Posts

ເສຍໃຈນຳ! ລົດໃຫຍ່ເສຍຫຼັກຕຳເສົາໄຟເຍືອງທາງ ບາດເຈັບສາຫັດ 1 ຄົນ ແລະ ເສຍຊີວິດຄາທີ່ 1 ຄົນ

Image
ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ ແຈ້ງເຫດສຸກເສີນ ໂທ 1624 ລາຍງ່ນວ່າ: ໃນວັນທີ 13/4/2018 ເວລາປະມານ 17:30 ໂມງ ໄດ້ຮັບແຈ້ງເຫດເຂົ້າເບີສຸກເສີນ 1624 ວ່າມີລົດໃຫຍ່ເສຍຫຼັກຕຳເສົາໄຟເຍືອງທາງ ຢູ່ບ້ານ ໂນນທອງ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ. ດັ່ງນັ້ນໜ່ວຍກູ້ຊີບ-ກູ້ໄພ ນະຄອນຫຼວງຈຶ່ງອອກກວດສອບເຫດ ພົບເຫັນຜູ້ບາດເຈັບ 1 ຄົນເປັນເພດຍິງ ເຊິ່ງມີອາການໝົດສະຕິ, ກະທົບຫົວຢ່າງຮຸນແຮງ, ເສຍເລືອດຫຼາຍ ແລະ ຢຸດຫາຍໃຈ. ດັ່ງນັ້ນ ໜ່ວຍກູ້ໄພນະຄອນຫຼວງຈຶ່ງໄດ້ທຳການປໍ້າຫົວໃຈ CPR ຢ່າງສຸດຄວາມສາມາດ ແຕ່ກໍບໍ່ສາມາດຢື້ຊີວິດຂອງຜູ້ກ່ຽວໄວ້ໄດ້, ສະນັ້ນພວກເຮົາຈຶ່ງໄດ້ເກັບມ້ຽນຄາບສົບ ແລະ ນຳສົ່ງໃຫ້ພີ່ນ້ອງເຮັດພິທີຕາມສາສະໜາ. ສ່ວນຜູ້ບາດເຈັບສາຫັດນັ້ນແມ່ນພີ່ນ້ອງນຳສົ່ງໂຮງໝໍເອງ. ພົບເຫດສຸກເສີນແຈ້ງ 1624 ເບີດຽວໃນນະຄອນຫຼວງວຽງຈັນ. ທ່ານສາມາດບໍລິຈາກເຂົ້າບັນຊີ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ໂດຍລະບຸການບໍລິຈາກ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE ເລກບັນຊີ: LAK0101200າ00993902001 ເບີໂທຕິດຕໍ່ 020 2244 1624

ສ່ຽວຮັກສ່ຽວແພງຕິດຄຸກສາມັກຄີ

Image
ຄົນເຮົາຮູ້ດີວ່າຕ້ອງຢູ່ຕ້ອງກິນ ແລະໃຊ້ ຍິ່ງຖ້າຕິດຫຼິ້ນກິນຟຸມເຟືອຍ, ຕິດສິ່ງເສບຕິດຄວາມຫິວໂຫຍຍິ່ງທະວີຄູນຂຶ້ນແຕ່ຄົນຈຳນວນໜຶ່ງກັບບໍ່ສົນຕໍ່ຄວາມຕ້ອງການເຫຼົ່ານັ້ນ ບໍ່ດິ້ນຮົນທຳມາຫາກິນ ຈິ່ງຫາທຸກວິທີປຸ້ນຈີ້ຊີງຊັບ, ລັກຊັບເພື່ອໃຫ້ໄດ້ມາສິ່ງທີ່ຕ້ອງການແມ່ນແຕ່ການລັກສິນຄ້າດີໄປຂາຍເປັນເຫຼັກເສດຍັງພາກັນຮ່ວມຫົວກັນເຮັດດັ່ງຄະດີລາຍນີ້. ຄະນະສານອາຍາ ສານປະຊາຊົນ ເຂດ 2 ນະຄອນຫຼວງວຽງຈັນ ໄດ້ນໍາພວກຈໍາເລີຍ 5 ຄົນ ຊື່ທ້າວ ຄໍາຜິວ ອາຍຸ 22 ປີ, ທ້າວ ບຸນແນມ ອາຍຸ 24 ປີ, ທ້າວ ອໍາຄາ ອາຍຸ 32 ປີ ທັງສາມຢູ່ບ້ານນາຜາສຸກ, ທ້າວ ພວງພະຈັນ ຫຼື ລອນ ອາຍຸ 32 ປີ ແລະ ທ້າວ ວິທູນ ຢູ່ບ້ານນາຂາວ ທັງ 5 ຂຶ້ນກັບເມືອງໄຊທານີ ນະຄອນຫຼວງວຽງຈັນ ທີ່ຮ່ວມກັນລັກຊັບ ຢູ່ໃນໂຮງງານຂອງບໍລິສັດ ເຄທີເອັນກຣຸບ ຈໍາກັດ ຂຶ້ນພິຈາລະນາຕັດສິນໃນທ້າຍເດືອນມີນາ 2018 ໃນຂໍ້ຫາລັກຊັບພົນລະເມືອງ. ຜ່ານການຖະແຫຼງການກະທໍາຜິດຂອງພວກຈໍາເລີຍໃນຫ້ອງປະຊຸມສານໃຫ້ຮູ້ວ່າ: ໃນວັນທີ 30 ກັນ ຍາ 2017 ທ້າວ ຄໍາຜິວ ( ຈໍາເລີຍ 1 ) ໄດ້ເຂົ້າໄປລັກເອົາສາຍໄຟ ຈໍານວນ 1 ໂຄ້ງ, ໝໍ້ຂາງ 1 ໜ່ວຍ ແລະ ແຜ່ນໂລຫະຂະໜາດ 15x15x1 ຊັງຕີແມັດ 4 ແຜ່ນ ຢູ່ໂຮງງານຂອງບໍລິສັດ ເຄທີເອັມກຣຸບ ຈໍາກັດ ແລ້ວນໍາໄປຂາຍໃຫ້ກັບຮ້ານເກັບ ຊື້ເຫຼັກເສດ ໄດ້ເງິນ 1.500.000 ...

ຫົວໜ້າ ​ບໍລິສັດ​ ເຟສບຸກ ຂໍຂະມາໂທດ ຕໍ່ການຮົ່ວໄຫຼ ຂອງຂໍ້ມູນ ກ່ອນໃຫ້ການ ຕໍ່ລັດຖະສະພາ

Image
ຫົວໜ້າ​ບໍລິຫານບໍລິສັດ​ເຟສບຸກ ທ່ານ​ມາກ ຊັກ​ເກີ​ເບີກ ພົບປະກັບ ບັນດານັກທຸລະກິດ ແລະນະວັດຕະກຳ. ຫົວໜ້າ​ບໍລິຫານບໍລິສັດ​ເຟສບຸກ ທ່ານ​ມາກ ຊັກ​ເກີ​ເບີກພ້ອມ​ແລ້ວທີ່​ຈະ​ໃຫ້ກາ​ນຢ່າງ​ ເປີດ​ເຜີຍ ໃນ​ວັນ​ອັງຄານ​ມື້ນີ້ ຕໍ່ໜ້າ​ສະມາຊິກ​ສະພາ​ສູງ​ສະຫະລັດກຸ່ມ​ນຶ່ງ ຫຼັງ​ຈາກ​ໄດ້​ ຂໍ​ຂະ​ມາໂທດ ​ໃນທິດທາງ​ທີ່​ບໍລິສັດ​ຂອງ​ທ່ານ ຮັບ​ມື​ກັບ​ຂໍ້​ມູນ​ຜູ້ໃຊ້​ຫຼາຍ​ລ້ານຄົນ. ທ່ານ​ມີ​ກຳນົດ​ທີ່​ຈະ​ໄປປາກົດ​ໂຕ ເພື່ອໃຫ້ການຕໍ່ໜ້າ​ຄະນະ​ກຳມະ​ການ​ຍຸຕິ​ທຳ ​ແລະ ​ຄະນະ​ກຳມະການ​ໆ​ຄ້າ​ສະພາ​ສູງ ​ແລະ​ໃນ​ວັນ​ພຸດ​ມື້​ອື່ນ​ນີ້ ທ່ານ​ຈະ​ໄປໃຫ້ການ​ຕໍ່ໜ້າ​ ບັນດາສະມາຊິກ​ສະພາ​ຕໍ່າ. ປະທານ​ຄະນະ​ກຳມະການ​ຍຸຕິ​ທໍາ ທ່າ​ນຈັກ ​ແກຣສ​ລີ ກ່າວ​ວ່າ ພວກ​ນຳ​ໃຊ້ “ມີ​ສິດ​ທີ່​ ຈະ​ຮູ້​ວ່າ ​ຂໍ້​ມູນ​ເຂົາ​ເຈົ້າ ​ຖືກ​ແບ່ງປັນ ​ແລະເກັບ​ຮັກສາແບບໃດ” ​ແລະ​ນັ້ນ​ທ່ານ​ຕ້ອງ ການ​ຢາກສຳ​ຫຼວດ ກັບ​ທ່ານ​ຊັກເກີ​ເບີກ​ເພື່ອ​ຊອກ​ຫາທາງສ້າງຄວາມ ກໍ້າ​ເກິ່ງ ລະ ຫວ່າງ​ຄວາມ​ປອດ​ໄພ​ກັບນະ​ວັດ​ຕະກໍາ. ທ່ານ​ຊັກ​ເກີ​ເບີກ ​ໄດ້​ພົບ​ປະສ່ວນ​ໂຕ​ກັບ​ບັນດາ​ສະມາຊິກ​ສະພາ ​ຢູ່ທີ່ວໍ​ຊິງ​ຕັນ​ໃນ​ວັນ​ ຈັນ​ວານ​ນີ້ ​ແລະ​ໄດ້ເປີດ​ເຜີຍຄໍາ​ໃຫ້ການ​ທີ່​ເປັນລາຍລັກອັກສອນ ທີ່ກ່າວ​ວ່າຕາໜ່າງ ​ສື່​ສັງ​ຄົມ​ຄວນ​ດຳເນີນການ​ຫຼາຍ​ຂຶ້ນ​ ເພ...

ເປັນທາງການ! ນາຍົກລັດຖະມົນຕີ ປະກາດສ້າງຕັ້ງ “ນະຄອນໄກສອນພົມວິຫານ” ແລ້ວ

Image
    ເມື່ອວັນພຸດທີ່ຜ່ານມາ (11 ເມສາ 2018) ນາຍົກລັດຖະມົນຕີໄດ້ອອກດຳລັດ ວ່າດ້ວຍການສ້າງຕັ້ງນະຄອນໄກສອນພົມວິຫານ ເພື່ອປ່ຽນແທນເມືອງໄກສອນພົມວິຫານເຊິ່ງຂຶ້ນກັບແຂວງສະຫວັນນະເຂດ.        ເນື້ອໃນຂອງດຳລັດລະບຸວ່າ ການສ້າງຕັ້ງນະຄອນໄກສອນພົມວິຫານ ແມ່ນຈະປ່ຽນແທນເມືອງໄກສອນພົມວິຫານ ເຊິ່ງນະຄອນໃນທີ່ນີ້ເປັນອົງການປົກຄອງທ້ອງຖິ່ນຂັ້ນດຽວກັບຂັ້ນເມືອງ ແລະ ຂຶ້ນກັບແຂວງສະຫວັນນະເຂດ.       ເມືອງໄກສອນພົມວິຫານ ກ່ອນໜ້ານີ້ມີຊື່ວ່າເມືອງຄັນທະບູລີ ພາຍຫຼັງຈຶ່ງໄດ້ປ່ຽນມາໃຊ້ຊື່ຕາມ ທ່ານ ໄກສອນ ພົມວິຫານ ອະດີດປະທານປະເທດແຫ່ງ ສປປ ລາວ ເຊິ່ງມີພູມລຳເນົາຢູ່ທີ່ເມືອງດັ່ງກ່າວ.       ການປະກາດສ້າງຕັ້ງນະຄອນໄກສອນພົມວິຫານນີ້ ຈະເຮັດໃຫ້ປະຊາຊົນກວ່າ 125,000 ຄົນ ຈາກທັງໝົດ 67 ບ້ານ ກາຍເປັນພົນລະເມືອງຂອງນະຄອນຕັ້ງໃໝ່ໃນພື້ນທີ່ 776 ກິໂລຕາແມັດ.      ທັງນີ້ ການສ້າງຕັ້ງນະຄອນໃໝ່ບໍ່ໄດ້ມີແຕ່ໃນແຂວງສະຫວັນນະເຂດເທົ່ານັ້ນ, ແຕ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ແລະ ນະຄອນປາກເຊ ແຂວງຈຳປາສັກ ກໍໄດ້ຮັບການສ້າງຕັ້ງຂຶ້ນໃນໄລຍະດຽວກັນ.      ຄຳວ່າ “ນະຄອນ” ຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນສະບັບຫຼ້າສຸດແມ່ນໝາຍເຖິ...

ປະຊາຊົນອິນໂດເນເຊຍ ຕາຍກວ່າ 100 ຄົນ ຈາກການກິນເຫຼົ້າເຖື່ອນ

Image
 ສຳນັກຂ່າວຕ່າງປະເທດລາຍງານ 12 ເມສາ 2018 ວ່າ: ສຳນັກງານຕຳຫຼວດແຫ່ງຊາດຂອງອິນໂດເນເຊຍລາຍງານວ່າ ຈຳນວນຜູ້ເສຍຊີວິດຈາກການບໍລິໂພກເຫຼົ້າເຖື່ອນ ໃນປະເທດນັບຕັ້ງແຕ່ຕົ້ນເດືອນນີ້ ເພີ່ມເປັນຫຼາຍກວ່າ 100 ຄົນແລ້ວ, ໂດຍພື້ນທີ່ທີ່ພົບຜູ້ເສຍຊີວິດ ແລະ ຜູ້ປ່ວຍຫຼາຍທີ່ສຸດຢູ່ຝັ່ງຕາເວັນຕົກຂອງເກາະຊວາ ເຊິ່ງເປັນບໍລິເວນທີ່ມີປະຊາຊົນອາໄສຢູ່ເປັນຈຳນວນຫຼາຍ ນອກຈາກນີ້ຍັງມີແຂວງກາລີມັນຕັນໃຕ້, ເກາະບໍນຽວ ແລະ ແຂວງປາປົວທີ່ຢູ່ທາງທິດຕາເວັນອອກສຸດຂອງປະເທດ, ຂະນະທີ່ສະເພາະໃນນະຄອນຫຼວງຈາກາຕາ ພົບຜູ້ເສຍຊີວິດຢ່າງໜ້ອຍ 31 ຄົນ ແລະ ເມືອງບັນດຸງ ເຊິ່ງເປັນເມືອງໃຫຍ່ອັນດັບ 3 ຂອງປະເທດ ປະກາດສະຖານະການສຸກເສີນຈາກບັນຫາເຫຼົ້າເຖື່ອນ ເມື່ອຕົ້ນອາທິດນີ້. ໃນດ້ານຂອງທ່ານ ພົນຕຳຫຼວດເອກ ມູຣຳໝັດ ໄຊອາຟຼຸດດິນ ຮອງຜູ້ບັນຊາການສຳນັກງານຕຳຫຼວດແຫ່ງຊາດຂອງອິນໂດເນເຊຽ ກ່າວວ່າສະຖານະການທີ່ເກີດຂຶ້ນນັ້ນ ເປັນສິ່ງທີ່ໜ້າເຫຼືອເຊື່ອ ແລະ ຮຸນແຮງຫຼາຍ ເນື່ອງຈາກຈຳນວນຜູ້ເສຍຊີວິດຖືວ່າຫຼາຍທີ່ສຸດນັບຕັ້ງແຕ່ປີ 2016 ທີ່ໃນຕອນນັ້ນພົບພຽງ 36 ຄົນ ເທົ່ານັ້ນຕະຫຼອດໄລຍະ 1 ປີ ແລະ ໃຫ້ຄຳໝັ້ນສັນຍາວ່າຈະຍົກລະດັບຄວາມເຂັ້ມງວດໃນການກວາດລ້າງ ພາຍຫຼັງຈັບກຸມຜູ້ຕ້ອງສົງໄສໄດ້ແລ້ວ 9 ຄົນ ພ້ອມຂອງກາງເປັນເຫຼົ້າເຖື່ອນທີ່ຈຳໜ່າຍໃນລາຄາແກ...

ສັ່ງກວດສອບດ່ວນ 2 ບໍລິສັດເຂົ້າຂ່າຍເຄື່ອນໄຫວຜິດກົດໝາຍ

Image
ໃນວັນທີ 9 ເມສາ 2018 ນີ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການຫາຜູ້ວ່າການທະນາຄານແຫ່ງ ສປປ ລາວ ເພືື່ອຂໍທິດຊີ້ນຳກ່ຽວກັບການເຄື່ອນໄຫວລະດົມທຶນຂອງບໍລິສັດ Financial.org ເພື່ອໄປລົງທຶນໃນຕະຫຼາດຮຸ້ນໂດຍບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງຕາມກົດໝາຍ. ໃນແຈ້ງການຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ແຈ້ງທິດຊີ້ນຳຈາກທ່ານນາຍົກ ແລະຮອງນາຍົກລັດຖະມົນຕີ ໂດຍມີ 3 ປະເດັນສຳຄັນຄື: ເຫັນດີໃຫ້ຄະນະສະເພາະກິດແກ້ໄຂຄະດີບໍລິສັດພີເອັສ ລົງກວດກາຢ່າງເລິກເຊິ່ງຕື່ມ ເພື່ອເກັບກຳຂໍ້ມູນສະພາບການເຄື່ອນໄຫວຕົວຈິງຂອງບໍລິສັດ Financial.org ແລະບໍລິສັດເອຟໂອ ເທຼນນິງ ອໍກາໄນເຊີ ຈຳກັດຜູ້ດຽວ ເພື່ອແກ້ໄຂບັນຫາຢ່າງທັນການ. ຖ້າເຫັນວ່າມີຄວາມຜິດແທ້ກໍ່ໃຫ້ດຳເນີນການຕາມກົດໝາຍ ແລະລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ. - ໃຫ້ເອີ້ນທ້າວ ພຸດທະສອນ ສີສຸທຳ (ຜູ້ກ່ຽວຂ້ອງບໍລິສັດດັ່ງກ່າວ) ມາຕັກເຕືອນ ແລະຫ້າມເດັດຂາດບໍ່ໃຫ້ບໍລິສັດດັ່ງກ່າວເຄື່ອນໄຫວກິດຈະກຳໃດໆທີ່ບໍ່ໄດ້ຮັບອະນຸຍາດ ແລະບໍ່ຖືກຕ້ອງຕາມກົດໝາຍ ແລະລະບຽບການທີ່ກ່ຽວຂ້ອງ ເພາະຈະມີບັນຫາບານປາຍຕາມມາ. -  ໃຫ້ທະນາຄານແຫ່ງ ສປປ ລາວ ຮີບຮ້ອນອອກແຈ້ງການເຕືອນໃຫ້ທົ່ວສັງຄົມ ໂດຍສະເພາະແມ່ນບັນດານັກລົງທຶນໃຫ້ຮັບຊາບ ແລະມີສະຕິບໍ່ຫຼົງເຊື່ອຕໍ່ກົນອຸບາຍຂອງບໍລ...

ຫົວໜ້າກຸ່ມ IS ຖືກຂ້າຕາຍໃນ ອັຟການິສຖານ

Image
ກອງກຳລັງ ທະຫານ ສະຫະລັດ ຢືນຢູ່ທາງຂ້າງເຮືອບິນ ໂຈມຕີພື້ນດິນ A-10C Thunderbolt II ຢູ່ສະໜາມບິນ ຄັນດາຊາ, ປະເທດ ອັຟການິສຖານ. 23 ມັງກອນ, 2018.     ທາງການທະຫານຂອງ ສະຫະລັດ ພວມເສີມກຳລັງຂອງຕົນຕື່ມຂຶ້ນເພື່ອຕໍ່ສູ້ໃນ ອັຟກາ ນິສຖານ ຕ້ານພວກກໍ່ການຮ້າຍ ໄອຊິສ ຢູ່ທາງພາກເໜືອ ແລະ ພວກ ຕາລີບານ ຢູ່ທາງ ພາກໃຕ້ແລະພາກຕາເວັນຕົກ. ແຮງພັກດັນດັ່ງກ່າວແມ່ນພາກສ່ວນນຶ່ງ ຂອງຄວາມພະຍາຍາມເສີມກຳລັງ ຕໍ່ຕ້ານທັງ ສອງກຸ່ມດັ່ງກ່າວ ໃນຂະນະທີ່ ອັຟການິສຖານ ພວມຊອກຫາຊ່ອງທາງ ທີ່ຈະລົບລ້າງ ໃຫ້ລາບຄາບພວກ ໄອຊີສ ແລະສ້າງຄວາມໝັ້ນໃຈ ໃຫ້ແກ່ພວກ ຕາລີບານ ໃຫ້ຍຸຕິ ຄວາມເປັນປໍລະປັກຂອງເຂົາ ແລະ ຫັນມານັ່ງໂຕະເຈລະຈານຳກັນ. ພວກເຈົ້າໜ້າທີ່ກ່າວວ່າ ປາກົດວ່າ ຄວາມພະຍາຍາມທັງສອງຢ່າງນີ້ໄດ້ຮັບໝາກຜົນດີ ໂດຍສະເພາະຢູ່ທາງພາກເໜືອ ບ່ອນທີ່ໃນວັນສຸກຜ່ານມາ ປາກົດວ່າ ໄດ້ສັງຫານຜູ້ ບັນຊາການທະຫານ ຢູ່ລັດພາກເໜືອຂອງ ອັຟການິສຖານ. ພວກເຈົ້າໜ້າທີ່ ອັຟການິສຖານ ໄດ້ເນັ້ນຢໍ້າໃນວັນເສົາວານນີ້ ເຖິງການຕາຍຂອງຫົວ ໜ້າກຸ່ມ ໄອຊີສ ໂຄຣາຊານ ທ້າວ ກາຣີ ເຣັກມາຕຸລລາ ຢູ່ໃນການບຸກໂຈມຕີ ຢູ່ໃນເມືອງ ດາກຊັບ ໃນແຂວງ ໂຈສຊານ ຊຶ່ງເປັນເຂດ ທີ່ຄວບຄຸມຢ່າງເຄັ່ງຄັດໂດຍພວກ ໄອຊີສ. ທ່ານ ເຈົ້າແຂວງ ມາອຸນວີ ລາຕີຟຸລລາ ໄດ້ບອກ ວີໂອເອ ວ່...