາພັກຜ່ອນ.. ອີກຢ່າງ ໃນຊ່ວງທີ່ບ້ານເມືອງຖືກໜີບຮັດ ຈາກໂລກຕາເວັນຕົກແບບນີ້ ຈິດວິນຍານແຫ່ງນັກສູ້ກຳປັ້ນເຫຼັກ ສສສຊ (CCCP) ຍ່ອມຖືກກະຕຸ້ນໃຫ້ຟື້ນຊີບ ເຖິງຈະບໍ່ຟື້ນເປັນຄົນເດີມ ແຕ່ຢ່າງນ້ອຍ ກໍຍັງມີສັນຍາລັກ ທີ່ຈະເຊີດຊູພະລັງແຫ່ງ ຈິດວິນຍານນັກສູ້ຂອງຄົນເດີມກັບມາ..

ການເລືອກຕັ້ງ ຈະມີຂຶ້ນ ໃນກາງເດືອນມີນາ 2018 ນີ້!
ເພີ່ມເຕີມ ກົດຕິດຕາມໄດ້ທີ່: https://xn----htbcbigdxqcnm6a.xn--p1ai/

ໂດຍ: ສາຍຂ່າວ

Comments

Popular posts from this blog

ອົງການປົກຄອງແຂວງໄຊຍະບູລີແບ່ງປັນນໍ້າໃຈຕ້ານໄພໜາວ

ຜູ້ຊາຍຕ້ອງຮູ້..!!!" ນຳ້ອະສຸຈິ" ໃສ ຫຼື ຂຸ້ນບອກໄດ້ເປັນໝັນຫຼືບໍ່...? ຮິບອ່ານດ່ວນ...!!

ສະພາແຫ່ງຊາດລາວ ໄດ້ຮັບຮອງເອົາ ແຜນການງົບປະມານ ລາຍຮັບ-ລາຍຈ່າຍ ປະຈຳປີ 2018