ວິທີຊ່ວຍໃຫ້ລູກລູກຖ່າຍງ່າຍຂຶ້ນ

ສຳລັບພໍ່ແມ່ທີ່ກຸ້ມໃຈລູກບໍ່ຖ່າຍຫຼາຍມື້ ຈະເຮັດແນວໃດໃຫ້ລູກກັບມາຖ່າຍປົກກະຕິ ໃນ ຄໍລຳ ແມ່ ແລະ ລູກ ມື້ນີ້ແອັດມິນມີສາລະດີໆກ່ຽວກັບເລື່ອງນີ້ມາຝາກ ເຊິ່ງຈະເຮັດແນວໃດນັ້ນເຮົາມາອ່ານໄປພ້ອມກັນເລີຍ

ວິທີຊ່ວຍໃຫ້ລູກຖ່າຍງ່າຍ

1. ກໍລະນີລູກອາຍຸນ້ອຍກວ່າ 6 ເດືອນ ຍັງບໍ່ສາມາດກິນຜັກ ແລະ ໝາກໄມ້ໄດ້ ແມ່ຕ້ອງເປັນຄົນກິນອາຫານທີ່ມີປະໂຫຍດເຊັ່ນ: ຜັກ ແລະ ໝາກໄມ້ທີ່ມີກາໃຍ ແລະ ຊ່ວຍລະບາຍໄດ້ດີ ໂດຍສະເພາະແມ່ນໝາກຫຸ່ງສຸກ, ໝາກຂາມ, ສົ້ມ… ເພາະອາຫານເຫຼົ່ານີ້ສາມາດສົ່ງຜ່ານຈາກນ້ຳນົມໄປສູ່ລູກ

2. ຫາກລູກມີອາຍຸເກີນ 6 ເດືອນແລ້ວ ໃຫ້ດື່ມນ້ຳຫຼາຍໆ ຮວມເຖິງໃຫ້ທານຜັກໝາກໄມ້ທີ່ເໝາະສົມ ເພື່ອຊ່ວຍກະຕຸ້ນການຂັບຖ່າຍ

3. ລ່ອງປ່ຽນສູດນົມທີ່ມີສ່ວນປະສົມທີ່ຊ່ວຍໃນເລື່ອງຂອງລະບົບຂັບຖ່າຍ

4. ການນວດທ້ອງລູກເບົາໆກໍ່ຈະຊ່ວຍໃຫ້ລູກຂັບຖ່າຍອອກມາໄດ້ໄວຂຶ້ນ

5. ບໍ່ແນະນຳໃຫ້ສວນຖ່າຍໃຫ້ລູກ ເພາະການສວນກົ້ນລູກນັ້ນຈະເປັນການລົບກວນຂະບວນການທຳງານຂອງລຳໄສ້ໃຫ້ທຳງານຜິດປົກກະຕິໄດ້

6. ຫາກເຮັດໝົດທຸກວິທີແລ້ວແຕ່ລູກຍັງບໍ່ຖ່າຍແນະນຳໃຫ້ພາລູກໄປຫາແພດເພື່ອຫາສາເຫດໃນການແກ້ໄຂ

Comments

Popular posts from this blog

ອົງການປົກຄອງແຂວງໄຊຍະບູລີແບ່ງປັນນໍ້າໃຈຕ້ານໄພໜາວ

ຜູ້ຊາຍຕ້ອງຮູ້..!!!" ນຳ້ອະສຸຈິ" ໃສ ຫຼື ຂຸ້ນບອກໄດ້ເປັນໝັນຫຼືບໍ່...? ຮິບອ່ານດ່ວນ...!!

ສະພາແຫ່ງຊາດລາວ ໄດ້ຮັບຮອງເອົາ ແຜນການງົບປະມານ ລາຍຮັບ-ລາຍຈ່າຍ ປະຈຳປີ 2018