ລັດຖະບານຍີ່ປຸ່ນວາງແຜນອົບພະຍົບພົນລະເມືອງອອກຈາກເກົາຫຼີໃຕ້

ໜັງສືພິມ ໂຢມິອຸຣິຂອງຍີ່ປຸ່ນລາຍງານວ່າ ລັດຖະບານຍີ່ປຸ່ນກຳລັງພິຈາລະນາເລື່ອງການວາງແຜນອົບພະຍົບປະຊາຊົນຍີ່ປຸ່ນອອກມາຈາກປະເທດເກົາຫຼີໃຕ້ ເພື່ອຮັບມືກັບສະຖານະການໃນເກົາຫຼີໃຕ້ກ່ອນຈະເຖິງຈຸດວິກິດຈົນເຖິງຂັ້ນສັ່ງປິດສະໜາມບິນ ອັນເປັນຜົນຈາກໄພຄຸກຄາມດ້ານນິວເຄຣຍຂອງເກົາຫຼີເໜືອ 
ໜັງສືພິມ ໂຢມິອຸຣິລາຍງານໂດຍອ້າງແຫຼ່ງຂ່າວໃນລັດຖະບານວ່າ ທາງການຍີ່ປຸ່ນກຳລັງພິຈາລະນາອົບພະຍົບຊາວຍີ່ປຸ່ນຜ່ານທາງເມືອງປູຊານ ທາງພາກໃຕ້ຂອງເກົາຫຼີໃຕ້ ໂດຍຈະໃຊ້ເຮືອກອງທັບຍີ່ປຸ່ນ ແລະ ສະຫະລັດເປັນພາຫະນະລຳລຽງ ເພື່ອເຄື່ອນຍ້າຍປະຊາຊົນໄປທີ່ເກາະສືຊິມະຂອງຍີ່ປຸ່ນທີ່ຫ່າງຈາກເມືອງປູຊານປະມານ 50 ກມ
ຄວາມເຄື່ອນໄຫວດັ່ງກ່າວມີຂຶ້ນ ຫຼັງບໍ່ດົນມານີ້ ທ່ານ ທາໂຣ່ ໂຄໂນະ ລັດຖະມົນຕີວ່າການກະຊວງການຕ່າງປະເທດຍີ່ປຸ່ນ ກຽມຮຽກຮ້ອງຄວາມຮ່ວມມືຈາກນານາຊາດໃນການໃຊ້ມາດຕະການກົດດັນເກົາຫຼີເໜືອຫຼາຍຂຶ້ນ ເພື່ອໃຫ້ເກົາຫຼີເໜືອຍົກເລີກໂຄງການພັດທະນາອາວຸດນິວເຄຣຍ ໃນການປະຊຸມທີ່ເຢຍລະມັນທີ່ຈະເລີ່ມຂຶ້ນໃນເດືອນໜ້າ

Comments

Popular posts from this blog

ອົງການປົກຄອງແຂວງໄຊຍະບູລີແບ່ງປັນນໍ້າໃຈຕ້ານໄພໜາວ

ຜູ້ຊາຍຕ້ອງຮູ້..!!!" ນຳ້ອະສຸຈິ" ໃສ ຫຼື ຂຸ້ນບອກໄດ້ເປັນໝັນຫຼືບໍ່...? ຮິບອ່ານດ່ວນ...!!

ສະພາແຫ່ງຊາດລາວ ໄດ້ຮັບຮອງເອົາ ແຜນການງົບປະມານ ລາຍຮັບ-ລາຍຈ່າຍ ປະຈຳປີ 2018