Posts

Showing posts from March, 2018

ໂຈນ 5 ຄົນບຸກປຸ້ນເຮືອນ ປະຊາຊົນ ທີ່ໂພນທັນ 20/3/2018 ຜ່ານມາ

Image
ໂຈນ 5 ຄົນບຸກປຸ້ນເຮືອນ ປະຊາຊົນ ທີ່ໂພນທັນ 20/3/2018 ຜ່ານມາ ໜັງສືພິມຄວາມສະຫງົບ: ໃນວັນທີ 20 ກຸມພາ 2018 ມີຄົນຮ້າຍຈໍານວນ 5 ຄົນ ຂັບຂີ່ລົດຕູ້ສະຕາແລັກໄປກໍ່ເຫດປຸ້ນຊັບ ໃນເຮືອນຂອງຄົນສັນຊາດຈີນ ຢູ່ໜ່ວຍ 32 ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນຂະນະລົງມືປຸ້ນ ມີພົນລະເມືອງດີພົບເຫັນ ຈຶ່ງແຈ້ງເຈົ້າໜ້າທີ່ ປກສ ເຂົ້າຈັບຄົນຮ້າຍໄດ້ 2 ຄົນ ສ່ວນທີ່ເຫຼືອໄດ້ເອົາຕົວຫຼົບໜີ. ພັຕ ເກດສະໜາ ພິຈິດ ຮອງຫົວໜ້າພະແນກຕໍາຫຼວດສືບສວນ-ສອບສວນ ປກສ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ: ໃນເວລາປະມານ 18:00 ໂມງ ຂອງວັນເກີດເຫດ ມີຄົນຮ້າຍເປັນຊາຍສະກັນ 5 ຄົນ ໄດ້ຂີ່ລົດຕູ້ສະຕາແລັກສີເທົາມາຈອດຢູ່ເຮືອນເຊົ່າຂອງ ທ້າວ ຫວັງຟູຢ້ຽນ ອາຍຸ 28 ປີ ສັນຊາດຈີນ. ເຊິ່ງເປັນເຮືອນ 4 ຊັ້ນ, ຊັ້ນ 1 ຂາຍເຄື່ອງ ສ່ວນຊັ້ນ 2,3 ແລະ 4 ເປັນບ່ອນພັກເຊົາ ໂດຍຄົນຮ້າຍ 4 ຄົນ ໄດ້ໃຊ້ພ້າອີໂຕ້ຄົນລະດວງ ແລະ 1 ຄົນ ມີປືນສັ້ນເປັນອາວຸດ ທັງໝົດໄດ້ສວມໝວກແງັບສີດໍາ, ໃສ່ຖົງມື ແລະ ໃສ່ຜ້າອັດປາກ ເພື່ອອໍາພາງຕົວ. ຈາກນັ້ນ, ກໍຂົ່ມຂູ່ຄົນໃນເຮືອນທັງໝົດ 6 ຄົນ ( ເຈົ້າຂອງເຮືອນ ແລະ ພະນັກງານ ) ບັງຄັບພາໄປຫ້ອງນອນ ແລະ ຫ້ອງເຮັດວຽກໃນແຕ່ລະຊັ້ນນາບຂູ່ໃຫ້ບອກລະຫັດຕູ້ເຊັບແລ້ວໄຂເອົາເງິນພ້ອມເອົາໂນດບຸກ 1 ໜ່ວຍ ແລະ ຢູເອັສບີ 1 ອັນ,  ພ າ...

ຈີນ ເຕືອນວ່າ ການກະທຳ ຂອງ ສະຫະລັດ ອາດເຮັດໃຫ້ ຄວາມສຳພັນ ເຂົ້າສູ່ອັນຕະລາຍ

Image
ຈີນ​ໄດ້​ຕອບ​ໂຕ້​ໃນ​ທັນທີ ​ຕໍ່ການ​ປະກາດ​ຂອງປະທານາທິບໍດີ​ດໍໂນ​ລ ທຣໍາ ກ່ຽວກັບ ແຜນການ​ເກັບ​ພາສີ ທີ່ມີມູນຄ່າ​ເຖິງ 60 ພັນ​ລ້ານ​ໂດ​ລາ ​ຕໍ່​ສິນຄ້າ​ຈີນ ໂດຍ ​ເຕືອນ​ວ່າ ​ການສະ​ເໜີກ່ຽວກັບການເຄື່ອນ​ໄຫວ​ດັ່ງກ່າວແມ່ນສ່ຽງຕໍ່ການຊຸກຍູ້ໃຫ້​ຄວາມສຳພັນ ທາງດ້ານ​ການ​ຄ້າ ກ້າວ​ເຂົ້າ​ສູ່​ເຂດ​ອັນຕະລາຍ. ຢູ່​ໃນ​ຖະ​ແຫຼ​ງການສະບັບນຶ່ງ ​ໃນ​ຕອນ​ເຊົ້າ​ວັນ​ສຸກ​ມື້​ນີ້ ບໍ່ເທົ່າ​ໃດ​ຊົ່ວ​ໂມງ​ຫຼັງ​ຈາກປະ ທານາທິບໍດີ​ທຣໍາ​ໄດ້​ເຊັນ​ເອກ​ກະສາ​ນ ທີ່ແຜ້ວທາງໄປສູ່ການ​ເກັບ​ພາສີ ​ຕໍ່ສິນຄ້າຂາ ເຂົ້າ​ທີ່​ສຳຄັນ​ເກືອບ 1,300 ຊະນິດຂອງ​ຈີນ ຊຶ່ງກະຊວງ​ການ​ຄ້າຂອງ​ຈີນ​ໄດ້​ຮ້ອງຂໍ ໃຫ້ວໍ​ຊິງ​ຕັນ ພິຈາລະນາ​ຢ່າງ​ລະມັດ​ລະວັງ​ ໃນບາດກ້າວຂັ້ນຕໍ່ໄປຂອງ​ນະ​ໂຍບາຍ​ ຂອງ​ຕົນ ແລະຮຽກຮ້ອງໃຫ້ “ຖອຍຄືນ​ຈາກ​ເຂດອັນຕະລາຍດັ່ງກ່າວ.” ນອກນັ້ນ ກະຊວງ​ການຄ້າຈີນຍັງ​ໄດ້​ປະກາດ ​ຢູ່​ໃນ​ຖະແຫລ​ງການ​ຕ່າງຫາກ​ໃນ​ວັນ​ ສຸກ​ມື້​ນີ້ວ່າ ຕົນ​ໄດ້​ພິຈາລະນາກ່ຽວກັບການເອົາ​ມາດຕະການ​ຕອບ​ໂຕ້ຕໍ່​ການ​ເກັບ​ ພາສີ​ເຫລັກ​ກ້າ ​ແລະ​ອາ​ລູມີ​ນຽມ ທີ່​ລັດຖະບານປະທານາທິບໍດີ​ທຣໍາ​ໄດ້​ປະ ກາດ​ໃນ​ ຕົ້ນ​ເດືອນ​ນີ້. ຢູ່່​ໃນ​ຖະ​ແຫລ​ງການ​ນັ້ນກະຊວງການຄ້າ​ກ່າວ​ວ່າ ຖ້າ​ຫາກ​ມີ​ຄວາ​ມຈຳ ​ເປັນຕົນ​ຈະ​ແນ​ເປົ້າ​ໝາຍໃສ່ ສິນຄ້ານຳເຂົ້າ 128...