ປະຊາຊົນເມືອງຊຳຈົ່ມ ມີໄຟເຍືອງທາງແຕ່ເປັນຫຍັງບໍ່ໄຕ້




          ສຳນັກຂ່າວລາວໂພດໄດ້ຮັບຄຳຮຽກຮ້ອງ ຈາກຜູ້ທີ່ບອກວ່າເປັນປະຊາຊົນຊຳເໜືອ ໃຫ້ອອກຂ່າວນີ້ໃຫ້ແດ່ ເພື່ອວ່າພາກສ່ວນທີ່ກ່ຽວຂ້ອງຈະໄດ້ພິຈາລະນາ.
ໃນຂໍ້ຄວາມຂຽນວ່າ ໃນນາມປະຊາຊົນເມືອງຊຳເໜືອ ແຂວງຫົວພັນ ຮູ້ສຶກງຸນງົງກັບພາກສ່ວນໄຟຟ້າຂອງເມືອງ ເນື່ອງຈາກລະບົບໄຟເຍືອງທາງມີຢ່າງຄົບຖ້ວນຢູ່ແລ້ວ ແຕ່ວ່າບໍ່ເປີດໄຟໃຫ້ມີແສງສະຫວ່າງແດ່?.
         ປະຊາຊົນຄົນດັ່ງກ່າວເວົ້າຕື່ມວ່າ: ຕາມທຳມະດາແລ້ວລະບົບໄຟເຍືອງທາງໃນແຕ່ລະຕົວເມືອງ ກໍຄົງຈະແມ່ນທຸ່ມເທທຶນຮອນກໍ່ສ້າງຢ່າງມະຫາສານ ເພື່ອເຮັດໃຫ້ເສັ້ນທາງແລະຈຸດສຳຄັນໃນຕົວເມືອງມີແສງສະຫວ່າງ ທັງນີ້ກໍເພື່ອຄວາມສະດວກໃນການໄປ-ມາ, ເພື່ອຄວາມສວຍງາມ ແລະເພື່ອເຮັດໃຫ້ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບເຮັດໄດ້ດີ ລວມທັງໝົດນັ້ນຈະເຮັດໃຫ້ຜູ້ທີ່ເດິນທາງມາພົບເຫັນ ກໍຄືປະຊາຊົນໃນທ້ອງຖິ່ນດັ່ງກ່າວນັ້ນ ຮູ້ສຶກພາກພູມໃຈແລະມີກຳລັງໃຈ ອັນເນື່ອງມາຈາກມີແສງສະຫວ່າງທີ່ພຽງພໍ ຮູ້ສຶກວ່າບ້ານເມືອງມີຄວາມຈະເລີນຮຸ່ງເຮືອງ ຍາມຄໍ່າຄືນກໍມີແສງສະຫວ່າງເຮັດໃຫ້ຄືຕົວເມືອງ ຄືກັນກັບເມືອງອື່ນໆ ໃນແຂວງອືື່ນໆ.
          ພ້ອມກັນນີ້, ກໍຍັງລາຍງານວ່າ ນອກຈາກຕົວເມືອງຊຳເໜືືອແລ້ວ ຕົວເມືອງວຽງໄຊ ກໍບໍ່ໄດ້ໄຕ້ໄຟໃນຍາມກາງຄືນເຊັ່ນກັນ ທັ້ງໆທີ່ສອງເມືອງນີ້ເປັນເມືອງສຳຄັນ ເປັນຖານທີ່ໝັ້ນຂອງການປະຕິວັດ ຫຼືເວົ້າອີກຢ່າງໜຶ່ງກໍໍຄືເປັນບ້ານເກີດຂອງປະເທດລາວ. ຈຶ່ງບໍ່ຄວນປະປ່ອຍໃຫ້ມີຄວາມເສົ້າໝອງ ຫຼືມືດມິດເຊັ່ນນີ້.

Comments

Popular posts from this blog

ອົງການປົກຄອງແຂວງໄຊຍະບູລີແບ່ງປັນນໍ້າໃຈຕ້ານໄພໜາວ

ຜູ້ຊາຍຕ້ອງຮູ້..!!!" ນຳ້ອະສຸຈິ" ໃສ ຫຼື ຂຸ້ນບອກໄດ້ເປັນໝັນຫຼືບໍ່...? ຮິບອ່ານດ່ວນ...!!

ສະພາແຫ່ງຊາດລາວ ໄດ້ຮັບຮອງເອົາ ແຜນການງົບປະມານ ລາຍຮັບ-ລາຍຈ່າຍ ປະຈຳປີ 2018