ສຸດຍອດແທ້..ໆ...!!! ກິນໝາກແຄ້ງເປັນປະຈໍາ ກໍ່ມີໂອກາດເຊົາຈາກ 4 ໂລກພະຍາດຮ້າຍໄດ້..ຍີ່ງກີນພະຍາດຍີ່ງຢ້ານ..ມີພະຍາດຫຍັງແດ່ໄປເບີ່ງ..

ໝາກແຄ້ງ ທີ່ນິຍົມນໍາມາປະກອບອາຫານ ເຊັ່ນ ລາບ, ແກງຕ່າງໆ ແຕ່ທ່ານເຄີຍຮູ້ຫຼືບໍ່ ວ່າໝາກແຄ້ງໜ່ວຍນ້ອຍໆນີ້ມີປະໂຫຍດຢ່າງມະຫານສານ, ເຊິ່ງກໍ່ມີການວິໄຈອອກມາແລ້ວວ່າ ສາມາດຮັກສາພະຍາດໄດ້ອີກດ້ວຍ.
ເນື່ອງຈາກໝາກເຂືອຊ່ວຍຫຼຸດລະດັບນໍ້າຕານໃນເລືອດຂອງຜູ້ເປັນພະຍາດເບົາຫວານ ມີສ່ວນຊ່ວຍຫຼຸດອະນຸມູນອິດສະຫຼະ ມີເສັ້ນໃຍທີ່ຊ່ວຍດູດຊຶມໄຂມັນສ່ວນເກີນໄດ້ດີຫຼາຍ ເຮັດໃຫ້ໝາກແຄ້ງສາ ມາດຮັກສາພະຍາດ 4 ພະຍາດນີ້ໄດ້:
1. ພະຍາດກະເພາະ ໂດຍມີສ່ວນຕ້ານການເກີດແຜໃນກະເພາະອາຫານທີ່ເກີດຈາກການໃຊ້ຢາ, ທາດເຫຼົ້້າ ແລະ ຄວາມຄຽດ, ເຊິ່ງໝາກແຄ້ງສາມາດຊ່ວຍຮັກສາແຜໃນກະເພາະອາ ຫານໄດ້.
2. ພະຍາດເບົາຫວານ ເພາະສານເພກຕິນໃນໝາກແຄ້ງ ຊ່ວຍຄວບຄຸມລະດັບນໍ້າຕານໃນຜູ້ເປັນພະຍາດເບົາຫວານ ໂດຍສານນີ້ຈະມີໜ້າທີ່ຊ່ວຍເຄືອບຜິວໃນລໍາໄສ້ໄດ້ຊ້າ ຈຶງດູດຊຶມແປ້ງ ແລະ ນໍ້າຕານທີ່ຍ່ອຍແລ້ວໄດ້ຊ້າລົງ ເຮັດໃຫ້ລະດັບຂອງນໍ້າຕານໃນເລືອດຄົງທີ່.
3. ພະຍາດໄຂມັນອຸດຕັນໃນເສັ້ນເລືອດ ໝາກແຄ້ງມີກຸ່ມສາຣທໍໂວໄຊ ທີ່ຊ່ວຍຫຼຸດລະ ດັບຄໍເລສເຕີຣໍໃນກະແສເລືອດໄດ້ ລວມທັງຢັບຢັ້ງການດູດຊຶມຄືນຂອງຄໍເລສເຕີຣໍໃນລໍາໄສ້ໄດ້ ຈຶ່ງອາດຊ່ວຍປ້ອງກັນພະຍາດໄຂມັນອຸດຕັນໃນເສັ້ນເລືອດໄດ້ອີກທາງໜຶ່ງ.
4. ພະຍາດຂາດສານອາຫານ ໝາກແຄ້ງມີສານຈໍາພວກໄຟໂຕນິວທຽນ ທີ່ຈະຊ່ວຍໃຫ້ຜູ້ເປັນພະຍາດຂາດສານອາຫານ ກັບມາເປັນປົກກະຕິ ແລະ ຮ່າງກາຍເຮັດວຽກໄດ້ຢ່າງມີປະ ສິດທິພາບຫຼາຍຂຶ້ນ.
ຂໍ້ມູນເຫຼົ່ານີ້, ຈຶ່ງເປັນເຫດຜົນທີ່ທ່ານຄວນກິນໝາກແຄ້ງໃຫ້ຫຼາຍຂຶ້ນ ເພາະມັນເປັນຜັກທີ່ໃຫ້ປະ ໂຫຍດໄດ້ຢ່າງມະຫາສານຫາກໃຜບໍ່ມັກກິນກໍ່ລອງກັບມາຄິດໃໝ່ ອາດເລີ່ມຈາກກິນໝາກແຄ້ງໃນລາບ ຫຼື ແກງກ່ອນກໍ່ໄດ້ ແຕ່ຢ່າງໃດກໍ່ຢາກແນະນໍາໃຫ້ກິນຫັ່ນແຫຼະ ເພາະມັນດີອີຫຼີ

Comments

Popular posts from this blog

ຜູ້ຊາຍຕ້ອງຮູ້..!!!" ນຳ້ອະສຸຈິ" ໃສ ຫຼື ຂຸ້ນບອກໄດ້ເປັນໝັນຫຼືບໍ່...? ຮິບອ່ານດ່ວນ...!!

ອົງການປົກຄອງແຂວງໄຊຍະບູລີແບ່ງປັນນໍ້າໃຈຕ້ານໄພໜາວ

ປະທານປະເທດເປັນຫ່ວງ ຢ້ານການສໍ້ລາດບັງຫຼວງ ຈະເຮັດໃຫ້ການເງິນຂອງລັດລົ້ມລະລາຍ