ແຈ້ງຂ່າວໃໝ່ເດີນທາງໄປສະໜາມບິນດ້ວຍລົດເມ

ຕໍ່ໄປນີ້ບໍ່ມີຄົນໄປສົ່ງກໍ່ບໍ່ຄິດງໍ້ອີກແລ້ວ ເພາະລັດວິສາຫະກິດລົດເມນະຄອນຫຼວງກຳລັງຈະເປີດບໍລິການລົດເມສາຍສະໜາມບິນຄີວລົດຕະຫຼາດເຊົ້າໃນໄວໆນີ້ ເພື່ອເພີ່ມທາງເລຶອກແກ່ຜູ້ໂດຍສານ ທັງອຳນວຍຄວາມສະດວກແກ່ບັນດານັກທ່ອງທ່ຽວສາມາດເດີນທາງໄປສະໜາມບິນແບບບໍ່ຕ້ອງຫຍຸ້ງຍາກ.
ທັ້ງນີ້ກໍ່ເພື່ອມອບຄວາມສະດວກສະບາຍ ແລະ ເພີ່ມທາງເລືອກໃນການເດີນທາງ ໃຫ້ແກ່ຜູ້ໂດຍສານທຸກທ່ານ ທີ່ຈະເດີນທາງໄປສະໜາມບິນ, ແລະຂຶ້ນລົດເມຈາກສະໜາມບິນມາຍັງຕະຫຼາດເຊົ້າດ້ວຍລາຄາທີ່ປະຢັດ, ສ່ວນວ່າຈະເລີ່ມບໍລິການເປັນທາງການມື້ໃດແທ້ ຕ້ອງລໍຖ້າການຢືນຢັນຈາກອົງການໄຈກາ ແລະລັດວິສາຫະກິດລົດເມນະຄອນຫຼວງອີກບາດໜຶ່ງ.

ພ້ອມດຽວກັນນີ້ທາງລັດວິສາຫະກິດລົດເມນະຄອນຫຼວງຮ່ວມກັບອົງການໄຈກາຍັງໄດ້ມີການປັບປຸງຕາຕະລາງ ແລະ ເວລາການແລ່ນລົດເມຊິດຕີ້2 ສາຍໄອເຕັກ - ຕະຫຼາດເຊົ້າ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດໃນວັນທີ 08/12/2017 ເປັນຕົ້ນໄປ ໄປເລາິຊັບປີ້ງຊື້່ເຄື່ອງສະບາຍບໍ່ມີລົດສ່ວນຕົວຂີ່ລົດເມໄດ້ແບບບໍ່ຕ້ອງງໍ້ໃຜອີກ.

Comments

Popular posts from this blog

ອົງການປົກຄອງແຂວງໄຊຍະບູລີແບ່ງປັນນໍ້າໃຈຕ້ານໄພໜາວ

ຜູ້ຊາຍຕ້ອງຮູ້..!!!" ນຳ້ອະສຸຈິ" ໃສ ຫຼື ຂຸ້ນບອກໄດ້ເປັນໝັນຫຼືບໍ່...? ຮິບອ່ານດ່ວນ...!!

ສະພາແຫ່ງຊາດລາວ ໄດ້ຮັບຮອງເອົາ ແຜນການງົບປະມານ ລາຍຮັບ-ລາຍຈ່າຍ ປະຈຳປີ 2018